ລາວ - ໄທ ຮ່ວມມືພັດທະນາໂຄງການພະລັງງານໄຟຟ້າສະອາດ ຄາດກຳລັງການຜະລິດສູງເຖິງ 16,000 ເມກາວັດ

ໃນວັນທີ 12 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ (ສປປ ລາວ) ແລະ ບໍລິສັດ ອັລເຕີຣ໌ວິມ ຈໍາກັດ (Altervim Co., Ltd.) ເຊິ່ງເປັນບໍລິສັດໃນເຄືອຂອງ CP Group ແລະ ກຸ່ມບໍລິສັດ Arise Ventures Group ຈາກປະເທດໄທ, ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນ ພັດທະນາໂຄງການພະລັງງານໄຟຟ້າສະອາດ ໃນ ສປປ ລາວ ໂດຍມີເປົ້າໝາຍກຳລັງການຜະລິດສູງເຖິງ 16,000 ເມກາວັດ.
ສໍາລັບເນື້ອໃນສຳຄັນຂອງການຮ່ວມມືປະກອບມີ: ການພັດທະນາພະລັງງານໄຟຟ້ານ້ຳຕົກ, ພະລັງງານລົມ ແລະ ພະລັງງານແສງຕາເວັນ. ນອກຈາກຂະແໜງພະລັງງານແລ້ວ, ສອງຝ່າຍຍັງຈະຮ່ວມລົງທຶນໃນດ້ານປັນຍາປະດິດ (AI), ສູນຂໍ້ມູນ (Data Centers) ແລະ ໂຄງລ່າງພື້ນຖານດ້ານດີຈີຕອນ ເພື່ອສະໜັບສະໜູນການຫັນປ່ຽນໄປສູ່ເສດຖະກິດສີຂຽວ ແລະ ດີຈີຕອນຂອງອາຊຽນ.
ໃນພິທີ ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ການຮ່ວມຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍວິໄສທັດຂອງ ສປປ ລາວ ໃນການເປັນ "ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້" ໃຫ້ປະກົດຜົນເປັນຈິງ ບົນພື້ນຖານຄວາມຍືນຍົງ.
ຂະນະທີ່ ທ່ານ Suphachai Chearavanont ປະທານບໍລິສັດ ອັລເຕີຣ໌ວິມ ຈໍາກັດ ແລະ ກຸ່ມບໍລິສັດ Arise Ventures Group ກ່າວວ່າ: ການຮ່ວມຄັ້ງນີ້ ຈະຊ່ວຍຍົກລະດັບ ສປປ ລາວ ໃຫ້ເປັນສູນກາງພະລັງງານສະອາດ ແລະ ເສີມສ້າງຄວາມໝັ້ນຄົງທາງດ້ານພະລັງງານໃນລະດັບພາກພື້ນ ຢ່າງແທ້ຈິງ.
ການຮ່ວມມືລະຫວ່າງກຸ່ມທຸລະກິດຍັກໃຫຍ່ຈາກສອງປະເທດໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຂັບເຄື່ອນເສດຖະກິດສີຂຽວ ແລະ ການຫັນປ່ຽນທາງດ້ານດີຈີຕອນຂອງອາຊຽນ. ທັງນີ້ ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ, ເຕັກໂນໂລຊີ ແລະ ອຸດສາຫະກຳແຫ່ງອະນາຄົດໃນພາກພື້ນຢ່າງຍືນຍົງ.