ຄູ່ຮ່ວມງານຈາກລັດຖະບານ ແລະອົງການອະນຸລັກສັດປ່າ ປ່ອຍແຂ້ນ້ອຍນ້ຳຈືດພັນພື້ນເມືອງລາວກັບຄືນສູ່ທີ່ດິນບໍລິເວນນ້ຳເຊຈຳພອນ

ໃນວັນທີ 19 ມີນາຜ່ານມາ ນີ້ ອົງການອະນຸລັກສັດປ່າຮ່ວມ ກັບພາກສ່ວນຕ່າງໆຂອງພາກ ລັດໄດ້ຈັດພິທີປ່ອຍແຂ້ນ້ອຍ ຈຳນວນ 56 ໂຕກັບຄືນສູ່ທໍາ ມະຊາດຈຳນວນ ເຊິ່ງຈັດຂຶ້ນ ທີ່ບ້ານດອນຍາໂນງ, ເມືອງ ຊົນນະບູລີ ແຂວງສະຫວັນນະ ເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ສຸບິນ ຫຼວງ ດ້ວງ ປະທານ ຄະນະກຳມະການປົກຄອງ ເມືອງຊົນນະບູລີ, ມີຜູ້ຕາງໜ້າ ກົມປ່າໄມ້ກະຊວງກະສິກຳ ແລະສິ່ງແວດລ້ອມ, ຕາງໜ້າ ພະແນກກະສິກຳ ແລະສິ່ງແວດ ລ້ອມ ແຂວງ, ທ່ານ ປອ ສັນຕິ ໄຊ ປັນຍາ ຫົວໜ້າອົງການອະນຸລັກ ສັດປ່າ ປະຈຳ ສປປ ລາວ, ຄະ ນະກຳມະການປົກຄອງເມືອງ ຈຳພອນ, ສອງຄອນ ແລະໄຊບູລີ ພ້ອມທັງຄະນະຈັດຕັ້ງ ແລະຄຸ້ມ ຄອງໂຄງການທັງຂັ້ນແຂວງ ແລະຂັ້ນເມືອງ ພ້ອມຕາງ ໜ້າອໍານາດການປົກຄອງບ້ານ ເປົ້າໝາຍໂຄງການທັງໝົດ 27 ບ້ານເຂົ້າຮ່ວມຈຳນວນ 100 ກວ່າຄົນ.
ທ່ານ ສຸບິນ ຫຼວງດ້ວງ ໄດ້ ກ່າວເປີດພິທີຢ່າງເປັນທາງ ການວ່າ: ອີງຕາມປະຫວັດ ຄວາມເປັນມາຂອງແຂ້ສາຍ ພັນພື້ນເມືອງລາວ ດັ່ງກ່າວນີ້, ຊຸມຊົນທ້ອງຖິ່ນມີໄດ້ຄວາມ ຕິດແທດ, ຄຸ້ນເຄີຍມາແຕ່ຄັ້ງອະ ດີດ, ເຊິ່ງພວກມັນອາໄສ ແລະ ຫາກິນສັດນໍ້າຊະນິດອື່ນໆ ຢູ່ ຕາມແຫຼ່ງນໍ້າທຳມະຊາດ, ບັນ ດາກຸດ, ໜອງບຶງທຳມະຊາດ ຕ່າງໆ; ແຂ້ຊະນິດພັນນີ້ມີລັກ ສະນະພິເສດສະເພາະແຕກ ຕ່າງຈາກແຂ້ສາຍພັນອື່ນໆໃນ ທາງດ້ານພຶດຕິກຳທີ່ເປັນມິດ ກັບສະພາບແວດລ້ອມ, ທາງດ້ານສີສັນລວດລາຍທີ່ເປັນເອກະລັກ ແລະມີຂະໜາດນ້ອຍ ຫາປານກາງ ເຊິ່ງປະຫວັດຜ່ານ ມານັ້ນ, ສາຍພັນດັ່ງກ່າວ ແມ່ນ ຍັງບໍ່ມີເຫດການທຳຮ້າຍມະ ນຸດ ແລະສັດລ້ຽງໃດໆ. ການ ປ່ອຍແຂ້ນ້ອຍພັນພື້ນເມືອງ ລາວໃນຄັ້ງນີ້ຖືວ່າເປັນພິທີ ການໜຶ່ງທີ່ມີຄວາມສຳຄັນຢ່າງ ຍິ່ງຕໍ່ຮູບແບບການຟື້ນຟູຊະນິດ ສາຍພັນແຂ້ພື້ນເມືອງລາວ ພ້ອມກັບການຄຸ້ມຄອງສັດຊະ ນິດສາຍພັນທີ່ມີຄວາມສ່ຽງຕໍ່ ການສູນພັນໃນອະນາຄົດຂ້າງ ໜ້າ ໂດຍການປະສານສົມທົບ, ການມີສ່ວນຮ່ວມຈາກອົງການ ຈັດຕັ້ງພາກລັດ ແລະຊຸມຊົນ ທ້ອງຖິ່ນບ້ານເປົ້າໝາຍທັງ ໝົດ 27 ບ້ານ ແລະບ້ານອ້ອມ ຂ້າງໃນ 4 ຕົວເມືອງຄື: ເມືອງ ຊົນນະບູລີ, ເມືອງຈໍາພອນ, ເມືອງ ສອງຄອນ ແລະເມືອງໄຊບູລີ ເຂົ້າໃນການຄຸ້ມຄອງຕາມຫຼັກ ວິທີການສາມາດກໍ່ໃຫ້ເກີດມີ ຄວາມຍືນຍົງ, ພິທີດັ່ງກ່າວຍັງ ໄດ້ຮັບການປະກອບສ່ວນຈາກ ພິທີທາງສາສະໜາຈາກພຣະ ສົງ ເພີ່ມຄວາມເຊື່ອຖືທາງດ້ານ ຈິດໃຈ, ຫວງແຫນສັດຊະນິດ ດັ່ງກ່າວ.
