ໜ່ວຍພັກກອງຮ້ອຍທະຫານຊາຍແດນ 520 ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ

ໃນວັນທີ 26 ພຶດສະພາ 2026 ນີ້ ,ໜ່ວຍພັກກອງຮ້ອຍທະຫານຊາຍແດນ 520 ທີ່ຂື້ນກັບກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊີກພັກສຳຮອງ ໂດຍການເປັນປະທານຂອງ ສະຫາຍ ຮ້ອຍເອກ ພອນສະໃໝ ວົງສະພັງ ຮອງເລຂາໜ່ວຍພັກ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 520 ,ມີ ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ ແລະສຳຮອງເຂົ້າຮ່ວມ.
 
ສະຫາຍ ຮ້ອຍເອກ ໂຕເດຊັນ ແປງຈັນທອນ ກໍາມະການກວດກາໜ່ວຍພັກ ຮອງການທະຫານກອງຮ້ອຍທະຫານຊາຍແດນ 520 ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງຈຳປາສັກ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 02 ສະຫາຍ.
 
ໂອກາດນີ້ ສະຫາຍ ຮ້ອຍເອກ ພອນສະໃໝ ວົງສະພັງ ປະທານພິທີໄດ້ໂອລົມເໜັ້ນໜັກຕໍ່ສະມາຊີກພັກໃໝ່ ການເຂົ້າເປັນສະມາຊີກພັກຂອງອົງການຈັດຕັ້ງພັກປະຊາຊົນປະຕິວັດລາວເປັນການຂະຫຍາຍພັກເພື່ອເລືອກເອົາບຸກຄົນທີ່ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຮູ້ຄວາມສາມາດໃນການເປັນແບບຢ່າງນຳໜ້າທີ່ດີໃນການປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ມີຄຸນນະພາບສະນັ່ນສະມາຊິກພັກໃໝ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າໃນທຸກຂະບວນການວຽກງານທີ່ໄດ້ຮັບມອບໝາຍຢ່າງມີຜົນສໍາເລັດສືບຕໍ່ປະຕິບັດລະບຽບ ແລະ ຂໍ້ຫ້າມຂອງພັກວາງອອກຢ່າງເຂັ້ມງວດ ເພື່ອກາຍເປັນສະມາຊີກພັກ-ພະນັກງານນຳພາຜູ້ສືບທອດປ່ຽນແທນທີ່ມີຄຸນນະພາບຂອງພັກໃນຕໍ່ໜ້າ
.
ຂ່າວ-ພາບ: ຮ້ອຍໂທ ຄອນສະຫວັນ ບຸດສີນ( ຄໍ ຊດ 520)