ມອບ - ຮັບ ໜ້າທີ່ ປະທານແນວລາວສ້າງຊາດແຂວງຄໍາມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 27 ກຸມພາ 2026 ທີ່ຫ້ອງປະຊຸມ ແນວລາວສ້າງຊາດ ແຂວງຄໍາມ່ວນ ໄດ້ຈັດພິທີ ມອບ - ຮັບ ໜ້າທີ່ວຽກງານ ລະຫວ່າງ ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງຜູ້ເກົ່າ ກັບ ທ່ານ ແກ້ວວິໄລ ໄຊຍະບຸດປະທານແນວລາວສ້າງຊາດ ແຂວງຄໍາມ່ວນ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ; ມີຄະນະກໍາມະການແນວລາວສ້າງຊາດແຂວງ, ແຂກຖືກເຊີນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ໄດ້ຮັບຟັງລາຍງານຫຍໍ້ ຜົນການເຄື່ອນໄຫວວຽກງານກ່ຽວກັບການຊີ້ນໍາ-ນໍາພາ ໃນໄລຍະຜ່ານມາຂອງປະທານແນວລາວສ້າງຊາດແຂວງຜູ້ເກົ່າ ລວມເຖິງບາງວຽກຈຸດສຸມທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ, ພ້ອມນີ້ ຕາງໜ້າຄະນະຈັດຕັ້ງແຂວງໄດ້ ຜ່ານມະຕິຕົກລົງ ສະບັບເລກທີ 01/ຄປຈ, ລົງວັນທີ 15 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງປະທານແນວລາວສ້າງຊາດແຂວງ ໂດຍຕົກລົງແຕ່ງຕັ້ງ ທ່ານ ແກ້ວວິໄລ ໄຊຍະບຸດ ກໍາມະການປະຈໍາພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ; ຂໍ້ຕົກລົງ ເລກທີ 40/ຄປຂ ວ່າດ້ວຍການອະນຸມັດພະນັກງານ-ລັດຖະກອນແນວລາວສ້າງຊາດແຂວງ ອອກພັກການຮັບອຸດໜູນບໍານານໂດຍ ອະນຸມັດໃຫ້ ທ່ານ ນາງ ໂພຊະນະ ໂກດມະນີ ຮອງປະທານແນວລາວສ້າງຊາດແຂວງ ອອກພັກການຮັບອຸດໜູນບຳນານໃນງວດ I ເລີ່ມແຕ່ວັນທີ 1 ມັງກອນ 2026. ຈາກນັ້ນ, ກໍ່ໄດ້ມອບຂໍ້ຕົກລົງ ແລະ ເຊັນ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ ລະຫວ່າງ ປະທານແນວລາວສ້າງຊາດແຂວງ ຜູ້ເກົ່າ ແລະ ຜູ້ໃໝ່.