ລັດຖະບານ ວາງ 14 ວຽກຈຸດສຸມ ໃນເດືອນມີນາ 2026 ເລັ່ງແກ້ໄຂບັນຫາເສດຖະກິດ-ການເງິນ

ກອງປະຊຸມສະໄຫມສາມັນຂອງລັດຖະບານ ປະຈໍາເດືອນ ມັງກອນ-ກຸມພາ 2026 ໄດ້ກຳນົດທິດທາງວຽກງານຈຸດສຸມປະຈຳເດືອນມີນາ 2026 ໂດຍເນັ້ນໜັກໃສ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມຄັ້ງໃຫຍ່, ການຮັກສາຄວາມສະຫງົບຮຽບຮ້ອຍ ແລະ ການກຽມຄວາມພ້ອມຮອບດ້ານໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X.

ສຳລັບ 14 ວຽກຈຸດສຸມຂອງລັດຖະບານ ໃນເດືອນມີນາ 2026 ໄດ້ເນັ້ນໜັກບາງບັນຫາ ດັ່ງນີ້:
1) ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ບັນຫາຢາເສບຕິດ, ກຸ່ມແກ້ງສະແກມເມີ, ການໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ ການນໍາພັກ-ລັດ ຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.
2) ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ຄື: ບົດລາຍງານຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປ ລາວ; ບົດລາຍງານວຽກພົ້ນເດັ່ນ ປີ 2025 ແລະ 5 ປີ (2021-2025), ທິດທາງແຜນການປີ 2026 ແລະ ແຜນການ 5 ປີ (2026-2030) ຂອງລັດຖະບານ. ນອກນັ້ນ ກໍມີບົດສະເໜີໂຄງປະກອບຄະນະລັດຖະບານ, ບົດກ່າວຮັບໜ້າທີ່.
3) ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດກອງປະຊຸມສະໄໝສາມັນຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍເດືອນມີນາ ໂດຍສະເພາະ ເນື້ອໃນບັນດາຫົວຂໍ້ທີ່ຈະນໍາເຂົ້າປຶກສາຫາລືໃນກອງປະຊຸມດັ່ງກ່າວ.
4) ສືບຕໍ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະ ການປະຕິບັດບັນດາມາດຕະການ ຂອງຄະນະສະເພາະກິດ 19/ກມສພ.
5) ໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ປະເມີນການຈັດຕັ້ງປະຕິບັດນະໂຍບາຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
6) ສືບຕໍ່ຊຸກຍູ້ບັນດາໂຄງການພັດທະນາດ້ານພະລັງງານໄຟຟ້າສະອາດ ແລະ ພະລັງງານທາງເລືອກ, ໂຄງການສາຍສົ່ງເຊື່ອມຕໍ່ (ລາວ-ຈີນ, ລາວ-ຫວຽດນາມ), ເຊື່ອມຕໍ່ພາຍໃນປະເທດ; ຄຸ້ມຄອງໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ໃຫ້ເຂັ້ມງວດ, ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນ ສຳລັບແຮ່ທາດທີ່ສາມາດສ້າງມູນຄ່າເພີ່ມກ່ອນສົ່ງອອກຈຳໜ່າຍ;
7) ສືບຕໍ່ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ ໃຫ້ເປັນປົກກະຕິ, ແກ້ໄຂບັນຫາໝູລົ້ນຕະຫຼາດ; ແກ້ໄຂບັນຫາດິນຍຸບຜ່ານມາ ໂດຍໃຫ້ສືບຕໍ່ປະເມີນສາເຫດ ແລະ ແກ້ໄຂຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ.
8) ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ໄປຕາມທິດຫັນເປັນທັນສະໄໝ, ຮີບຮ້ອນປັບປຸງຮ່າງມະຕິ ວ່າດ້ວຍກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດການຫັນການເກັບລາຍຮັບເປັນທັນສະໄໝ ທີ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໄດ້ຊີ້ນໍາຜ່ານມາ ໃຫ້ສໍາເລັດໄວ;
