ທ່ານ ບົວວັງ ອາຕະນາພອນ ຫົວໜ້າພາສີ ປະຈຳນະຄອນຫລວງວຽງຈັນ, ໄດ້ຂຶ້ນຜ່ານບົດສະຫລຸບ ຕໍ່ກອງປະຊຸມ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂອງພາສີປະຈຳນະຄອນຫຼວງວຽງຈັນ ໃນວັນທີ ວັນທີ 19 ກຸມພາ 2026 ວ່າ: ການຈັດເກັບແຜນລາຍຮັບ ປີ 2025 ຕົວເລກຕາມແຜນ 7,219 ຕື້ກວ່າກີບ, ຜ່ານການປະຕິບັດຕົວຈິງ ສາມາດຈັດເກັບລາຍຮັບ ໄດ້ 9,459 ຕື້ກວ່າກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ເກີນແຜນ 2,359 ຕື້ກວ່າກີບ.
ໃນນັ້ນ, ລາຍຮັບ ພາສີ-ອາກອນ ທີ່ຈັດເກັບໄດ້ເກີນແຜນ ຕົ້ນຕໍ່ໄດ້ມາຈາກ:
- ນໍ້າມັນເຊື້ອໄຟ ຈັດເກັບໄດ້ 2,324 ຕື້ກວ່າກີບ, ເພີ້ມຂື້ນ 69.72% ເທົ່າກັບ 129 ລ້ານກີບ;
- ດ້ານພາຫະນະ ຈັດເກັບໄດ້ 3,987 ຕື້ກວ່າກີບ, ເພີ້ມຂື້ນ 138.21% ເທົ່າກັບ 1,629 ຕື້ກວ່າກີບ;
- ສິ້ນສ່ວນອາໄຫລ່ ຈັດເກັບໄດ້ 67,784 ລ້ານກວ່າກີບ ເພີ້ມຂື້ນ 14.58% ເທົ່າກັບ 8,625 ລ້ານກວ່າກີບ;
- ອຸປະກອນເຄື່ອງກໍ່ສ້າງ ຈັດເກັບໄດ້ 53,479 ລ້ານກວ່າກີບ, ເພີ້ມຂື້ນ 25.89% ເທົ່າກັບ 10,998 ລ້ານກວ່າກີບ;
- ເຄື່ອງໄຟຟ້າ ຈັດເກັບໄດ້ 60,313 ລ້ານກວ່າກີບ, ເພີ້ມຂື້ນ 30.10% ເທົ່າກັບ 13,954 ລ້ານກວ່າກີບ;
- ເຄື່ອງອຸປະໂພກ-ບໍລິໂພກ ຈັດເກັບໄດ້ 1,784 ຕື້ກວ່າກີບ, ເພີ້ມຂື້ນ 6.10% ເທົ່າ 102,589 ລ້ານກີບ%
- ຄ່າທໍານຽມຕ່າງໆ ຈັດເກັບໄດ້ 60,705 ລ້ານກີບ, ເພີ້ມຂື້ນ 55.56% ເທົ່າກັບ 261,134 ລ້ານກີບ.
ສໍາລັບທິດທາງແຜນການ ແລະ ວຽກຈຸດສຸມໃນປີ 2026 ພາສີ ປະຈໍານະຄອນຫຼວງວຽງຈັນ ໄດ້ຮັບແຜນການຈັດເກັບລາຍຮັບທັງໝົດ 11,779 ຕື້ກີບ ເຊິ່ງເປັນຕົວເລກສູງສົມຄວນ, ເພື່ອຮັບປະກັນເຮັດໃຫ້ການປະຕິບັດແຜນລາຍຮັບ ປີ 2026 ໃຫ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ພາສີປະຈຳນະຄອນ ຫຼວງວຽງຈັນ ຈະສຸມໃສ່ທິດທາງ ແລະ ມາດຕະການຕົ້ນຕໍ່ ດັ່ງນີ້:
1) ເພີ່ມທະວີສຶກສາອົບຮົມແນວທາງການເມືອງໃຫ້ພະນັກງານຂະແໜງພາສີປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ;
2) ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ກ່ຽວກັບຂະແໜງການເງິນ ໃຫ້ທົ່ວເຖິງ;
3) ສ້າງກົນໄກການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນຍ້າຍຕູ້ສິນຄ້າຈາກສະຖາທີ່ ວຽງຈັນໃຕ້ມາຍັງທ່າບົກທ່ານາແລ້ງ;
4) ເລັ່ງສະສາງສິນຄ້າ, ເຄື່ອງຂອງ ແລະ ພາຫະນະຄ້າງສາງຫຼາຍປີ, ເລັ່ງທວງການຊຳລະສະສາງໃບແຈ້ງພາສີລະບອບຄໍ້າປະກັນ IM8 ເຊິ່ງຄ້າງໃນລະບົບ;
5) ຈັດຕັ້ງປະຕິບັດລະບົບການແຈ້ງພາສີປະຕູດຽວແຫ່ງຊາດ ອາຊີກູດາ ພາດສ (NSWA+) ຢູ່ດ່ານພາສີສາກົນ ແລະ ອື່ນໆ.