ປີ 2025 ພະແນກການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ທັງໝົດ 651.47 ຕື້ກີບ ລື່ນແຜນ 400.00 ຕື້ກວ່າກີບ

ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງອຸຸດົມໄຊໃນປີ 2025 ເຫັນວ່າມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍຢ່າງ, ພ້ອມທັງໄດ້ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ, ຄຸ້ມຄອງການເກັບລາຍຮັບດ້ວຍລະບົບທັນສະໄໝ, ອັດຊ່ອງຫວ່າງການຮົ່ວໄຫຼ ແລະ ອື່ນໆ ເຊິ່ງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານທົ່ວແຂວງໄດ້ທັງໝົດ 651.47 ຕື້ກີບ ເທົ່າກັບ 265.58% ຂອງແຜນການປີ.
ທ່ານ ນາງ ທອງດຳ ອາໄພຍະລາດ ຮອງຫົວໜ້າພະແນກການເງິນແຂວງອຸດົມໄຊ ໄດ້ໃຫ້ສໍາພາດວ່າ:
#ແຂວງອຸດົມໄຊ ຕັ້ງຢູ່ພາກເໜືອຂອງ ສປປ ລາວ, ຢູ່ຈຸດໃຈກາງທາງຜ່ານເຊື່ອມຕໍ່ກັບ 5 ແຂວງພາກເໜືອ, ມີເສັ້ນທາງລົດໄຟລາວ-ຈີນຜ່ານແຂວງໃນການເຊື່ອມໂຍງກັບບັນດາແຂວງທີ່ມີຊາຍແດນຕິດຈອດບັນດາປະເທດໃກ້ຄຽງ, ເຊິ່ງເປັນທ່າແຮງໃນການຈັດເກັບລາຍຮັບເຂົ້າງົບປະມານຂອງລັດ ແລະ ສາມາດເກັບລາຍຮັບໄດ້ເກີນແຜນການປີ.
ພາຍຫຼັງໂຮມສອງພະແນກເຂົ້າກັນ (ພະແນກການເງິນ ແລະ ພະແນກແຜນການ ແລະ ການລົງທຶນ) ເຂົ້າກັບພະແນກການເງິນ, ເຊິ່ງໄດ້ມີການຊັບຊ້ອນພະນັກງານ, ເພື່ອບັນຈຸເຂົ້າແຕ່ລະຂະແໜງ, ແຕ່ລະໜ່ວຍງານແຕ່ຂັ້ນແຂວງຮອດຂັ້ນເມືອງ ແມ່ນໄດ້ສຳເລັດໃນທ້າຍ ເດືອນສິງຫາ 2025.
ສຳລັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນ ໃນໄລຍະ 1 ປີຜ່ານມາ, ປີ 2025 ແຂວງອຸດົມໄຊ ໄດ້ຮັບຕົວເລກແຜນການທັງໝົດ 245.30 ຕື້ກີບ. ໃນນີ້, ພູດສູນກາງ 25.10 ຕື້ກີບ ແລະ ພູດທ້ອງຖິ່ນ 220.20 ຕື້ກີບ; ຜ່ານການຈັດຕັັ້ງປະຕິບັດຕົວຈິງ ສາມາດປະຕິບັດໄດ້ທັງໝົດ 651.47 ຕື້ກີບ ເທົ່າກັບ 265.58% ຂອງແຜນການປີ. ໃນນີ້, ພູດສູນກາງປະຕິບັດໄດ້ 34.20 ຕື້ກີບເທົ່າກັບ 136.27% ຂອງແຜນປີ ແລະ ພູດທ້ອງຖິ່ນປະຕິບັດໄດ້ 617.26 ຕື້ກີບເທົ່າກັບ 280.32% ຂອງແຜນປີ, ໃນນີ້ ສ່ວຍສາອາກອນ ປະຕິບັດໄດ້ 290.52 ຕື້ກີບ ເທົ່າກັບ 161.40%, ຄຸ້ມຄອງຊັບສິນແຫ່ງລັດ 326.73 ຕື້ກີບ ເທົ່າກັບ 812,78% ຂອງແຜນປີ.
ສ່ວນດ້ານລາຍຈ່າຍປະຕິບັດໄດ້ 756.70 ຕື້ກີບ ເທົ່າກັບ 122.41%; ການດຸ່ນດ່ຽງຈາກສູນກາງ ປະຕິບັດໄດ້ 417.97 ຕື້ກີບ ເທົ່າກັບ 105.03% ຂອງແຜນການປີ. ຄຽງຄູ່ກັນນີ້, ພະແນກການເງິນແຂວງອຸດົມໄຊ, ໄດ້ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ, ການຄຸ້ມຄອງການເກັບລາຍຮັບດ້ວຍລະບົບທັນສະໄໝ, ອັດຊ່ອງຫວ່າງການຮົ່ວໄຫຼລາຍຮັບ, ຕ້ານ, ສະກັດກັ້ນການລັກລອບໜີພາສີ ແລະ ການຄ້າຂາຍເຖື່ອນ ແລະ ອື່ນໆ.
ທ່ານ ນາງ ທອງດຳ ອາໄພຍະລາດ ກ່າວຕື່ມວ່າ: ສໍາລັບຄາດໝາຍສູ້ຊົນ, ທິດທາງແຜນການ, ມາດຕະການປີ 2026 ແຂວງອຸດົມໄຊໄດ້ຮັບຕົວເລກແຜນການທັງໝົດຈໍານວນ 667.53 ຕື້ກີບ. ໃນນີ້, ລາຍຮັບພູດສູນກາງ 33.84 ຕື້ກີບເພີ່ມຂຶ້ນ 34.84% ຫຼື ເທົ່າກັບ 8.74 ຕຶ້ກີບຂອງແຜນການປີຜ່ານມາ, ລາຍຮັບພູດທ້ອງຖິ່ນທັງໝົດ 633.68 ຕື້ກີບເພີ່ມຂຶ້ນ 37.65% ຫຼື ເທົ່າກັບ 173.33 ຕຶ້ກີບ. ເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸໄດ້ຕາມລະດັບຄາດໝາຍ, ໄດ້ວາງມາດຕະການທັງດ້ານລາຍຮັບ, ດ້ານລາຍຈ່າຍ ແລະ ວຽກຈຸດສຸມຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ສົ່ງເສີມຖານລາຍຮັບທີ່ມີແລ້ວໃຫ້ເຕີບໃຫຍ່, ເຂັ້ມແຂງ, ຊອກຖານລາຍຮັບໃໝ່ທີ່ເປັນທ່າແຮງບົ່ມຊ້ອນ, ຍົກສູງຄວາມເປັນເຈົ້າຕົນເອງທາງດ້ານການເງິນ-ງົບປະມານ, ເພື່ອເຮັດໃຫ້ລາຍຮັບພາຍໃນກຸ້ມລາຍຈ່າຍສູງຂຶ້ນເທື່ອລະກ້າວ,
#ຕ້ານການຮົ່ວໄຫຼຂອງລາຍຮັບ ແລະ
#ຄຸ້ມຄອງງົບປະມານແຫ່ງລັດໄປຕາມທິດຫັນເປັນທັນສະໄໝ.
ທີ່ມາ: ກະຊວງການເງິນ