ເມືອງສາມັກຄີໄຊ ປະກາດສ້າງຕັ້ງ ຕາແສງໂພນໄຊສະອາດ

ວັນທີ 27 ພຶດສະພາ 2026 ນີ້, ເມືອງສາມັກຄີໄຊ, ແຂວງອັດຕະປື ໄດ້ຈັດພິທີປະກາດສ້າງຕັ້ງ ຕາແສງໂພນໄຊສະອາດ ຂື້ນທີ່ບ້ານໃຫຍ່ໝື່ນຫົວເມືອງ, ໃຫ້ກຽດເຂົ້າຮ່ວມໃນພິທີຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີການນໍາຂອງແຂວງ, ຂອງເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງ ເມືອງສາມັກຄີໄຊ ໄດ້ລາຍງານໃຫ້ຮູ້ວ່າ: ຕາແສງໂພນໄຊສະອາດ ມີເນື້ອທີ່ 22,17 ກິໂລຕາແມັດ ປະກອບມີ 6 ບ້ານ ຄື: ບ້ານຮະລາງ, ບ້ານກະໂສມ, ບ້ານໂສກຄຳ, ບ້ານສອກ, ບ້ານໄຊໂພສີ ແລະ ບ້ານໃຫຍ່ໝື່ນຫົວເມືອງ, ມີພົນລະເມືອງ 8,844 ຄົນ ຍິງ 4,289 ຄົນ, ການສ້າງຕັ້ງຕາແສງໃນຄັ້ງນີ້ ກໍເພື່ອແນໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບປະສິດທິພາບການຄຸ້ມຄອງບໍລິຫານລັດຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງ, ເຊິ່ງໄດ້ມີການກຳນົດກົງຈັກການຈັດຕັ້ງຢ່າງລະອຽດ ເພື່ອຮັບປະກັນການເຄື່ອນໄຫວວຽກງານ ເປັນຕົ້ນ ດ້ານການຈັດຕັ້ງພັກສ້າງຕັ້ງຄະນະພັກຮາກຖານຕາແສງ, ເຊິ່ງປະກອບມີ 1 ຄະນະພັກຮາກຖານ ແລະ ມີ 8 ໜ່ວຍພັກຂຶ້ນກັບ, ດ້ານກົງຈັກບໍລິ ຫານ ປະກອບມີ 5 ໜ່ວຍງານວິຊາສະເພາະ ຄື: ໜ່ວຍງານບໍລິຫານ- ປົກຄອງ, ເສດຖະກິດ-ການເງິນ, ວັດທະນະທຳ-ສັງຄົມ, ປກຊ-ປກສ ແລະ ໜ່ວຍງານພັກ-ອົງການຈັດຕັ້ງມະຫາຊົນ, ໂດຍມີພະນັກງານປະຈຳການທັງໝົດ 13 ທ່ານ.
ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບຸກຄະລາກອນ, ໃນນີ້ໄດ້ແຕ່ງຕັ້ງ ທ່ານ ຈີດຕະກອນ ກອງບົວຄຳ ກຳມະການພັກເມືອງ ເປັນປະທານຄະນະກຳມະການປົກຄອງຕາແສງໂພນໄຊສະອາດ, ທ່ານ ພັຕ ດວງໃຈ ຜາລີວັນ ແລະ ທ່ານ ຄານມາໄລ ໄຊຍະສອນ ເປັນຮອງປະທານ ພ້ອມດ້ວຍຄະນະໜ່ວຍງານວິຊາສະເພາະອີກຈໍານວນໜຶ່ງ.
ໃນຕອນທ້າຍພິທີ ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເລີ່ມຕົ້ນປະຕິບັດງານຂອງຕາແສງໂພນໄຊສະອາດຢ່າງເປັນທາງການ