ແຂວງອັດຕະປື ກໍານົດ 7 ທິດທາງໜ້າທີ່ລວມການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030

ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງອັດຕະປື ໄດ້ກໍານົດໄວ້ວ່າ: ແຕ່ປີ 2026-2030 ແຂວງອັດຕະປື ໄດ້ກໍານົດ 7 ທິດທາງໜ້າທີ່ລວມ ຂອງການພັດທະນາເສດຖະກິດ-ສັງຄົມ, ຊຶ່ງແຜນດັ່ງກ່າວນີ້ ເປັນແຜນຈັດຕັ້ງຜັນຂະຫຍາຍແນວທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນອັນລະອຽດ, ໂດຍການສືບຕໍ່ສຸມໃສ່ແກ້ໄຂບັນຫາໜີ້ສິນ, ລາຄາສິນຄ້າ, ອັດຕາແລກປ່ຽນ, ບັນຫາຄ່າຄອງຊີບ ແລະ ຄວາມທຸກຍາກໃນຊົນນະບົດ ທີ່ຍັງສືບຕໍ່ເປັນສິ່ງທ້າທາຍ. ໂດຍອີງໃສ່ຈຸດພິເສດຂອງແຂວງບວກກັບທ່າແຮງ, ກາລະໂອກາດ ແລະ ບົດຮຽນຜ່ານມາ.
 
ແຜນຄັ້ງນີ້ ໄດ້ກໍານົດຄໍາຂວັນອອກຄື: ສ້າງແຂວງອັດຕະປື ໃຫ້ເປັນແຂວງສີຂຽວ, ມີສະເໜ່, ສະຫງົບ, ປອດໄພ ກາຍເປັນເຂດບໍລິການດ້ານການທ່ອງທ່ຽວພາຍໃນ ພາກພື້ນ-ອະນຸພາກພື້ນ, ພັດທະນາເສດຖະກິດ ເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງແຂວງຢ່າງມີຈຸດສຸມ, ມີຄຸນນະພາບ, ມີຄວາມສົມດູນ ແລະ ຍືນຍົງ.
 
ເພື່ອບັນລຸຈຸດໝາຍດັ່ງກ່າວ, ແຂວງອັດຕະປື ໄດ້ກໍານົດ 7 ທິດທາງໜ້າທີ່ລວມ ຄື: ສືບຕໍ່ຮັບປະກັນໃຫ້ແຂວງອັດຕະປື ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນ, ກໍາລັງປະກອບ ອາວຸດທ້ອງຖິ່ນເຂັ້ມແຂງຮອບດ້ານ ກຽມພ້ອມແກ້ໄຂສະພາບທຸກກໍລະນີ; ເປັນເຈົ້າຕົນເອງ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງທ່າແຮງໃໝ່ ຕາມແນວທາງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໂດຍສະເພາະ ໃນຂົງເຂດການຜະລິດກະສິກຳ ແລະ ການປຸງແຕ່ງ, ສົ່ງເສີມຢ່າງແຂງແຮງການທ່ອງທ່ຽວ ເພື່ອສ້າງຖານລາຍຮັບໃໝ່, ສູ້ຊົນເຮັດໃຫ້ການເຕີບໂຕຂອງເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ, ໝັ້ນທ່ຽງ ແລະ ໜັກແໜ້ນ, ຮັກສາສະຖຽນລະພາບທາງດ້ານການເງິນ, ເງິນຕາ ແລະ ງົບປະມານ ໃຫ້ສືບຕໍ່ເກີນດູນ, ເກີນແຜນ ແລະ ແກ້ໄຂໜີ້ສິນໃຫ້ຫລຸດລົງຢ່າງຈະແຈ້ງ; ສືບຕໍ່ພັດທະນາຊັບພະຍາກອນມະນຸດ, ຂົງເຂດວັດທະນະທຳ-ສັງຄົມ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງແກ່ການພັດທະນາແຕ່ລະຂົງເຂດ, ເພີ່ມທະວີວຽກງານຄົ້ນຄວ້ານໍາໃຊ້ປັນຍາປະດິດ ແລະ ນະວັດຕະກຳໃໝ່ ຢ່າງກວ້າງຂວາງ, ຍົກສູງຄຸນນະພາບການສຶກສາ ແລະ ສ້າງໂອກາດໃຫ້ເດັກໃນເກນອາຍຸໃນເຂດຊົນນະບົດໄດ້ເຂົ້າຮຽນ ແລະ ຝຶກວິຊາຊີບເພີ່ມຂຶ້ນ; ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ຂາດຕົວ, ແນໃສ່ຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດ ໃນນີ້, ຈຸດສຸມແມ່ນສ້າງບັນດາຕາແສງ ໃຫ້ກາຍເປັນຈຸດໃຈກາງຂອງການພັດທະນາຊຸມຊົນ ແລະ ສ້າງຖານຂໍ້ມູນອັນຈຳເປັນ ສົມທົບກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ອຳນາດການປົກຄອງຕາແສງ ແລະ ຊຸມຊົນບ້ານ ໃຫ້ສາມາດນໍາພາສ້າງຂະບວນການ ບ້ານພັດທະນາ ແລະ ຜະລິດ ເພື່ອພັດທະນາຄຸນນະພາບຊີວິດ ແລະ ມີສ່ວນເປັນສິນຄ້າ, ເປັນເຈົ້າການຮັບມື ກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ.
 
