ພະແນກ ຍທຂ ນະຄອນຫຼວງວຽງຈັນ ກຽມພ້ອມເຜີຍແຜ່ໂຄງການ BRT ສູ່ໂຮງຮຽນ ແລະ ມະຫາວິທະຍາໄລ ເພື່ອແກ້ໄຂບັນຫາການຈະລາຈອນ

ໃນວັນທີ 23 ກຸມພາ 2026 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ການທີ່ຈະລົງໂຄສະນາເຜີຍແຜ່ ໂຄງການຂົນສົ່ງແບບຍືນຍົງ (BRT)ຕາມໂຮງຮຽນ ທີ່ຢູ່ລຽບຕາມເສັ້ນທາງ BRT ແລະ ໂຮງຮຽນໃກ້ຄຽງ, ໂດຍມີ ທ່ານ ບຸນຍະວັດ ນິຣະໄຊຍ໌ ຫົວໜ້າພະແນກ ຍທຂ ນວ, ທ່ານ ຄຳສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນວ, ຫົວໜ້າໂຄງການ BRT ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນນະວັດ ນິຣະໄຊຍ໌ ກ່າວວ່າ: ການໂຄສະນາເຜີຍແຜ່ໂຄງການ BRT ມີເປົ້າໝາຍເພື່ອໃຫ້ປະຊາຊົນໃນ ນະຄອນຫຼວງວຽງຈັນ ໂດຍສະເພາະ ຄູ-ອາຈານ ແລະ ນັກຮຽນ ໄດ້ຮັບຮູ້ ເຂົ້າໃຈ ກ່ຽວກັບປະຫວັດ ຄວາມໝາຍ ຄວາມສຳຄັນ ແລະ ຜົນປະໂຫຍດຂອງການນຳໃຊ້ລົດເມດ່ວນ BRT ໃນການເດີນທາງ ໂຄງການນີ້ຍັງເປັນການສົ່ງເສີມນະໂຍບາຍພັກ-ລັດ ໃນການພັດທະນາຕົວເມືອງໃຫ້ທັນສະໄໝ ແລະ ແກ້ໄຂບັນຫາການຈະລາຈອນແອອັດ ໂດຍການຫັນມາໃຊ້ລະບົບຂົນສົ່ງສາທາລະນະໃຫ້ຫຼາຍຂຶ້ນ.

ກິດຈະກຳໂຄສະນານີ້ ຈະດຳເນີນແຕ່ວັນທີ 25 ກຸມພາ ຫາ 18 ມີນາ 2026, ໂດຍເນັ້ນໃສ່ໂຮງຮຽນຕ່າງໆຕາມເສັ້ນທາງ BRT ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ ສາທິດ,  SOS,  ມສ ລາວ-ຫວຽດ,  ມສ ມິດຕະພາບລາວ-ໂຮ່ຈີມິນ,  ມສ ໜອງບອນ,  ມສ ສິນໄຊ,  ມສ ວຽງຈັນ, ມສ ເຈົ້າອະນຸວົງ ແລະ ໂຮງຮຽນ ມສ ເພຍວັດ. ເພື່ອຊຸກຍູ້ໃຫ້ ຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ຫັນມານຳໃຊ້ລົດເມ BRT ໃຫ້ຫຼາຍຂຶ້ນ ເພື່ອຊ່ວຍຫລຸດຜ່ອນການຈະລາຈອນແອອັດ, ຫລຸດຄວາມສຽງອຸປະຕິເຫດ ແລະ ສ້າງວິໃນການເດີນທາງທີ່ປອດໄພໃນສັງຄົມ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຮູບແບບການໂຄສະນາຜ່ານສື່ຕ່າງໆ ແລະ ຫາລືບັນຫາທີ່ກ່ຽວຂ້ອງ ເພື່ອໃຫ້ການດຳເນີນວຽກມີປະສິດທິຜົນສູງສຸດ.

ທີ່ມາ: ວຽງຈັນໃໝ່