
ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ອຳນວຍຄວາມສະດວກໃຫ້ປະຊາຊົນ ຮ່ວມເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດ ສປປ ລາວ ໂດຍຍັງມີຈຸດເດັ່ນດ້ວຍສິນຄ້າອຸປະໂພກບໍລິໂພກທີ່ໄດ້ມາດຕະຖານ ໂດຍສະເພາະສິນຄ້າຍອດນິຍົມ ເຊິ່ງມີຈຳໜ່າຍສະເພາະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ເຊັ່ນ: Slurpee ເຄື່ອງດື່ມຊົງສົດ, All Café, ສິນຄ້າອົບໃໝ່ ແລະອາຫານພ້ອມຮັບປະທານຫຼາກຫຼາຍເມນູສໍາລັບທຸກກຸ່ມທຸກໄວ.
ພິທີເປີດບໍລິການຈັດຂຶ້ນວັນທີ 25 ກຸມພາຜ່ານມາ ຮ່ວມງານທ່ານ ນາງ ເພັດໄພລິນ ຈັນທະບູລີ ເປັນເຈົ້າຂອງສາຂາເຊເວັ່ນ ອີເລຟເວັ່ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະໝູ່ຄູ່ເຂົ້າຮ່ວມສະແດງຄວາມຍິນດີ.
ໂອກາດດັ່ງກ່າວທ່ານ ນາງ ເພັດໄພລິນ ຈັນທະບູລີ ເປັນເຈົ້າຂອງສາຂາ ເຊເວັ່ນ ອີເລຟເວັ່ນ ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປີດໃຈໃຫ້ສຳພາດນັກຂ່າວເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ຈຸດປະສົ່ງມາເປີດ ເຫັນວ່າ ເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ເຊິ່ງເປັັນທີ່ນິຍົມກັນດີ ແລະທີ່ສຳຄັນເພື່ອສ້າງຄວາມສະດວກສະບາຍໃຫ້ພໍ່ແມ່ປະຊາຊົນຄົນລາວໄດ້ເຂົ້າເຖິງສິນຄ້າ ແລະ ບໍລິການ ທີ່ມີຄຸນນະພາບດີ. ຊຶ່ງຈຸດເດັ່ນທາງຮ້ານແມ່ນມີສະຖານທີ່ຕິດແຄມທາງໃຫຍ່ເປັນເສັ້ນທາງທ່ອງທ່ຽວ ຖືວ່າເໝາະສຳລັບຄົນມັກທ່ຽວທີ່ພ້ອມເສີບໃຫ້ບໍລິການ 24 ຊົ່ວ.
ສຸດທ້າຍຂໍຝາກພໍ່ແມ່ປະຊາຊົນທີ່ມາເສັ້ນທາງ ເຊີນແວະ ເຊເວັ່ນ ອີເລຟເວັ່ນ ສາຂາເກົ້າລ້ຽວ, ຕັ້ງຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊື້ງ່າຍໃກ້ບ້ານອີ່ມໄດ້ 24 ຊົ່ວໂມງ ສະດວກຄົບຈົບໃນບ່ອນດຽວ.
#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