ມອບຜູ້ຖືກຫາຫຼິ້ນການພະນັນຕ້ອງຫ້າມ 100 ກວ່າຄົນໃຫ້ທາງການໄທ

ໃນວັນທີ 27 ພຶດສະພານີ້, ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ຖືກຫາຈໍານວນ 106 ຄົນ ຍິງ 51 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດແຫ່ງຣາຊະອານາຈັກໄທ ຢູ່ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ເພື່ອນໍາຕົວພວກກ່ຽວໄປດໍາເນີນຄະດີຕາມລະບຽບກົດໝາຍ ໃນຂໍ້ຫາຫຼິ້ນການພະນັນທີ່ຕ້ອງຫ້າມ, ດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ເຮັດວຽກທີ່ບໍ່ໄດ້ຮັບອະນຸຍາດ.
ໃຫ້ກຽດເຊັນມອບໂດຍທ່ານ ພັນໂທ ສຸກສາຄອນ ພົງວິຈິດ ຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ, ເຊັນຮັບໂດຍທ່ານ ພັນເອກ ຈະຕຸພອນ ເນວະມາດ ຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ຈັງຫວັດບຶງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ຊຶ່ງເປັນການປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ແລະ ອີງຕາມບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ຄັ້ງທີ 6 ລົງວັນທີ 16 ກຸມພາ 2023.
ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະກອງບັນຊາການ ປກສ ແຂວງບໍລິຄໍາໄຊ ລາຍງານໃຫ້ຮູ້ວ່າ: ຜູ້ຖືກຫາສັນຊາດໄທຈຳນວນດັ່ງກ່າວ ຖືກກັກຕົວໄດ້ຈາກປະຕິບັດການກວາດລ້າງກຸ່ມແກັງກະທຳຜິດກົດໝາຍຢູ່ແຂວງບໍລິຄຳໄຊ. ຊຶ່ງເບື້ອງຕົ້ນ ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບແຫຼ່ງຂ່າວວ່າ ມີກຸ່ມແກັງທີ່ເປັນຄົນລາວ ແລະ ຄົນຕ່າງປະ ເທດໄດ້ນໍາເອົາອຸປະກອນມາຕິດຕັ້ງ ເພື່ອເຄື່ອນໄຫວກໍ່ການກະທໍາຜິດທາງໂທລະຄົມ ແລະ ການສື່ສານ ຫຼື ຄໍເຊັນເຕີ ແລະ ເປີດເວັບພະນັນອອນລາຍ; ເວລາ 9 ໂມງ 30 ນາທີ ຂອງວັນທີ 19 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນຈໍານວນ 4 ຈຸດຄື: ຫ້ອງການຫວຍພັດທະນາລາວ TF-LVE; ໂຮງແຮມແສງຮຸ່ງເຮືອງ; ໂຮງແຮມວົງເດືອນ ແລະ ເຮືອນພັກດາວນິນ.
ຜ່ານການກວດຄົ້ນຕົວຈິງຢູໂຮງແຮມວົງເດືອນ, ໂຮງແຮມແສງຮຸ່ງເຮືອງ ແມ່ນພົບເຫັນເປັນບ່ອນພັກເຊົາຂອງກຸ່ມແກັງດັ່ງກ່າວ, ສ່ວນອຸປະກອນປະກອບເຂົ້າໃນການກະທໍາຜິດ ແມ່ນພົບເຫັນຢູ່ບໍລິສັດຫວຍພັດທະນາລາວ TF-LVE ຕັ້ງຢູ່ບ້ານຫົງໄຊ ແລະເຮືອນພັກດາວນິນ ຕັ້ງຢູ່ບ້ານຊະນະໄຊ ແລະ ພົບເຫັນຜູ້ຖືກຫາທັງໝົດ 106 ຄົນ ຍິງ 51 ຄົນ; ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ກັກຕົວບຸກຄົນທີ່ພົວພັນທັງໝົດ ແລະ ຢືດອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດມີ: ຄອມພິວເຕີຕັ້ງໂຕະ 164 ເຄື່ອງ, ໂນດບຸກ 149 ເຄື່ອງ, ໂທລະສັບມືຖື 119 ເຄື່ອງ, ຫົວຄອມ 21 ໜ່ວຍ, ປິນເຕີ 3 ໜ່ວຍ ໄປດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.
