ປີ 2026, ສ່ວຍສາອາກອນແຂວງຈໍາປາສັກ ເກັບລາຍຮັບເຂົ້າງົບປະມານໄດ້ 449 ຕື້ກີບ

#ໃນ 3 ເດືອນ ງວດ I ປີ 2026, ສ່ວຍສາອາກອນປະຈໍາແຂວງຈໍາປາສັກ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 449 ຕື້ 96 ລ້ານກີບ, ທຽບກັບ 30,99% ຂອງແຜນການປີ. ວຽກງານຄຸ້ມຄອງການເກັບຄ່າທຳນຽມທາງໃນ 3 ເດືອນ ສາມາດເກັບໄດ້ 22.228 ຄັນ, ເປັນເງິນ 5 ຕື້ 51 ລ້ານກີບ, ຄ່າປັບໃໝ 695 ລ້ານກີບ, ເທົ່າກັບ 68,90% ຂອງແຜນການປີ. ວຽກງານປ້ອນຂໍ້ມູນຕອນດິນເຂົ້າລະບົບຄຸ້ມຄອງເກັບອາກອນທີ່ດິນຕາມກົດໝາຍ 35, ໃນງວດ I ປີ 2026, ປັກໝຸດໄດ້ 1.635 ຕອນ, ປ້ອນເຂົ້າໄດ້ທັງໝົດ 280.937 ຕອນ, ເທົ່າກັບ 99,18% ຂອງຂໍ້ມູນອາກອນ. ສໍາລັບທິດທາງແຜນການ 3 ເດືອນ ງວດ II ປີ 2026, ສ່ວຍສາອາກອນປະຈໍາແຂວງ ຈະສຸມໃສ່ຈັດເກັບລາຍຮັບໃຫ້ໄດ້ທັງໝົດ 363 ຕື້ກີບ ເພື່ອສູ້ຊົນຈັດເກັບລາຍຮັບງົບປະມານ ໃຫ້ໄດ້ຕາມແຜນການ, ຄາດຄະເນໝົດປີ 2026 ແມ່ນ 1.500 ຕື້ກີບ.
#ຂໍ້ມູນດັ່ງກ່າວນີ້ ຖືກລາຍງານໃນໂອກາດທີ່ສ່ວຍສາອາກອນປະຈໍາແຂວງຈໍາປາສັກ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳ 3 ເດືອນ ງວດ I ປີ 2026 ແລະ ວາງທິດທາງແຜນການ 3 ເດືອນ ງວດ II ທີ່ຈັດຂຶ້ນໃນວັນທີ 2 ເມສາ 2026 ຢູ່ຫ້ອງປະຊຸມພະແນກການເງິນແຂວງ (ຕຶກບີ) ໂດຍການເປັນປະທານຂອງທ່ານ ປອ.ອຸ່ນຄຳ ກອງຈຳປາ ຫົວໜ້າສ່ວຍສາອາກອນປະຈຳແຂວງ. ມີການນໍາສ່ວຍສາອາກອນປະຈໍາແຂວງ ພ້ອມດ້ວ6ຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
#ໃນກອງປະຊຸມ ທ່ານ ຄໍາພັນ ນວນປະເສີດ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາແຂວງ ໃນ 3 ເດືອນ ງວດ I ປີ 2026 ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງນໍາພາວຽກງານແຕ່ລະດ້ານ ນັບແຕ່ດ້ານການເມືອງ - ແນວຄິດ, ດ້ານກົງຈັກການຈັດຕັ້ງ, ບຸກຄະລາກອນ ແລະ ບໍລິຫານ - ການເງິນ, ວຽກງານກວດກາພາຍໃນ, ວຽກງານຜົນການກວດສອບ - ກວດກາ ແລະ ວຽກງານຈັດເກັບລາຍຮັບເຂົ້າງົບປະມານ, ວຽກງານຄຸ້ມຄອງເກັບລາຍຮັບ, ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ, ພ້ອມນີ້, ກໍໄດ້ຜ່ານທິດທາງແຜນການ, ມາດຕະການໃນການຈັດຕັ້ງປະຕິບັດ ໃນ 3 ເດືອນ ປະຈໍາງວດ II ປີ 2026 ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນການ ປີ 2026 ໃຫ້ບັນລຸຕາມແຜນການທີ່ວາງໄວ້.
#ຕໍ່ມາ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ເຮັດໃຫ້ມີເນື້ອໃນເລິກເຊິ່ງ ແນໃສ່ການຈັດຕັ້ງປະຕິບັດການເກັບລາຍຮັບງົບປະມານຢ່າງມີປະສິດທິຜົນ. ຕອນທ້າຍກອງປະຊຸມ, ທ່ານ ປອ.ອຸ່ນຄຳ ກອງຈຳປາ ຫົວໜ້າສ່ວຍສາອາກອນປະຈຳແຂວງ ກໍໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕີບັດວຽກງານສ່ວຍສາອາກອນປະຈໍາແຂວງ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
* ຂ່າວ-ພາບ: ທູນທອງໃຈ *