ທ່ານ ນາງ ເຮເລນ່າ ລິດລືຊາ ຮັບລາງວັນ New Generation Idol Star Award 2026

ທ່ານ ນາງ ເຮເລນ່າ ລິດລືຊາ ນັກທຸລະກິດຍິງ ຢູ່ລະດັບແຖວໜ້າຂອງລາວທີ່ເພິ່ນມີຄວາມຮູ້ຄວາມສາມາດ ແລະວິໄສ່ທັດພັດທະນາການບໍລິຫານທີ່ມີປະສົບການຫຼາຍປີ ກາຍເປັນທີ່ຍ້ອມຮັບສັງຄົມທົ່ວໂລກໃນເລື່ອງການໃຫ້ບໍລິການ ດຳເນີນທຸລະກິດພາຍໃຕ້ຊື່ ບໍລິສັດ ລິດລືຊາ ການຄ້າ,ລິດລືຊາ ຈິວວີລີ້ ຊື່ແບຣນ HELEN ແລະອື່ນໆ. ປະຈຸບັນໄດ້ຮັບລາງວັນ New Generation Idol Star Award 2026 ແມ່ນລາງວັນທີ່ມອບໃຫ້ຄົນລຸ້ນໃໝ່ ທີ່ມີອິດທິພົນ ແລະສາມາດສ້າງແຮງບັນດານໃຈໃນດ້ານພາບລັກ ທຸລະກິດ ແລະໄລຟ໌ສະໄຕລ໌.

ທ່ານ ນາງ ເຮເລນ່າ ລິດລືຊາ ໃຫ້ສຳພາດນັກຂ່າວເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ປະຈຸບັນຕົງເອງດຳເນີນທຸລະກິດພາຍໃຕ້ຊື່ ບໍລິສັດ ລິດລືຊາ ການຄ້າລິດລືຊາ ຈິວວີລີ້ ຊື່ແບຣນ HELEN ແລະ ອື່ນໆ ແລະລາງວັນ New Generation Idol Star Award 2026 ແມ່ນລາງວັນທີ່ມອບໃຫ້ຄົນລຸ້ນໃໝ່ ທີ່ມີອິດທິພົນ ແລະ ສາມາດສ້າງແຮງບັນດານໃຈໃນດ້ານພາບລັກທຸລະກິດ ແລະໄລຟ໌ສະໄຕລ໌.

ຊຶ່ງກ່ອນຈະໄດ້ມາຮັບລາງວັນດັ່ງກ່າວແມ່ນມັນເປັນການຢືນຢັນວ່າ ຄວາມຕັ້ງໃຈ ແລະສິ່ງທີ່ຂ້ອຍສ້າງມາ ໄດ້ຮັບການຍອມຮັບໃນອີກຂັ້ນໜຶ່ງ”ຈຸດເລີ່ມຕົ້ນມາຈາກຄລິບທີ່ມີບໍດີ້ກາດຊຶ່ງຄລິບນັ້ນໄດ້ກາຍເປັນໄວລໍ ແລະຖືກກ່າວເຖິງໄປທົ່ວໂລກບໍ່ວ່າຈະເປັນຈຸດເລີ່ມຕົ້ນຄືຄິບຈາກການໄປທ່ຽວຢູ່ປະເທດດູໄບ ທີ່ມີບໍດີ້ກາດປະຄົບຕະຫລອດ.