ໂຄງການອະນຸລັກແຂ້ນໍ້າ ຈືດພື້ນເມືອງລາວ (ອົງການ ອະນຸລັກສັດປ່າ) ໂດຍການ ຮ່ວມມືຢ່າງໃກ້ຊິດກັບຊຸມຊົນ ທ້ອງຖິ່ນ ແລະລັດຖະບານໄດ້ ຈັດຕັ້ງປະຕິບັດຢູ່ໃນ 4 ເມືອງເປົ້າໝາຍຂອງແຂວງສະຫວັນນະເຂດ(ຊົນນະບູລີ, ຈຳພອນ, ສອງຄອນ ແລະໄຊບູລີ) ເພື່ອ ແນໃສ່ຟື້ນຟູປະຊາກອນສັດຊະ ນິດນີ້. ສຳລັບໄຂ່ແຂ້ໄດ້ຖືກເກັບ ແລະຂົນຍ້າຍໄປໃຫ້ຫ້ອງການ ປົກຄອງບ້ານ ເພື່ອນຳໄປບົ່ມ ຝັກໃນອຸນນະພູມທີ່ເໝາະສົມ ປະມານ 2 ເດືອນ, ເມື່ອໄຂ່ເບາະ ອອກມາແລ້ວ, ລູກແຂ້ຈະຖືກ ອະນຸບານຕໍ່ອີກປະມານ 75-80 ວັນ, ໂດຍຈະມີຄວາມຍາວ ເກີນ 1 ແມັດ, ແລ້ວຈຶ່ງຖືກປ່ອຍ ຄືນສູ່ທໍາມະຊາດໃນທີ່ດິນບໍລິ ເວນນໍ້າ ປະຈຸບັນ, ມີແຂ້ນ້ອຍ ນໍ້າຈືດ 189 ໂຕ ກໍາລັງຖືກອະນຸບານໂດຍທີມງານອະນຸລັກແຂ້ຂັ້ນບ້ານ. ນັບຕັ້ງແຕ່ໂຄງ ການໄດ້ລິເລີ່ມມາໄດ້ມີການ ປ່ອຍແຂ້ໄປທັງໝົດ 239 ໂຕ ຄືນສູ່ທໍາມະຊາດໃນທີ່ດິນບໍ ລິເວນນໍ້າເຊຈໍາພອນ, ມີການ ພົບຮັງໄຂ່ແຂ້ປະມານ 10 ຮັງ ໃນແຕ່ລະປີ ແລະອີງຕາມຈຳ ນວນຮັງເຫຼົ່ານີ້, ມີການຄາດຄະ ເນປະຊາກອນແຂ້ນໍ້າຈືດໄດ້ ປະມານ 300-350 ໂຕທີ່ອາ ໄສຢູ່ໃນທີ່ດິນບໍລິເວນນໍ້າເຊຈຳ ພອນ, ລວມທັງແຂ້ນ້ອຍ.
ອີງຕາມຂໍ້ມູນສໍາຫຼວດ ແລະ ການລາຍງານກຸ່ມຊ່ຽວຊານ ແຂ້ຂອງອົງການອະນຸລັກທໍາ ມະຊາດໂລກ (CSGIUCN) ໃນທຳມະຊາດມີແຂ້ນໍ້າຈືດພັນ ພື້ນເມືອງລາວ (Crocody lussiamensis) ໜ້ອຍກວ່າ 1,000 ໂຕ ທີ່ຍັງ ເຫຼືອຢູ່, ແຂ້ ຊະນິດພັນນີ້ຖືກຈັດໃຫ້ເປັນສັດ ທີ່ໃກ້ຈະສູນພັນຂັ້ນວິກິດ ໂດຍ ອົງການ IUCN./.