ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍແບບຍືນຍົງ

ໃນວັນທີ 14 ພຶດສະພາ 2026 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍແບບຍືນຍົງ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຢູ່ ສປປ ລາວ ທີ່ໂຮງແຮມຄຣາວພລາຊາ ເປັນປະທານຮ່ວມຂອງທ່ານ ທ່ານ ປອ ລີເບີ ລີບົວປາວ ປະທານ ສວສສຊດ, ທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ Louis Mulaney ຫົວໜ້າພະແນກຮ່ວມມື, ສະຖານທູດອັງກິດປະຈຳ ສປປ ລາວ ແລະ ທ່ານ ນາງ  Heron Holloway ຜູ້ອຳນວຍການອົງການ WWF-LAOS.

ກອງປະຊຸມໄດ້ຮັບຟັງການບັນຍາຍພິເສດ ປະທານ ແລະ ຄະນະປະທານ ທັງ 4 ທ່ານ ແລະ ໄດ້ຮັບຟັງ ການສະເໜີ ຜົນການຄົ້ນຄວ້າວິທະຍາສາດ ທັງໝົດ 2 ບົດ ຄື: (1) “ການທົບທວນ ສະຖານະພາບຂອງແມ່ນໍ້າຂອງ” ແລະ (2) “ຜົນການປະເມີນການຂຸດຄົ້ນແຮ່ຫີນ ແລະ ຊາຍຕາມລຳແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ໃນ ສປປ ລາວ: ທົບທວນຄືນບັນດານະໂຍບາຍ, ລະບຽບ, ກົດໝາຍ, ກົນໄກປະສານງານ, ຊ່ອງຫວ່າງ ແລະ ຂໍ້ສະເໜີ ແນະທາງດ້ານນະໂຍບາຍ”. ເຊິ່ງເນື້ອໃນຈິດໃຈຫຼັກ ຂອງບົດລາຍງານຜົນການສຶກສາດັ່ງກ່າວສາມາດສະຫຼຸບສັງລວມ ໄດ້ໂດຍຫຍໍ້ດັ່ງນີ້: (1) ແຮ່ຫີນ ແລະ ຊາຍແມ່ນຊັບພະຍາກອນທໍາມະຊາດ ທີ່ໄດ້ຮັບການນໍາໃຊ້ຫຼາຍ, ໂດຍສະເພາະແມ່ນນໍາໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ອາຄານທີ່ຢູ່ອາໄສ, ຕົວເມືອງ ແລະອື່ນໆ; (2) ເຖິງແມ່ນວ່າ ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ ແລະ ຊາຍ ຈະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຂະຫຍາຍຕົວຂອງເສດຖະກິດ ແຕ່ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ ແລະ ຊາຍ ກໍຕິດພັນກັບຄວາມສ່ຽງ ທາງສັງຄົມ ແລະ ສິ່ງແວດລ້ອມ ຫຼາຍປະການ, ໂດຍສະເພາະແມ່ນ ຕາຝັ່ງເຈື່ອນ, ສົ່ງຜົນກະທົບຕໍ່ຄຸນນະພາບນໍ້າ,ຖິ່ນອາໄສຂອງສັດນໍ້າ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວິຖີການດຳລົງຊີວິດຂອງປະຊາຊົນ (3) ສູນກາງພັກ ແລະ ລັດຖະບານຂອງ ສປປ ລາວ ຂອງພວກເຮົາ ໄດ້ໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາແບບຍືນຍົງ ແລະການນໍາໃຊ້ຊັບພະຍາກອນທຳມະຊາດ ທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ (4) ແຕ່ເຖິງຢ່າງໃດກໍຕາມ, ກົນໄກການການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຢູ່ ສປປ ລາວຂອງພວກເຮົາ ກໍຍັງມີຈຸດອ່ອນ ແລະ ຊ່ອງຫວ່າງ ບາງປະການ ທີ່ຈະຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນຕື່ມ, ເປັນຕົ້ນແມ່ນ: (1) ການປະສານງານ ແລະ ນໍາພາໃນການຄຸ້ມຄອງຍັງພາຍໃຕ້ຂະແໜງການ, (2) ຍັງຂາດແຜນການ ແລະ ແຜນງານການຂຸດຄົ້ນທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ; ການອະນຸມັດໂຄງການຂຸດຄົ້ນແຮ່ຫີນ ແລະ ຊາຍ ໃນປະຈຸບັນ ຍັງອີງໃສ່ການສະເໜີ ຂອງຜູ້ລົງທຶນ ເປັນຕົ້ນຕໍ ເຮັດມີຄວາມສ່ຽງຕໍ່ສັງຄົມແລະ ສິ່ງແວດລ້ອມ, (3) ການຄຸ້ມຄອງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຍັງບໍ່ທັນມີປະສິດທິດພາບແລະ ປະສິດທິຜົນເທົ່າທີ່ຄວນ ເນື່ອງຈາກຫຼາຍສາເຫດໃນນັ້ນລວມມີ ຄວາມສາມາດ ແລະ ປະສົບການສະເພາະດ້ານຂອງພະນັກງານຂະແໜງການກ່ຽວຂ້ອງ, ຄວາມບໍ່ເປັນອິດສະຫຼະດ້ານການເງິນ-ງົບປະມານ,ຊ່ອງຫວ່າງ ຂອງລະບຽບກົດໝາຍ ແລະ ອື່ນໆ, (4) ລະບຽບກົດໝາຍທີ່ກ່ຽວຂ້ອງບາງສະບັບຍັງບໍ່ທັນສອດຄ່ອງກັນ ແລະ (5) ການຕິດຕາມ ແລະ ຄວບຄຸມ ການຂຸດຄົ້ນ, ການລັກລອບຂຸດຄົ້ນຍັງບໍ່ທັນເຂັ້ມແຂງ.

