ໄຂກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

 
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ) ພາຍໃຕ້ຄຳຂວັນ “ເພີ່ມທະວີບົດບາດການນໍາພາ ຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າສ້າງການຫັນປ່ຽນ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາ 2026 ໂດຍການເປັນປະ ທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນ ກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະ ຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິ ວັດລາວ,ມີຄະນະພັກ, ຄະນະນຳ, ພ້ອມດ້ວຍຜູ້ແທນສົມບູນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
 
ໃນພິທີ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ,ປະກອບຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງເປັນເອກະສານສໍາຄັນ ກ່ຽວກັບການສະຫຼຸບຕີລາ ຄາການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ ຈຸດສຸມວຽກງານໂຄສະນາອົບຮົມໃນໄລຍະ 5 ປີ (2026-2030) ເພື່ອປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້; ຄົ້ນຄວ້າປະກອບຄໍາເຫັນ ຮັບຮອງເອົາແຜນພັດ ທະນາ ວຽກງານໂຄສະນາອົບຮົມ 5 ປີ (2026-2030); ຄົ້ນຄວ້າປະກອບຄໍາເຫັນໃສ່ບົດສຳຫຼວດການນໍາພາ ຂອງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃນຊຸມປີຕໍ່ໜ້າ ໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ພັກໄດ້ມອບໝາຍໃຫ້.
 
ນອກຈາກນີ້,ຄະນະຜູ້ແທນສົມບູນຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ- ຊີ້ນຳ ໃນໄລຍະ 5 ປີ ຕໍ່ໜ້າ.
ຂ່າວ: ກິດຕາ