ອາເມຣິກາ ກຳລັງ “ພິຈາລະນາຢ່າງຈິງຈັງ” ເພື່ອຖອນຕົວອອກຈາກກຸ່ມນາໂຕ

ຄວາມຂັດແຍ້ງກັນລະຫວ່າງອາເມຣິກາ ແລະ ບັນດາປະເທດເອີຣົບນັບມື້ນັບຮຸນແຮງຂຶ້ນ ຍ້ອນການປະທະກັນຢູ່ຕາເວັນອອກກາງ.
 
ສື່ມວນຊົນຕ່າງປະເທດລາຍງານວ່າ: ທ່ານໂດນັນ ທຣຳ ປະທານາທິບໍດີອາເມຣິກາກ່າວວ່າ: ຍ້ອນປະເທດສະມາຊິກກຸ່ມນາໂຕບໍ່ເຂົ້າຮ່ວມສົງຄາມຕໍ່ອີຣານ, ຕົນກຳລັງ “ພິຈາລະນາຢ່າງຈິງຈັງ” ເພື່ອຖອນຕົວອອກຈາກກຸ່ມນາໂຕ.
 
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນວັນທີ 31 ມີນາຜ່ານມາ, ທ່ານປີເຕີ ໄບຣອັນ ເຮກເຊັດ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ: ໂດຍພິຈາລະນາຈາກປະເທດພັນທະມິດຈຳນວນໜຶ່ງປະຕິເສດການໃຫ້ການຊ່ວຍເຫຼືອ, ທ່ານໂດນັນ ທຣຳຈະຕັດສິນອະນາຄົດຂອງກຸ່ມນາໂຕ ຫຼັງຈາກການເຄື່ອນໄຫວທາງການທະຫານຕໍ່ອີຣານສິ້ນສຸດລົງ.
 
ຕອນເຊົ້າມື້ດຽວກັນ, ທ່ານໂດນັນ ທຣຳ ໄດ້ໂພສສອງຂໍ້ຄວາມຜ່ານສື່ສັງຄົມອອນລາຍ ໂດຍໄດ້ສະແດງຄວາມບໍ່ພໍໃຈຕໍ່ອັງກິດ ແລະ ຝຣັ່ງໃນການເຄື່ອນໄຫວທາງການທະຫານຕໍ່ອີຣານ