ສວນນໍ້າທິດາເພັດ ມີຫລາຍກິດຈະກໍາຕ້ອນຮັບປີໃຫມ່ ຮອງຮັບນັກທ່ອງທ່ຽວ

ທ່ານ ນາງ ພອນປະດິດ ແພງສັກເມືອງ ຜູ້ພັດທະນາ ສວນນໍ້າທິດາເພັດ ໃຫ້ຂໍ້ມູນໃນວັນທີ 7 ເມສາ 2026 ນີ້ວ່າ: ເຖິງວ່າທຸລະກິດ ແຫຼ່ງທ່ອງທ່ຽວສວນນໍ້າທິດາເພັດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການທາງດ້ານການທ່ອງທ່ຽວ ກໍຄືການຊົມໃຊ້ບໍລິການຂອງນັກທ່ອງທ່ຽວ ເຫັນວ່າຍັງມີບາງດ້ານຕ້ອງໄດ້ປັບປຸງໃຫ້ດີຂຶ້ນ. ສໍາລັບໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນໃນວັນທີ 14 - 16 ເມສາ 2026 ນີ້, ກໍມີການບໍລິການແບບປົກກະຕິຄືທີ່ຜ່ານມາ, ພິເສດໃນໄລຍະບຸນປີໃໝ່ລາວ ປີນີ້ ຢູ່ສວນນໍ້າທິດາເພັດ ຈະບໍ່ໄດ້ເກັບຄ່າເຂົ້າຊົມ, ບໍ່ໄດ້ເກັບຄ່າຝາກລົດ, ຄ່າບ່ອນນັ່ງ ແລະ ຄ່າຕູບກໍບໍ່ໄດ້ເກັບ, ມີການບໍລິການອາຫານ, ເຄື່ອງດື່ມ, ມີກາເຟແຊບໆ, ນໍ້າໝາກພ້າວຫວານໆ ແຕ່ລາຄາບໍ່ແພງ ເພື່ອບໍລິການລູກຄ້າ. ນອກນີ້ ສວນນໍ້າທິດາເພັດ ຍັງມີກິດຈະກໍາດີໆສໍາລັບເດັກນ້ອຍ. ທັງນີ້ ກໍເພື່ອສ້າງໃຫ້ສວນນໍ້າທິດາເພັດ ເປັນສວນຕົວແບບໃຫ້ນັກຮຽນໄດ້ເຂົ້າມາທັດສະນະ ສຶກສາກ່ຽວກັບປະເພດຕົ້ນໄມ້ຕ່າງໆ ເພື່ອປູກຈິດສໍານືກໃຫ້ລູກຫຼານ ຮູ້ຮັກທໍາມະຊາດ, ສິ່ງແວດລ້ອມ ແລະ ເປີດກ້ວາງໃຫ້ອົງກອນຕ່າງໆໄດ້ເຂົ້າມາຈັດກິດຈະກຳ ຕາມເເຕ່ລະໂອກາດວັນສໍາຄັນຕ່າງໆ.
ທ່ານ ນາງ ພອນປະດິດ ແພງສັກເມືອງ ກ່າວຕື່ມວ່າ: ການພັດທະນາແຫຼ່ງທ່ອງທ່ຽວສວນນໍ້າທິດາເພັດ ແມ່ນພັດທະນາໃນຮູບແບບກະສີກຳ ໂດຍຖືເອົາວຽກງານກະສີກຳ ເປັນບູລິມະສິດໜຶ່ງ ໃນການພັດທະນາ ເພື່ອສົ່ງເສີມການຜະລິດເປັນສິນຄ້າ, ການບໍລິການສ້າງວຽກເຮັດງານທໍາ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ. ສວນນໍ້າທິດາເພັດ ມີຄວາມສວຍສົດງົດງາມ, ມີສາຍນໍ້າທໍາມະຊາດໄຫຼຜ່ານຕະຫຼອດປີຈິ່ງເໝາະສົມສໍາລັບພັກຜ່ອນ ແລະ ທ່ອງທ່ຽວໂດຍສະເພາະໃນສະພາບອາກາດຮ້ອນໆແບບນີ້.
ສະຖານທີ່ທ່ອງທ່ຽວສວນນໍ້າທິດາເພັດ ຢູ່ບ້ານຫຼັກ 40 ເມືອງປະທຸມພອນ ແຂວງຈໍາປາສັກ ໄລຍະປີ 2015 - 2018, ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມເປັນຢ່າງດີ ໃນດ້ານການທ່ອງທ່ຽວສີຂຽວ ຈິ່ງໄດ້ຂະຫຍາຍໃຫ້ມີສະຖານທີ່ບໍລິການໃຫ້ພຽງພໍ ໂດຍເປີດຮ້ານອາຫານບໍລິການ ໃນໄລຍະວັນເສົາ - ວັນອາທິດ ແລະ ເທດສະການວັນສໍາຄັນຕ່າງໆ, ຄຽງຄູ່ກັນນີ້ ກໍໄດ້ເລີ່ມປູກຕົ້ນໄມ້ໃຫ້ໝາກ ແລະ ລ້ຽງສັດຈໍານວນໜຶ່ງ ເຊັ່ນ: ລ້ຽງປາ, ງົວ, ຂົກກະຈອກ ແລະ ໝູປ່າ. ໃນປີ 2019 - 2023, ເຖິງວ່າຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດນໍ້າຖ້ວມ ແລະ ການລະບາດຂອງພະຍາດໂຄວິດ-19 ແລະ ວິດກິດການໄພເງີນເຟີ້ ແຕ່ຜູ້ພັດທະນ່ສວນນໍ້າທິດາເພັດ ບໍ່ໄດ້ລົດລະຄວາມພະຍາຍາມ ແລະ ໄດ້ຫັນວິກິດໃຫ້ກາຍເປັນໂອກາດ, ໂດຍໄດ້ມີການປັບປຸງພື້ນທີ່ທໍາການຜະລິດ ໃນຂອບເຂດເນື້ອທີ່ 60 ເຮັກຕາ, ເປັນໂຊນທ່ອງທ່ຽວ 4 ເຮັກຕາ ຂອງຈໍານວນເນື້ອທີ່ທັງໝົດ ເພື່ອໃຫ້ສອດຄ່ອງຕາມແຜນພັດທະນາເສດຖະກິດ ຈິ່ງໄດ້ຂໍອະນຸຍາດຈົດທະບຽນດຳເນີນທຸລະກິດ ເປັນທິດາເພັດຟາມ ຂຶ້ນເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍານວນໜຶ່ງ, ເປົ້າໝາຍກໍເພື່ອພັດທະນາເປັນແຫຼງທ່ອງທ່ຽວໃນຮູບແບບກະສິກຳ. ເລີ່ມແຕ່ກາງປີ 2024 ຈົນຮອດປະຈຸບັນ ໄດ້ມີການປັບປຸງຮ້ານອາຫານ, ສະຖານທີ່ບໍລິການພັກຜ່ອນ, ມີການບໍລິການແບບແຄ້ມປິ້ງ, ມີສັດລ້ຽງໄວ້ໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມເປັນຕົ້ນແມ່ນນົກກະຈອກເທບ, ແກະ, ນົກຍຸງ ແລະອື່ນໆ.
ໂດຍ: ທູນທອງໃຈ