9) ສືບຕໍ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງ ແລະ ຂົວຕ່າງໆ ດ້ວຍທຶນທີ່ມີແລ້ວ ໃຫ້ສໍາເລັດຕາມແຜນກຳນົດ; ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງເສັ້ນທາງ ໃນໄລຍະໃໝ່ ຕາມມະຕິ 10/ລບ, ລົງວັນທີ 01 ກັນຍາ 2025 ໂດຍໃຫ້ຮີບຮ້ອນປັບປຸງມະຕິ ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງຂົວທາງ ໄລຍະ 2026-2030 ໃຫ້ສຳເລັດ ແລະ ໄດ້ລົງລາຍເຊັນໄວ.
10) ເອົາໃຈໃສ່ຕິດຕາມສະພາບການ ແລະ ສະກັດກັ້ນບັນຫາໄຟໄໝ້ລາມປ່າແຕ່ຫົວທີ ໂດຍສະເພາະ ເຂດທ່ອງທ່ຽວທຳມະຊາດ, ເຂດຕົ້ນນ້ຳຕ່າງໆ ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມ ຄຳສັ່ງເລກທີ 11/ນຍ ຢ່າງເຂັ້ມງວດ; ເອົາໃຈໃສ່ຄົ້ນຄວ້າອອກໃບຕາດິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້.
11) ຍົກລະດັບດ້ານປະລິມານ ແລະ ຄຸນນະພາບ ຂອງວຽກງານພັດທະນາການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສະພາບການໃນໄລຍະໃໝ່, ສຸມໃສ່ການຄົ້ນຄວ້າວິທະຍາສາດ, ສ້າງເປັນຜະລິດຕະພັນອອກສູ່ສັງຄົມ ໃຫ້ນັບມື້ຫຼາຍຂຶ້ນ ຕາມທິດເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ພັດທະນາ, ສົ່ງເສີມກິລາມວນຊົນ ແລະ ກິລາມືອາຊີບ ໃຫ້ກວ້າງຂວາງ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອກິລາທີ່ເປັນທ່າແຮງ ໃຫ້ພົ້ນເດັ່ນ, ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ.
12) ສືບຕໍ່ປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ເປັນຕົ້ນ ເສັ້ນທາງ ໃນຕົວເມືອງທ່ອງທ່ຽວຕ່າງໆ, ສ້າງແຜນກິດຈະກຳ ຢູ່ບັນດາສະຖານທີ່ທ່ອງທ່ຽວ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ບັນດາບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທີງ, ພະນັກງານນຳທ່ຽວ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ ໂດຍສະເພາະ ຄວາມປອດໄພຂອງນັກທ່ອງທ່ຽວ ແລະ ອື່ນໆ.
13) ສືບຕໍ່ປັບປຸງຄຸນນະພາບການບໍລິການສາທາລະນະສຸກ ຕາມນະໂຍບາຍ 5 ດີ 1 ພໍໃຈ; ສືບຕໍ່ກະກຽມການຫັນໂຮງໝໍກຸ້ມຕົນເອງ ໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ສາມາດສ້າງຄວາມເຊື່ອໝັ້ນ ແລະ ດຶງການບໍລິການ ໃຫ້ສູງຂຶ້ນ; ສຸມໃສ່ປັບປຸງໂຄງລ່າງພື້ນຖານ, ປະກອບບຸກຄະລາກອນ ແລະ ອຸປະກອນການແພດ ທີ່ທັນສະໄໝ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
14) ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳ ພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສືບຕໍໍ່ປະສານງານ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃນການຕ້ອນຮັບການນຳຂັ້ນສູງຕ່າງປະເທດ ທີ່ຈະມາຢ້ຽມຢາມ ສປປ ລາວ.

ໂດຍ: ສາວລາວໃຕ້