ເຊກອງ ກຽມຄວາມພ້ອມເປັນເຈົ້າພາບ ຈັດມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ປີ 2027

ໃນວັນທີ 13 ພຶດສະພາ 2026 ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ 1 ເພື່ອກະກຽມຈັດມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຢຸ່ແຂວງເຊກອງ ຊຶ່ງແຂວງເຊກອງ ຈະເປັນເຈົ້າພາບໃນປີ 2027 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງເຊກອງ ລາຍງານວ່າ: ພາຍຫລັງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມອບທຸງມະຫະກຳກິລານັກຮຽນໃຫ້ແຂວງເຊກອງ ສືບຕໍ່ເປັນເຈົ້າພາບ ຈັດຕັ້ງປະຕິບັດ ຄັ້ງທີ 8 ໃນປີ 2027. ຈາກນັ້ນກໍໄດ້ຂໍທິດຊີ້ນຳຈາກການນຳແຂວງ ແລະ ປະສານສົມສົມກັບພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນວາງແຜນກະກຽມຄວາມພ້ອມຮອບດ້ານ, ປັດຈຸບັນ ໄດ້ສຳເລັດອອກຂໍ້ຕົກລົງ ຂອງເຈົ້າແຂວງ ສະບັບເລກທີ 366/ຊກ, ລົງວັນທີ 23 ຕຸລາ 2024 ວ່າດ້ວຍຮັບຮອງເອົາໄຟຟ້າພະລັງງານລົມ ຫລື ກັງຫັນລົມ ເປັນສັນຍາລັກໂລໂກ້, ປາຫວ່າຄຳ ເປັນສັນຍາລັກສັດນຳໂຊກ, ອອກຂໍ້ຕົກລົງ ເລກທີ 31/ຊກ, ລົງວັນທີ 12 ມີນາ 2025 ວ່າດ້ວຍຮັບຮອງເອົາ 13 ປະເພດກິລາ ບັນຈຸເຂົ້າໃນການແຂ່ງຂັນ, ຊີງຫລຽນລາງວັນ 456 ຫລຽນ ໃນນັ້ນ, ມີ 135 ຫລຽນຄຳ, 135 ຫລຽນເງິນ, 186 ຫລຽນທອງ, 135 ລາຍການແຂ່ງຂັນ ໂດຍແຂວງໜຶ່ງ ສາມາດສົ່ງຄະນະຄູຝຶກ ແລະ ນັກກິລາໄດ້ສູງສຸດ 394 ທ່ານ; ສຳເລັດຈັດກອງປະຊຸມ ຮ່ວມກັບກົມກິລາມວນຊົນ, ພາລະ ແລະ ສິລະປະສຶກສາ ຄັ້ງທີ 1 ຊຶ່ງໄດ້ກຳນົດໜ້າວຽກຈະຕ້ອງປະຕິບັດ 5 ຈຸດສຸມ, ຄັ້ງທີ 2 ໄດ້ກຳນົດໂຄງປະກອບບຸກຄະລາກອນ, ຄະນະຮັບຜິດຊອບລະດັບຊາດ ແລະ ງົບປະມານນຳໃຊ້ຢ່າງລະອຽດ; ວຽກງານການກໍ່ສ້າງພື້ນຖານໂຄງລ່າງ ລວມ 26 ກິດຈະກຳ, ກຳນົດຈຸດການແຂ່ງຂັນກິລາແຕ່ລະປະເພດ, ກຳນົດເປົ້າໝາຍ, ສູນພັກເຊົານັກກິລາ ຈາກບັນດາແຂວງ ທີ່ຈະເຂົ້າຮ່ວມ ມີ 17 ສູນ; ກະກຽມສະຖານທີ່ຮອງຮັບການນຳ, ແຂກ ແລະ ມວນຊົນທົ່ວໄປ.

ສຳລັບມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ 8 ທີ່ແຂວງເຊກອງ ຈະເປັນເຈົ້າພາບ ໃນປີ 2027 ຈະມີ 13 ປະເພດກິລາແຂ່ງຂັນຄື: ກິລາແລ່ນ-ລານ 38 ລາຍການ, ກິລາບານເຕະ 2 ລາຍການ, ບານສົ່ງໃນຮົ່ມ ແລະ ຫາດຊາຍ 4 ລາຍການ, ບານບ້ວງ 4 ລາຍການ, ເປຕັງ 9 ລາຍການ, ກະຕໍ້ 6 ລາຍການ, ໜ້າເກັກ 12 ລາຍການ, ໝາກເສິກ 9 ລາຍການ, ປິ່ງປ່ອງ 7 ລາຍການ, ດອກປີກໄກ່ 6 ລາຍການ, ໝາກແລ້ 12 ລາຍການ, ເທັກຄວັນໂດ 21 ລາຍການ ແລະ ກິລາດຶງເຊືອກ 5 ລາຍການ.

ໂອກາດນີ້, ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ມີທິດຊີ້ນຳຫລາຍບັນຫາ ໂດຍເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງໃຫ້ສຳເລັດທັນການ, ປະສານສົມທົບກັນຢ່າງກົມກຽວແຕ່ສູນກາງ ກໍຄືກະຊວງສຶກສາທິການ ແລະ ກິລາ ເພື່ອຂໍທິດຊີ້ນໍາໃນການກະກຽມແຜນວຽກຕ່າງໆໃນດ້ານກິລາ, ປະສານສົມທົບແໜ້ນກັບເຈົ້າໜ້າທີ່ ໃນການວາງແຜນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມປອດໄພນັບແຕ່ມື້ເລີ່ມແຂ່ງຂັນ ຈົນຮອດມື້ສໍາເລັດ. ພ້ອມນີ້, ກໍເອົາໃຈໃສ່ສະຫລຸບລາຍງານ, ປຶກສາຫາລື, ຖອດຖອນບົດຮຽນໃນແຕ່ລະອະນຸກຳມະການ ເປັນໄລຍະ ເພື່ອເຮັດໃຫ້ການກະກຽມຈັດງານມະຫະກຳກິລານັກຮຽນທົ່ວປະເທດ ຄັ້ງທີ 8 ໄດ້ຮັບຜົນສຳເລັດດ້ວຍດີ.