
ໃນວັນທີ 23 ກຸມພາ 2026 ຈັດກອງປະຊຸມເປີດໂຕໂຄງການຄຸ້ມຄອງມົນລະພິດ ແລະ ສິງເສດເຫຼືອ ຢູ່ ສປປ ລາວ, ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ເຈ ເຮອິນບາດຈ ຮອງປະທານ ຝ່າຍການສື່ສານ ແລະ ວຽກງານພົວພັນມວນຊົນທະນາຄານໂລກ ແລະ ທ່ານ ຄະວີມາ ເອັນທາຣາ ຫົວຫນ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ; ມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ທ່ານປະທານຄະນະກໍາມະການປົກຄອງເມືອງ, ທ່ານຫົວໜ້າພະແນກ, ຫົວໜ້າຫ້ອງການ ຈາກຂະແໜງການພາຍໃນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ກອງປະຊຸມເປີດໂຕໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືຶອ ຢູ່ ສປປ ລາວ (Lao PDR Pollution and Waste Management Project-PWMP) ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມດອກເບ້ຍຜ່ອນຜັນ ຈາກທະນາຄານໂລກ (WB) ມູນຄ່າ 37.85 ລ້ານໂດລາສະຫະລັດ, ໄລຍະຈັດຕັ້ງປະຕິບັດໂຄງການ 6 ປີ ແຕ່ປີ 2025-2031, ຈັດຕັ້ງປະຕິບັດໂຄງການ ໂດຍ ກະຊວງໂຍທາທິການ ແລະ ຂົນສົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ນະຄອນຫຼວງວຽງຈັນ. ໂຄງການ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືຶອ (PWMP) ເປັນໜຶ່ງໃນໂຄງການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025), ແຜນພັດທະນາ 5 ປີ ຂອງ ກະຊວງ ຍທຂ ເຊິ່ງໄດ້ວາງເປົ້າໝາຍກໍ່ສ້າງ ແລະ ປັບປຸງໂຄງລ່າງພື້ນຖານສະໜາມກໍາຈັດຂີ້ເຫຍື້ອ ທີ່ໄດ້ມາດຕະຖານ; ເປົ້າໝາຍຂອງໂຄງການແມ່ນສອດຄ່ອງກັບແຜນດຳເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງປລາສຕິກ (2024-2030) ເຊິ່ງໄດ້ວາງເປົ້າໝາຍຫຼຸດຜ່ອນປະລິມານຂີ້ເຫຍື້ອປລາສຕິກ; ຍຸດທະສາດ ແລະ ແຜນດຳເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງ ຂອງນະຄອນຫຼວງວຽງຈັນ (2021-2030) ແລະ ແຜນພັດທະນາຂອງກະຊວງກະສິກຳ ແລະ ສີ່ງແວດລ້ອມ ເຊິ່ງໄດ້ວາງແຕ່ລະໄລຍະ.
ຊຶ່ງຈຸດປະສົງຫຼັກຂອງໂຄງການແມ່ນ ເພື່ອເພີ່ມຄວາມເຂັ້ມແຂງໃນການຕິດຕາມ ແລະ ບັງຄັບໃຊ້ລະບຽບການ ໃນການຄວບຄຸມມົນລະພິດໃນປະເທດລາວ, ເພື່ອປັບປຸງການຄຸ້ມຄອງສິ່ງເສດເຫຼືອໃນເຂດເປົ້າໝາຍ ແລະ ເພື່ອໃຫ້ການຕອບໂຕ້ຢ່າງທັນການໃນກໍລະນີທີ່ມີໄພພິບັດ ຫຼື ເຫດການສຸກເສີນ.