ພວກຖືກຫາໄດ້ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ກ່ອນພວກກ່ຽວຈະມາເຮັດວຽກຢູ່ບໍລິສັດຫວຍພັດທະນາລາວ TF-LVE ນີ້ ໄດ້ເຫັນໂຄສະນາທາງເຟສບຸກ ແລະ ໄດ້ຮັບການຊັກຊວນຈາກຄົນຮູ້ຈັກວ່າ ບໍລິສັດດັ່ງກ່າວ ຕັ້ງຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ຕ້ອງການພະນັກງານຈໍານວນຫຼາຍ ໂດຍສະເພາະແມ່ນຕຳແໜ່ງແອັດ ໂດຍຈະໄດ້ຮັບຄ່າຈ້າງເງິນເດືອນສູງ ຈຶ່ງໄດ້ສະມັກມາເຮັດວຽກຜ່ານທາງເວັບໄຊ ແລ້ວໄດ້ເດີນທາງຈາກປະເທດໄທ ເຂົ້າມາປະເທດລາວ ໂດຍໃຊ້ພັດສະປອດ ເຂົ້າມາເຮັດວຽກຢູ່ບໍລິສັດດັ່ງກ່າວ; ໜ້າວຽກຕົວຈິງແມ່ນຕັດຄຣິບວິດີໂອ, ໂຄສະນາຊອກຫາລູກຄ້າ, ວຽກແອັດມິນ, ຕອບແຊັດລູກຄ້າ ແລະວຽກບໍລິການລູກຄ້າໜ້າເວັບເປັນຕົ້ນໂດຍໄດ້ຮັບເງິນເດືອນເບື້ອງຕົ້ນຈໍານວນ 5,000,000 ກີບ ຫາ 35,000 ບາດຕໍ່ເດືອນກໍານົດເວລາທົດລອງວຽກ ຖ້າຜ່ານໄລຍະ 3 ເດືອນ ແມ່ນຈະໄດ້ເປັນພະນັກງານຂອງບໍລິສັດ ແລະຈະໄດ້ຮັບເງິນເດືອນເພີ່ມຂຶ້ນ.
ຜ່ານການສືບສວນ-ສອບສວນກວດກາບັນດາຂໍ້ມູນ, ຫຼັກຖານ, ເອກະສານຕ່າງໆ ຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ອງບັນຊາການ ປກສ ແຂວງບໍລິຄໍາໄຊ ເຫັນວ່າ: ບໍລິສັດຫວຍພັດທະນາລາວ TF-LVE ແມ່ນໄດ້ຮັບອະນຸຍາດດໍາເນີນທຸລະກິດ ໂດຍຖືກຕ້ອງຕາມລະບຽບກົດໝາຍ, ແຕ່ຕາມຄໍາໃຫ້ການຜູ້ກະທໍາຜິດໄດ້ບອກວ່າ: ການບໍລິການຫວຍຂອງບໍລິສັດດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການຕິດຕັ້ງໂປຣແກມ ຍັງບໍ່ທັນສໍາເລັດ ແລະ ນໍາໃຊ້ເທື່ອແຕ່ໄດ້ເປີດບໍລິການເປັນທາງການເພື່ອເປັນສາກບັງໜ້າໃນການບໍລິການຫຼິ້ນການພະນັນອອນລາຍຊຶ່ງສະແດງອອກມີຄື: ເກມສະລອດ, ເກມບາຄະລາ, ລົງພະນັນບານທົ່ວໂລກ, ພະນັນຫວຍໄທ, ລາວ, ຫວຽດນາມ, ຮຸ້ນຈີນ, ຮຸ້ນມາເລເຊຍ ແລະ ອື່ນໆ.
ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຄົນສັນຊາດໄທ ທີ່ໄດ້ເຄື່ອນໄຫວກະທຳຜິດໃນຄັ້ງນີ້, ພວກກ່ຽວແຕ່ລະຄົນໄດ້ຖືພາດສະປອດເຂົ້າມາລາວ ໃນນາມນັກທ່ອງທ່ຽວ ແຕ່ເຂົ້າມາແລ້ວ ພັດມາເປັນພະນັກງານຂອງບໍລິສັດຫວຍພັດທະນາລາວ TF-LVE ແລ້ວເຄື່ອນໄຫວຕົວຈິງ ບໍລິການຫຼິ້ນການພະນັນທາງອອນລາຍໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ພ້ອມທັງເປັນການກະທໍາຜິດກ່ຽວກັບຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ເປັນການກະທໍາຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ, ການຫຼິ້ນການພະນັນທີ່ຕ້ອງຫ້າມ ແລະ ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ.
ພາບ-ຂ່າວ: ປກສ