ສະຫາຍ ບຸນຈັນ ສີວົງພັນ ຖືກແຕ່ງຕັ້ງເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ

ໃນຕອນເຊົ້າ ວັນທີ 27 ມັງກອນ 2026 ນີ້ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີປະກາດການຈັດຕັ້ງຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຂຶ້ນໂດຍການເຂົ້າຮ່ວມ ຂອງສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຫົວໜ້າຫ້ອງວ່າການສູນກາງພັກ,ເຊິ່ງມີບັນດາ ສະຫາຍ ກຳມະການສູນກາງພັກ ສົມບູນ ແລະ ສຳຮອງ, ຜູ້ຕ່າງໜ້າຈັດຕັ້ງສູນກາງພັກ,ຄະນະນຳຫ້ອງວ່າການສູນກາງພັກ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມ.
 
ໃນພິທີສະຫາຍ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຄັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ04/ຄລສພ, ນະຄອນຫຼວງວຽງຈັນ ລົງວັນທີ 23 ມັງກອນ 2026, ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນຈັນ ສີວົງພັກ ກຳມະການສູນກາງພັກ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ກ່ອນໜ້າຈະຖືກແຕ່ງຕັ້ງເປັນຮອງ ຫສພ ນີ້ ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາພັກແຂວງ ແລະເຈົ້າແຂວງຂຽງຂວາງ, ຈາກນັ້ນ ສະຫາຍ ນາງ ກັນຍາ ແສງແກ້ວວົງພະຈັນ ກໍໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ, ສະບັບເລກທີ07/ກມສພ, ນະຄອນຫຼວງວຽງຈັນ, ລົງວັນທີ 16 ມັງກອນ 2026,ວ່າດ້ວຍການອະນຸມັດໃຫ້ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ອອກພັກການ-ຮັບອຸດໜູນບຳນານ ໂດຍແມ່ນ ສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ເປັນຜູ້ມອບມະຕິຕົກລົງໃຫ້ແກ່ສອງສະຫາຍ ພ້ອມທັງໃຫ້ກຽດມີຄຳເຫັນໂອ້ລົມຕໍ່ສອງສະຫາຍດັ່ງນີ້: ສຳລັບສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍ່ແມ່ນ ຜູ້ທີມີຜົນງານ, ມີຜົນສຳເລັດໃນຂະບວນການວຽກງານ ຕົວຈິງຢູ່ສູນກາງ ແລະ ທ້ອງຖິ່ນ.
 
ທັງນີ້ ກໍ່ຍ້ອນຂັ້ນເທິງມີ ຄວາມຮຽກຮ້ອງຕ້ອງການຢູ່ສູນກາງ ແລະ ເປັນການ ປັບປຸງການຈັດຕັ້ງຫ້ອງວ່າການສູນກາງພັກ ໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດຕອບສະໜອງ ການເປັນເສນາທິການໃຫ້ສູນກາງພັກ, ຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະພາບໃນໄລຍະໃໝ່.ແລະສະແດງຄວາມຍ້ອງຍໍຊົມເຊີຍ ສະຫາຍໄດ້ຮັບນະໂຍບາຍພັກການ-ຮັບອຸດໜູນບຳນານ ໃນຄັ້ງນີ້ ກໍ່ແມ່ນຜູ້ໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນແຕ່ລະໄລຍະ ເຊິ່ງລ້ວນແຕ່ມີຜົນງານ, ຜົນສຳເລັດອັນ ໃຫຍ່ຫຼວງ; ສະຫາຍ ກໍ່ເປັນຜູ້ໜຶ່ງທີ່ມີຄວາມເສຍສະຫຼະ ທາງດ້ານເຫື່ອແຮງ, ສະຕິປັນຍາ ເພື່ອເຮັດສຳເລັດ ພາລະກິດປະຕິວັດຂອງພັກ-ຂອງຊາດ; ເຊິ່ງມາຮອດ ປະຈຸບັນແມ່ນມີຜົນສຳເລັດຕາມໜ້າທີ່ຄວາມຮັບຜິດຊອບ ທີ່ການຈັດຕັ້ງໄດ້ມອບໝາຍໃຫ້.
ຂ່າວ-ພາບ: ພູວຽງຄຳ