ໃນປີ 2025 ທີ່ຜ່ານມາ ຕາມການປະເມີນທາງດ້ານວິຊາການຂອງກົມເຄຫາ ແລະ ຜັງເມືອງ, ຄາດຄະເນວ່າ ປະລິມານຂີ້ເຫຍື້ອຄົວເຮືືອນທີ່ເກີດຂຶ້ນທົ່ວປະເທດ ສູງເຖິງ 6,900 ໂຕນ ຕໍ່ ວັນ, ໃນນີ້ ນະຄອນຫຼວງວຽງຈັນກວມເອົາ 15 % ຂອງປະລິມານຂີ້ເຫຍື້ອທີ່ເກີດຂຶ້ນທົ່ວປະເທດ. ພ້ອມດ່ຽວກັນນີ້ ການເຂົ້າເຖິງການບໍລິການເກັບມ້ຽນຂີ້ເຫຍື້ອຂອງຄົວເຮືອນ ແມ່ນຍັງຕໍ່າກວ່າ 50 % ຂອງປະລິມານຂີ້ເຫຍື້ອທີ່ເກີດຂຶ້ນທົ່ວປະເທດ ເຮັດໃຫ້ປະຊາຊົນຫຼາຍພື້ນທີຈໍານວນບໍ່ນ້ອຍ ຈໍາຕ້ອງໄດ້ກໍາຈັດຂີ້ເຫຍື້ອແບບຜິດວິທີ ແລະຜິດກົດໝາຍ ດ້ວຍວິທີການຖິ້ມຂີ້ເຫຍື້ອຊະຊາຍ ແລະ ຈຸດຂີ້ເຫຍື້ອດ້ວຍຕົນເອງ ສົ່ງຜົນເຮັດໃຫ້ເກີດມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ. ບວກກັບບັນຫາດ້ານນິຕິກໍາ ລະບຽບການ ແລະ ມາດຕະການດ້ານການຄຸ້ມຄອງຂີ້ເຫຍື້ອບໍ່ພຽງພໍ; ງົບປະມານ ແລະ ໂຄງລາງພື້ນຖານການຄຸ້ມຄອງ-ບໍລິການຂີ້ເຫຍື້ອມີຈໍາກັດ, ລວມເຖິງ ການດໍາເນີນງານຕິດຕາມ ແລະ ບໍາລຸງຮັກສາສະໜາມກໍາຈັດຂີ້ເຫຍື້ອບໍ່ໄດ້ມາດຕະຖານ ແລະ ປະສິດທິພາບເທົ່າທີ່ຄວນ ສົ່ງຜົນໃຫ້ປະລິມານຂີ້ເຫຍື້ອໃນສະໜາມກໍາຈັດຂີ້ເຫຍື້ອເຕັມກ່ອນກຳນົດ.
ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ ຈະຊ່ວຍວາງຮາກຖານ ແລະ ການດໍາເນີນການປັບປຸງການຈັດການສິ່ງເສດເຫຼືອເປັນບາດກ້າວໄປສູ່ການຄຸ້ມຄອງທີ່ນຳໃຊ້ເຕັກໂນໂລຊີໃນອະນາຄົດ ໂດຍໂຄງການຈະຊ່ວຍພັດທະນາລະບົບຈັດການສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ ເລີ່ມຕົ້ນຈາກການປັບປຸງຄວາມຍືນຍົງທາງການເງິນຂອງລະບົບຈັດການສິ່ງເສດເຫຼືອ ໃຫ້ມີປະສິດທິຜົນ, ຫຼຸດຕົ້ນທຶນໃນການດຳເນີນງານ ແລະ ຂະຫຍາຍຂອບເຂດການໃຫ້ບໍລິການເກັບຂີ້ເຫຍື້ອ; ປັບປຸງໂຄງລ່າງພື້ນຖານການຄຸ້ມຄອງຂີ້ເຫຍື້ອ ແລະ ສະໜອງກົນຈັກໝັກຈໍານວນໜຶ່ງໃຫ້ແກ່ນະຄອນຫຼວງວຽງຈັນ.
ນອກຈາກນີ້, ໂຄງການຍັງຈະປັບປຸງແຜນການຈັດເກັບຂີ້ເຫຍື້ອໃຫ້ມີປະສິດທິພາບຂຶ້ນ ໂດຍການສົ່ງເສີມ ແລະ ຊຸກຍູ້ ການຄັດແຍກຂີ້ເຫຍື້ອແຕ່ຕົ້ນທາງ ໂດຍການເພີ່ມມູນຄ່າ ແລະ ກ້າວໄປສູ່ການແປຮູບຈາກຂີ້ເຫຍື້ອອິນຊີ ເປັນຜະລິດຕະພັນ ທີ່ສາມາດສ້າງລາຍໄດ້ ແລະ ສ້າງວຽກເຮັດງານທຳແກ່ຊຸມຊົນ ແລະ ສາມາດຂະຫຍາຍໄປສູ່ຊຸມຊົນໃກ້ຄຽງອີກ. ໂຄງການນີ້ຈະໃຫ້ຮັບຜົນປະໂຫຍດໂດຍກົງແກ່ປະຊາຊົນປະມານ 70% (ເພີ່ມຂຶ້ນຈາກ 44%) ໃນນະຄອນຫຼວງວຽງຈັນ ຫຼື 645,000 ຄົນ ໂດຍຈະໄດ້ຮັບບໍລິການຈັດເກັບຂີ້ເຫຍື້ອທີ່ເປັນລະບົບ ແລະ ມີປະສິດທິພາບດີຂຶ້ນ.
ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