ຈາກຈຸດນັ້ນ ເຮັດໃຫ້ຜູ້ຄົນເລີ່ມຮູ້ຈັກຕົວຕົນ ແລະໄລຟ໌ສະໄຕລ໌ຂອງຂ້ອຍຫຼາຍຂຶ້ນ. ຫຼັງຈາກນັ້ນຂ້ອຍໄດ້ຕໍ່ຍອດໃນດ້ານທຸລະກິດ ແລະ ພາບລັກຂອງບໍລິສັດແລະແບຣນຢ່າງຈິງຈັງຈົນມາຮອດມື້ນີ້ ໄດ້ຮັບລາງວັນ New Generation Idol Star Award 2026 ຊຶ່ງຖືເປັນອີກບາດກ້າວຫນື່ງໃນຊີວິດ. ລາງວັນດັ່ງກ່າວຖືວ່າຕົນເອງມີຄວາມຮູ້ສຶກເປັນກຽດ ແລະຂອບໃຈຫຼາຍ, ແຕ່ສຳລັບຂ້ອຍລາງວັນນີ້ບໍ່ແມ່ນຈຸດສິ້ນສຸດ,ມັນເປັນເໝືອນ milestone ໜຶ່ງທີ່ເຕືອນໃຫ້ຂ້ອຍຮັກສາມາດຕະຖານ ແລະພັດທະນາຕົນເອງໃຫ້ດີຂຶ້ນຕໍ່ໄປ.

ທ່ານ ນາງ ເຮເລນ່າ ລິດລືຊາ ໃຫ້ຮູ້ຕື່ມວ່າ: ສຳລັບວິໄສທັດໂຕເອງໃນການພັດທະນາເຕີບໂຕຂອງອົງກອນ ຕ້ອງມາຈາກພື້ນຖານທີ່ແຂງແຮງທັງໃນດ້ານມາດຕະຖານ ການບໍລິຫານ ແລະພາບລັກສິ່ງທີ່ຂ້ອຍຍຶດຖືແມ່ນຄວາມສະໝ່ຳສະເຫມີໃນການພັດທະນາ ແລະການເບິ່ງໃນໄລຍະຍາວພ້ອມກັບການປັບຕົວໃຫ້ທັນກັບໂລກທີ່ປ່ຽນແປງໄປໃນແຕ່ລະມື້ແຕ່ລະປີເພື່ອໃຫ້ທຸລະກິດເຕີບໂຕຢ່າງຢືນຢົງ ແລະ ມີຄຸນຄ່າໃນອະນາຄົດ. ຄວາມສຳເລັດບໍ່ແມ່ນພຽງແຕ່ການເຕີບໂຕຂອງຕົນເອງແຕ່ແມ່ນການສາມາດແບ່ງປັນ ແລະສ້າງຄຸນຄ່າໃຫ້ກັບສັງຄົມ.

ນອກຈາກການດຳເດີນທຸລະກິດໂດດເດັ່ນ ໄລຍະຜ່ານມາໄດ້ມີໂອກາດຊ່ວຍເຫຼືອສັງຄົມໃນຫຼາຍດ້ານບໍ່ວ່າຈະເປັນການຊ່ວຍຜູ້ທີ່ຂາດໂອກາດເດັກນອ້ຍຢູ່ສູນພິການ ສູນສົ່ງເຄາະ ຫຼືການສະໜັບສະໜູນກິດຈະກຳເພື່ອສັງຄົມໄພນ້ຳຖວ້ມມີສວ່ນຮວ່ມໃນການສ້າງວັດເຮັດບຸນ ແລະອື່ນໆ…

ແນວໃດກໍ່ຕາມປະຈຸບັນພັກ-ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການສົ່ງເສີມຄວາມເທົ່າທຽມ ສິດສະເໝີພາບຍິງ-ຊາຍ ແນໃສ່ເປີດໂອກາດໃຫ້ແມ່ຍິງໄດ້ພັດທະນາຕົນເອງດ້ານຄວາມຮູ້, ຄວາມສາມາດ ແລະສະແດງສັກກະຍະພາບຂອງຕົນເອງຢ່າງເຕັມທີ່ຊຶ່ງຈະເປັນກະແຈສຳຄັນທີ່ຊ່ວຍໃຫ້ປະເທດຊາດ ພັດທະນາໄປຢ່າງໝັ້ນຄົງ ແລະຍືນຍົງ. ນອກຈາກນີ້, ແມ່ຍິງລາວຍັງເປັນຜູ້ອະນຸລັກຮັກສາ ແລະເຜີຍແຜ່ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດໃຫ້ສາກົນໄດ້ຮັບຮູ້ຢ່າງທົ່ວເຖິງ.


#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