ຈີນຊຸກຍູ້ໃຫ້ວຽກງານຄົນພິການພັດທະນາຢ່າງຮອບດ້ານ

“ຄົນພິການເປັນກຳລັງສຳຄັນໃນການຂັບເຄື່ອນຄວາມທັນສະໄໝແບບຈີນ, ກໍເປັນກຸ່ມຄົນທີ່ມີຄວາມຫຍຸ້ງຍາກພິເສດ ແລະ ຕ້ອງເອົາໃຈໃສ່ຕິດຕາມເປັນພິເສດ.” ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເອົາໃຈໃສ່ຕໍ່ກຸ່ມຄົນພິການໃນລະດັບສູງ, ໂດຍເນັ້ນໜັກວ່າ ພາລະກິດຕ່າງໆລ້ວນແຕ່ຕ້ອງກວມລວມວຽກງານຄົນພິການ. ພາຍໃຕ້ການຊີ້ນຳຂອງທ່ານ ສີຈິ້ນຜິງ, ລະບົບປະກັນທາງສັງຄົມສຳລັບຄົນພິການ ແລະ ລະບົບການບໍລິການສຳລັບຄົນພິການຕ່າງໆຂອງຈີນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ຊຸກຍູ້ໃຫ້ວຽກງານຄົນພິການພັດທະນາຢ່າງຮອບດ້ານ.
ການປະກອບອາຊີບເປັນພື້ນຖານສຳຄັນສຳລັບຊີວິດການເປັນຢູ່ຂອງປະຊາຊົນ, ທັງເປັນຊ່ອງທາງສຳຄັນທີ່ຄົນພິການຈະເຊື່ອມໂຍງເຂົ້າໃນສັງຄົມ ແລະ ບັນລຸຄຸນຄ່າຂອງຕົນ. ຂໍ້ມູນສະຖິຕິທີ່ເຜີຍແຜ່ໂດຍສະຫະພັນຄົນພິການຈີນສະແດງໃຫ້ເຫັນວ່າ, ປີ 2025 ຈຳນວນຜູ້ປະກອບອາຊີບຂອງຄົນພິການທີ່ຖືໃບຢັ້ງຢືນໃນຕົວເມືອງ ແລະ ຊົນນະບົດໃນທົ່ວປະເທດຈີນບັນລຸເຖິງ 8.915.000 ຄົນ, ໃນປີ 2025 ປີດຽວ, ຈຳນວນຜູ້ປະກອບອາຊີບເພີ່ມໃໝ່ຂອງຄົນພິການທີ່ຖືໃບຢັ້ງຢືນບັນລຸເຖິງ 448.000 ຄົນ, ໃນນັ້ນຢູ່ຕົວເມືອງມີຜູ້ປະກອບອາຊີບເພີ່ມໃໝ່ 127.000 ຄົນ, ຢູ່ຊົນນະບົດມີຜູ້ປະກອບອາຊີບເພີ່ມໃໝ່ 321.000 ຄົນ.
ພ້ອມນັ້ນ, ໂຄງການສົ່ງເສີມການປະກອບອາຊີບທີ່ມີເອກະລັກພິເສດຈຳນວນໜຶ່ງກໍໄດ້ຮັບຜົນງານຢ່າງພົ້ນເດັ່ນ. ຕົວຢ່າງວ່າ, ປີ 2025 ໂຄງການ “ໂຮງງານສວຍງາມ” ທີ່ສົ່ງເສີມການປະກອບອາຊີບ ແລະ ການເພີ່ມລາຍຮັບໃຫ້ຄົນພິການເພດຍິງນັ້ນໄດ້ຈັດສັນຄົນພິການເພດຍິງ 7087 ຄົນປະກອບອາຊີບໂດຍກົງ, ຂັບເຄື່ອນຄອບຄົວຄົນພິການ 9658 ຄອບຄົວມີລາຍຮັບເພີ່ມຂຶ້ນ. ຖານສົ່ງເສີມການປະກອບອາຊີບຂອງຄົນພິການ 2898 ແຫ່ງໃນທົ່ວປະເທດໄດ້ຈັດສັນຄົນພິການ 37.000 ຄົນປະກອບອາຊີບ, ໂດຍຂັບເຄື່ອນຄອບຄົວຄົນພິການ 64.000 ຄອບຄົວໄດ້ສ້າງລາຍຮັບເພີ່ມຂຶ້ນຢ່າງໝັ້ນທ່ຽງ. ຈາກການອົບຮົມສີມືແຮງງານຮອດການເຊື່ອມຕໍ່ຕຳແໜ່ງວຽກເຮັດງານທຳ, ຈາກເຂດຊຸມຊົນໃນຕົວເມືອງຮອດທົ່ງນາ, ຈີນພວມສ້າງເຄືອຂ່າຍການບໍລິການດ້ານການປະກອບອາຊີບສຳລັບຄົນພິການທີ່ປົກຫຸ້ມຂອບເຂດຢ່າງກວ້າງຂວາງ, ຖືກເປົ້າໝາຍ ແລະ ມີປະສິດທິຜົນສູງ.
