AGL ຈັດກອງປະຊຸມຕົວແທນປະກັນໄພທົ່ວປະເທດ ປະຈຳປີ 2026

ໃນວັນທີ 12-13 ພຶດສະພາ 2026, ບໍລິສັດ AGL ປະກັນໄພລາວ ໄດ້ຈັດກອງປະຊຸມຕົວແທນປະກັນໄພທົ່ວປະເທດ ປະຈຳປີ 2026 ຂຶ້ນຢ່າງສົມກຽດ ທີ່ໂຮງແຮມ ອາມາຣິ ວຽງຈັນ (Amari Vientiane) ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍມີເປົ້າໝາຍເພື່ອສະຫຼຸບຕີລາຄາຜົນການດຳເນີນງານໃນປີຜ່ານມາ (2026) ແລະ ທິດທາງແຜນການປີ 2026 ແລະ ແຜນຍຸດທະສາດ 05 ປີ (2026-2030) ເພື່ອຍົກລະດັບມາດຕະຖານການບໍລິການ ແລະ ຊຸກຍູ້ການເຕີບໂຕຂອງທຸລະກິດໃນທົ່ວປະເທດ.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ນາງ ແສງອາລຸນ ອິນມີໄຊ, ຜູ້ອໍານວຍການໃຫຍ່ ບໍລິສັດ AGL ປະກັນໄພລາວ, ພ້ອມດ້ວຍ ທ່ານ ຖາວອນ ສຸລິວົງ, ຮອງຜູ້ອໍານວຍການໃຫຍ່ ແລະ ທ່ານ ສຽງ ໄຊຍະສານ, ຮອງຜູ້ອໍານວຍການໃຫຍ່, ຫົວໜ້າພະແນກ, ພະນັກງານຫຼັກແຫຼ່ງຂອງ AGL ແລະ ຕົວແທນປະກັນໄພຈາກທົ່ວປະເທດ ແລະ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ດໍາເນີນເປັນເວລາ 02 ວັນ ດ້ວຍບັນຍາກາດອັນອົບອຸ່ນ ແລະ ການແລກປ່ຽນບົດຮຽນກັນລະຫວ່າງບໍລິສັດ ແລະ ຕົວແທນ, ພ້ອມທັງຮັບຟັງການສະຫຼຸບຜົນໄດ້ຮັບໂດຍລວມຂອງປີ 2025 ແລະ ແຜນຍຸດທະສາດ 5 ປີ (2026-2030) ຂອງບໍລິສັດເພື່ອເປັນ ກຳນົດທິດທາງການດໍາເນີນງານ ແລະ ການຮັກສາສ່ວນແບ່ງການຕະຫຼາດໃນການເປັນຜູ້ນຳໃນຕະຫຼາດປະກັນໄພແຫ່ງ ສປປ ລາວ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານສະພາບຕະຫຼາດປະກັນໄພ ແລະ ຮັບຟັງການບັນຍາຍດ້ານລະບຽບການຈາກຜູ້ຕາງໜ້າກົມຄຸ້ມຄອງວິສາຫະກິດການເງິນ. ກອງປະຊຸມຍັງໄດ້ລົງເລິກລາຍລະອຽດກ່ຽວກັບຜະລິດຕະພັນປະກັນໄພຕ່າງໆ ເປັນຕົ້ນແມ່ນ ປະກັນໄພລົດ, ປະກັນໄພຊັບສິນ ແລະ ປະກັນໄພບຸກຄົນ. ພ້ອມທັງມີການສະເໜີໂຄງການພັດທະນາດ້ານດິຈິຕອນ, ວຽກງານແກ້ໄຂອຸປະຕິເຫດ, ວຽກງານການຕະຫຼາດ ແລະ ກິດຈະກຳສົ່ງເສີມການຂາຍໃໝ່ ເພື່ອສະໜັບສະໜູນວຽກງານຂອງຕົວແທນໃນທົ່ວປະເທດ.
ພ້ອມກັນນີ້ກໍໄດ້ມີພິທີມອບລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ຕົວແທນດີເດັ່ນປະຈຳປີ 2025 ເພື່ອເປັນການຍ້ອງຍໍສັນລະເສີນຄວາມທຸ້ມເທໃນການປະຕິບັດງານຢ່າງມີຜົນສໍາເລັດຢ່າງໜ້າຊື່ນຊົມ.
ນອກຈາກວາລະການປະຊຸມທີ່ເນື້ອໃນຄົບຖ້ວນ, ໃນມື້ທີສອງຂອງກອງປະຊຸມ ຍັງໄດ້ມີກິດຈະກຳ Team Building ໃຫ້ກັບຕົວແທນ ແລະ ພະນັກງານໄດ້ຮ່ວມກັນເຮັດກິດຈະກຳສ້າງສັນ ແລະ ຫຼີ້ນເກມຕ່າງໆ ຢ່າງມ່ວນຊື່ນ ເພື່ອເສີມສ້າງຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈກັນໃນຄອບຄົວ AGL. ເຊິ່ງເຕັມໄປດ້ວຍຮອຍຍິ້ມ, ສຽງເພງ ແລະ ການມອບລາງວັນຈາກກິດຈະກຳຕ່າງໆ..