ຫາລື ແກ້ຂໍ້ຂັດແຍ່ງດ້ານເສດຖະກິດໂດຍກຳມະການຕັດສິນ

  ກະຊວງຍຸຕິທໍາແຫ່ງ ສປປ ລາວ ຮ່ວມກັບກະຊວງຍຸຕິທໍາ ສ. ເກົາຫຼີ ຈັດກອງປະຊຸມສໍາມະນາກ່ຽວກັບ “ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໂດຍກໍາ ມະການຕັດສິນ” ໃນວັນທີ 2 ພຶດສະພາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານ ດົງກີລີ ສາດສະດາຈານຈາກວິທະຍາໄລກົກມິນ ສ.ເກົາຫຼີ ແລະຜູ້ຕາງໜ້າຈາກກະຊວງຕ່າງໆ, ອົງການ ແລະຂະແໜງການທຸລະກິດເຂົ້າຮ່ວມ.

  ທ່ານ ໄພວີ ສີບົວລິພາ ໄດ້ກ່າວໄຂກອງປະຊຸມວ່າ: ສະເພາະວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ເແມ່ນໄດ້ຮັບການຈັດຕັ້ງປະຕິ ບັດມາແຕ່ປີ 1989 ເປັນຕົ້ນມາຊຶ່ງໃນເບຶີ້ອງຕົ້ນວຽກງານດັ່ງກ່າວແມ່ນຂຶ້ນກັບກະຊວງເສດຖະກິດ, ແຜນການ ແລະ ການເງິນ ແລະ ຕໍ່ມາແມ່ນໄດ້ໂອນມາ ຂຶ້ນກັບກະຊວງຍຸຕິທໍາໃນປີ 1995 ຜ່ານການເຄຶີ່ອນໄຫວວຽກງານໃນໄລຍະຜ່ານມາສັງເກດເຫັນວ່າພາລະບົດບາດຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນຍັງບໍ່ທັນໄດ້ມີການຮັບຮູ້ຢ່າງກວ້າງຂວາງໃນທົ່ວສັງຄົມ.ຄວາມຈິງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຢູ່ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນມີຄວາມວ່ອງໄວ, ປະຍັດຄ່າໃຊ້ຈ່າຍ, ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດນັ້ນຄູ່ກໍລະນີບໍ່ສາມາດອຸທອນ, ມີແຕ່ວ່າຖ້າຄູ່ກໍລະນີບໍ່ປະຕິບັດຝ່າຍອັບປະໂຫຍດຈາກການບໍ່ປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີສິດຮ້ອງຂໍໃຫ້ສານປະຊາຊົນເພື່ີອອອກຄໍາຊີ້ຂາດຢັ້ງຢືນເອົາຜົນຂອງການແກ້ໄຂຂໍ້ຂັດແຍ່ງ, ຄໍາຊີ້ຂາດຂອງສານປະຊາຊົນນັ້ນມີຜົນບັງຄັບປະຕິບັດໃນທັນໃດ ແລະບໍ່ສາມາດອຸທອນໄດ້.

  ກອງປະຊຸມຄັ້ງນີ້ໄດ້ຮັບຟັງການສະເໜີກ່ຽວກັບ: ການຈັດຕັ້ງປະຕິບັດຄໍາຕັດສິນທາງແພ່ງ ແລະຄໍາຕັດສີນຂອງກໍາມະການ; ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ການຈັດຕັ້ງປະຕິບັດຄໍາຕັດສີນຄະດີແພ່ງ ແລະຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕາມຄໍາຊີ້ ຂາດຂອງສານປະຊາຊົນ ແລະລະບຽບການຕັດສິນຂອງສູນຕັດສີນ ສ.ເກົາຫຼີ (KCAB).

ພາບຂ່າວ

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