ໃນດ້ານການປະກັນສັງຄົມ, ຈີນໄດ້ປັບປຸງການອອກແບບລະບຽບການໃຫ້ສົມບູນຂຶ້ນເລື້ອຍໆ, ສ້າງເຄືອຂ່າຍປ້ອງກັນຄວາມໝັ້ນຄົງດ້ານຊີວິດການເປັນຢູ່ຂອງປະຊາຊົນທີ່ໜັກແໜ້ນໃຫ້ແກ່ກຸ່ມຄົນພິການ. ຂໍ້ມູນສະແດງໃຫ້ເຫັນວ່າ, ນັບມາຮອດທ້າຍປີ 2025, ທົ່ວປະເທດຈີນມີຄົນພິການ 27.737.000 ຄົນເຂົ້າຮ່ວມການປະກັນໄພດ້ານການລ້ຽງດູຜູ້ເຖົ້າຂັ້ນພື້ນຖານໃນຕົວເມືອງ ແລະ ຊົນນະບົດ, ຄົນພິການ 12.961.000 ຄົນໄດ້ຮັບເງິນລ້ຽງດູຜູ້ເຖົ້າ.
ການສ້າງສິ່ງອຳນວຍຄວາມສະດວກສຳລັບຄົນພິການແມ່ນສິ່ງຮັບປະກັນອັນສຳຄັນທີ່ຊ່ວຍຄົນພິການໃຫ້ສາມາດເຂົ້າຮ່ວມຊີວິດທາງສັງຄົມຢ່າງສະເໝີພາບກັນ. ໃນໂຄງການສະເພາະທີ່ປັບປຸງອິນເຕີເນັດເຂົ້າເຖິງຜູ້ເຖົ້າ ແລະ ອຳນວຍຄວາມສະດວກໃຫ້ຄົນພິການ, ປັດຈຸບັນໄດ້ມີ 3.000 ກວ່າ ເວັບໄຊ ແລະ ແອັບທາງໂທລະສັບມືຖືໄດ້ສຳເລັດການປັບປຸງ, ໂດຍໄດ້ເປີດການບໍລິການແກະສຽງ ແລະ ປ່ຽນຟາຍເອກະສານ ຕາມລຳດັບ. ໃນດ້ານສະພາບແວດລ້ອມທີ່ຢູ່ອາໄສຢູ່ເຮືອນ, ຈີນໄດ້ປັບປຸງສິ່ງອຳນວຍຄວາມສະດວກໃຫ້ແກ່ 1,28 ລ້ານຄອບຄົວທີ່ມີຄົນພິການປະເພດຮ້າຍແຮງ, ຖືວ່າໄດ້ສຳເລັດໜ້າທີ່ທີ່ກຳນົດໄວ້ໃນແຜນການ 5 ປີຄັ້ງທີ 14 ເກີນຄາດໝາຍ.
ໃນອະນາຄົດ, ຈີນຈະພະຍາຍາມເຮັດໃຫ້ຄົນພິການທຸກຄົນລ້ວນແຕ່ສາມາດເຂົ້າຮ່ວມຊີວິດທາງສັງຄົມໄດ້ຢ່າງສະເໝີພາບ ແລະ ຮ່ວມກັນຊົມໃຊ້ໝາກຜົນການພັດທະນາແຫ່ງການຫັນເປັນທັນສະໄໝຂອງຈີນ .