4 ເດືອນຕົ້ນປີ, ເສດຖະກິດແຫ່ງຊາດຈີນຮັກສາທ່າອ່ຽງຂະຫຍາຍຕົວຢ່າງໝັ້ນທ່ຽງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນໃນວັນທີ 18 ພຶດສະພາ ຜ່ານມາ, ໂຄສົກຈາກອົງການສະຖິຕິແຫ່ງຊາດຈີນໃຫ້ຮູ້ວ່າ: 4 ເດືອນຕົ້ນປີ 2026, ຈີນໄດ້ດໍາເນີນນະໂຍບາຍເສດຖະກິດມະຫາພາກທີ່ຕັ້ງໜ້າກວ່າເກົ່າ ໂດຍໄດ້ສຸມໃສ່ຮັບປະກັນການສະໜອງໂອກາດສ້າງວຽກເຮັດງານທຳທີ່ໝັ້ນທ່ຽງ, ຮັບປະກັນໃຫ້ວິສາຫະກິດດໍາເດີນທຸລະກິດຢ່າງໝັ້ນທ່ຽງ, ຮັບປະກັນໃຫ້ຕະຫຼາດມີຄວາມໝັ້ນທ່ຽງ ແລະ ຮັບປະກັນການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດທີ່ໝັ້ນທ່ຽງ, ເຮັດໃຫ້ເສດຖະກິດແຫ່ງຊາດຈີນສາມາດຮັກສາທ່າອ່ຽງຂະຫຍາຍຕົວທີ່ມີຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ.
ສະເພາະ 4 ເດືອນຕົ້ນປີ 2026, ມູນຄ່າເພີ່ມຂອງອຸດສາຫະກໍາຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 5.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ດັດຊະນີການຜະລິດຂອງຂະແໜງການບໍລິການທົ່ວປະເທດເພີ່ມຂຶ້ນ 4.9%, ຍອດມູນຄ່າການຄ້າຂາຍຍ່ອຍສິນຄ້າບໍລິໂພກທົ່ວສັງຄົມມີຫຼາຍກວ່າ 16,494 ຕື້ຢວນ ເພີ່ມຂຶ້ນ 1.9%, ຂະນະທີ່ຍອດມູນຄ່າການນໍາເຂົ້າ-ສົ່ງອອກຂອງສິນຄ້າມີຫຼາຍກວ່າ 16,225 ຕື້ຢວນ, ເພີ່ມຂຶ້ນ 14.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.