ສະເພາະຕົວເມືອງ ແມ່ນເລັ່ງໃສ່ປັງປຸງຄວາມສະອາດ ສວຍງາມ ມີສະເໜ່ ແລະ ປະສົມປະສານລະຫວ່າງສະຖາປັດດັ່ງເດີມຂອງທ້ອງຖິ່ນ ແລະ ເຂດທຸລະກິດການຄ້າ -ການບໍລິການທີ່ທັນສະໄໝສາກົນ (Smart City); ສືບຕໍ່ປົກປັກຮັກສາ, ຟື້ນຟູ ແລະ ຈັດສັນຊັບພະຍາກອນທີ່ດິນ, ປ່າໄມ້ ໄປຕາມທິດ “ຄຸນນະພາບ, ສີຂຽວ ແລະ ຍືນຍົງ” ກາຍເປັນຖານເສດຖະກິດ ແລະ ລາຍຮັບທີ່ບໍ່ບົກແຫ້ງ ເປັນຕົ້ນ ການສະໜອງໃຫ້ແກ່ການລົງທຶນສິນເຊື່ອກາກບ່ອນ ແລະ ການຜະລິດກະສິກຳເປັນສິນຄ້າ ຕິດພັນກັບການປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກເພີ່ມຂຶ້ນ; ຍົກສູງການຄຸ້ມຄອງ ແລະ ບໍລິຫານລັດຂັ້ນແຂວງ, ເມືອງ, ຕາແສງດ້ວຍກົດໝາຍ, ມີປະສິດທິພາບ, ທັນສະໄໝ, ໂປ່ງໃສ, ວ່ອງໄວ, ຍຸຕິທຳ ແລະ ກວດສອບ-ກວດກາໄດ້, ສືບຕໍ່ປັບປຸງກົນໄກການປະສານງານ ແລະ ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການ, ສາຍຕັ້ງ-ສາຍຂວາງ ລະຫວ່າງ ອົງການປົກຄອງ ແລະ ສະພາປະຊາຊົນແຂວງ, ອົງການກວດສອບ, ກວດກາ ແລະ ພາກສ່ວນອົງການຈັດຕັ້ງລັດອື່ນໆ ໃຫ້ມີຄວາມເອກະພາບໄປລວງດຽວກັນ, ເດັດຂາດ ບໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນລະບົບກົງຈັກທຸກຂົງເຂດວຽກງານ, ປະຊາຊົນບັນດາເຜົ່າ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດດ້ວຍກົດໝາຍ; ສືບຕໍ່ພົວພັນຮ່ວມມືກັບບັນດາແຂວງໃກ້ຄຽງຂອງປະເທດເພື່ອນມິດ, ສາກົນ ແລະ ຄູ່ຮ່ວມພັດທະນາ ບົນຫລັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຕົ້ນຕໍ ແມ່ນບັນດາແຂວງ ຂອງ ສສ ຫວຽດນາມ ແລະ ສປ ຈີນ, ສືບຕໍ່ພັດທະນາພື້ນຖານໂຄງລ່າງ, ການແລກປ່ຽນການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດຊັບພະຍາກອນມະນຸດ ໃຫ້ຮັບປະກັນມາດຖານຄຸນນະພາບ ສາມາດເຊື່ອມໂຍງ-ເຊື່ອມຈອດຢ່າງເປັນຮູບປະທຳ ໃນລະດັບພາກພື້ນ ແລະ ອະນຸພາກພື້ນ.
ຂ່າວ: ພອນປະເສີດ