(5) ເພື່ອຍົກປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຢູ່ສປປ ລາວ ໃຫ້ສູງຂຶ້ນຕື່ມ ບົດລາຍງານຜົນການສຶກສາຄັ້ງນີ້ ມີຂໍ້ສະເໜີແນະຫຼາຍຂໍ້ໃຫ້ ສູນກາງພັກ, ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ໄປພິຈາລະນະປັບປຸງໃຫ້ເຂັ້ມແຂງຂຶ້ນຕື່ມ. ເຊິ່ງໃນນັ້ນລວມມີ:

 (1) ຍົກລະດັບຈຸດປະສານການຄຸ້ມຄອງໃຫ້ສູງຂື້ນຕື່ມ, (2) ພິຈາລະນາອະນຸມັດ ແລະ ຄຸ້ມຄອງການຂຸດຄົ້ນແຮ່ຫີນແລະ ຊາຍ ຕາມກົດໝາຍບໍ່ແຮ່ ປີ 2017 ເຊັ່ນດຽວກັບ ບໍ່ແຮ່ອື່ນໆ, (3) ເພີ່ມທະວີຄວາມເຂັ້ມແຂງໃນການຄຸ້ມຄອງຜົນກະທົບ ທາງສັງຄົມ ແລະ ສິ່ງແວດລ້ອມ, (4) ທົບທວນ ແລະ ປັບປຸງບັນດາກົດໝາຍ ແລະ ກົດລະບຽບທີ່ຂັດກັນ ໃຫ້ສອດຄ່ອງກັນ, (5) ດຳເນີນການສຶກສາ, ຄາດຄະເນຄວາມຕ້ອງການ, ຊອກຄົ້ນ-ສຳຫຼວດ ແລະ ສ້າງແຜນການຂຸດຄົ້ນ ທີ່ມີປະສິດທິພາບ ແລະ ປະສິດທິຜົນ, (6) ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ ໃຫ້ເຂັ້ມງວດຂຶ້ນຕື່ມ ແລະ (7) ເພີ່ມທະວີການສະກັດກັ້ນ ແລະປາບປາມ ການລັກລອບຂຸດຄົ້ນທີ່ບໍ່ຖືກຕ້ອງຕາມກົດໝາຍ.