ເພື່ອເປັນການແກ້ໄຂບັນຫາຂໍໍ້ຄົງຄ້າງຕ່າງໆ ແມ່ນຈໍາເປັນຕ້ອງໄດ້ມີການນໍາໃຊ້ ລະບົບທີ່ທັນສະໄໝ ເຂົ້າມາຊ່ວຍໃນການຄຸ້ມຄອງ, ບັນທຶກລາຍງານ, ກວດກາຕິດຕາມ ແລະ ເຂົ້າເຖິງຂໍໍ້ມູນການນຳເຂົ້າ ສົ່ງອອກສິນຄ້າກະສິກໍາ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ອັນສຳຄັນ ກໍເປັນການຈັດຕັ້ງຜັນ ຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງຜັນຂະຫຍາຍ ມິຕິ 04/ກມສພ, ມະຕິ 05/ລບ ກ່ຽວກັບ ການສ້າງ ເສດຖະກິດ ເອກະລາດ ເປັນເຈົົ້າຕົນເອງ, ເຊິ່ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແມ່ນໄດ້ຖືກມອບໝາຍ ໃນການສົົ່ງເສີມ ການຜະລິດພາຍໃນໃຫ້ຫຼາຍຂຶ້ນ ເພືີ່ອຫຼຸດຜ່ອນການນໍາເຂົົ້າຈາກຕ່າງປະເທດ, ພ້ອມທັງສົົ່ງເສີມ ການສົົ່ງ ອອກໃຫ້ຫຼາຍຂຶ້ນ, ນອກຈາກນັ້ນ, ກໍເພື່ອໃຫ້ສາມາດບັນລຸບັນດາຄາດໝາຍສູ້ຊົນທີ່ລະບຸໃນແຜນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ທີີ່ ສະພາແຫ່ງຊາດຮັບຮອງ ໂດຍສະເພາະແມ່ນ ຮັກສາລະດັບ ການຂະຫຍາຍຕົວຂອງກະສິກໍາ ສະເລ່ຍ 4.1% ຕໍໍ່ ປີ ແລະ ປະກອບສ່ວນໃນ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃຫ້ໄດ້ 20.7%, ການສົົ່ງອອກສິນຄ້າກະສິກໍາ ໃຫ້ໄດ້ 1.9 ຕື້ໂດລາສະຫະລັດ ຕໍໍ່ປີ.
ສະນັ້ນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈຶ່ງໄດ້ຮ່ວມມືກັບ ບໍລິສັດ AIDC ໃນການພັດທະນາ ລະບົບ AGRO-LINK ເພື່ອການຕິດຕາມການນໍາເຂົົ້າ ແລະ ສົົ່ງອອກ ສິນຄ້າກະສິກຳ, ເຊິ່ງລະບົບດັ່ງກ່າວ ຈະຊ່ວຍໃຫ້ພວກເຮົາສາມາດ ຕິດຕາມການນຳເຂົົ້າ ສົົ່ງອອກສິນຄ້າກະສິກຳໄດ້ ແລະ ມີຄວາມເປັນເອກະພາບກັບຂະແໜງການກ່ຽວຂ້ອງ, ສາມາດລາຍງານຂໍ້ມູນໄດ້ທັນເວລາ ແລະ ທັງເປັນການຫຼຸດຕົົ້ນທຶນ, ປະຢັດເວລາ ແລະ ຫຼຸດຂອດຂັ້ນ ຂອງຜູ້ປະກອບການ ໃນຂະບວນການດຳເນີນການສົົ່ງອອກ ສິນຄ້າກະສິກໍາ ພ້ອມກັນນໍາໃຊ້ລະບົບທັນສະໄໝ ເຂົ້າມາຊ່ວຍ, ຕົວເລກການສົົ່ງອອກສິນຄ້າກະສິກໍາ ຈະມີຄວາມຊັດເຈນ ແລະ ວ່ອງໄວຂຶ້ນ.
ດັ່ງນັ້ນ, ໃນວັນທີ 28 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ, ຈຶ່ງໄດ້ຈັດພິທີ ເປີດນຳໃຊ້ ລະບົບ AGRO LINK CENTER APPLICATION ຢ່າງເປັນທາງການ ໂດຍການ ໃຫ້ກຽດ ເປີດນຳໃຊ້ ລະບົບ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ປອ ເພັດ ພົມພີພັກ ຫົວໜ້າ ຫ້ອງວ່າການສູນກາງພັກ, ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ທ່ານຫົວໜ້າ, ຮອງຫົວໜ້າກົມ, ປະທານບໍລິສັດ AIDC ພ້ອມດ້ວຍບັນດາແຂກ ເຂົ້າຮ່ວມເປັນສັກຂີພິຍານ ຢ່າງພ້ອມພຽງ.
ຂ່າວບຸນນິກ