ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສາທາລະນະລັດ ມານຕາ ໝາຍໝັ້ນຮັດແໜ້ນສາຍພົວພັນຄົບຮອບ 15 ປີ

ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວາແລັດຕາ, ສາທາລະນະລັດມານຕາ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ມິຣຽມ ສະປີເຕີຣິເດໂບໂນ ປະທານາທິບໍດີ ແຫ່ງ ສາທາລະນະລັດມານຕາ ເພື່ອດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳສາທາລະນະລັດມານຕາ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ເຊີແນວ, ປະເທດສະວິດ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ມິຣຽມ ສະປີເຕຣິເດໂບໂນ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ດາວວີ ວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດໃນຄັ້ງນີ້. ພ້ອມກັນນັ້ນ, ທ່ານ ດາວວີ ວົງໄຊ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນໍາເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ມາຍັງ ທ່ານ ນາງ ມິຣຽມ ສະປີເຕຣິເດໂບໂນ ແລະ ປະຊາຊົນແຫ່ງສາທາລະນະລັດມານຕາ. ທັງສອງຝ່າຍໄດ້ພ້ອມກັນຕີລາຄາການພົວພັນມິດຕະພາບ ໃນໂອກາດຄົບຮອບ 15 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມານຕາ ໃນປີ 2026 ນີ້ ກໍຄື ການຮ່ວມມືສະໜັບສະໜູນເຊິ່ງກັນ ແລະ ກັນໃນຖານະທີ່ເປັນປະເທດນ້ອຍໃນເວທີຫລາຍຝ່າຍ ເຊັ່ນ: ຂອບອົງ ການສະຫະປະຊາຊາດ ແລະ ຂອບການພົວພັນອາຊຽນ-ອີຢູ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ, ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ. ໃນນັ້ນ, ທ່ານປະທານາທິບໍດີມານຕາ ໄດ້ສະເໜີໃຫ້ສອງປະເທດ ສືບຕໍ່ຊອກຫາຊ່ອງທາງ ແລະ ໂອກາດໃໝ່ໆ ສຳລັບການຮ່ວມມືໃນຂະແໜງ ການຕ່າງໆ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ໂດຍສະເພາະຂະແໜງການສຶກສາ, ວັດທະນະທໍາແລະ ການທ່ອງທ່ຽວ ແລະ ໄດ້ອວຍພອນໄຊໃຫ້ ທ່ານ ດາວວີ ວົງໄຊ ມີຜົນສຳເລັດໃນການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຄັ້ງນີ້.

ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ການກຽມຄວາມພ້ອມໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026, ພ້ອມທັງໄດ້ສະແດງຄວາມຂອບໃຈ ລັດຖະບານມານຕາ ທີ່ໄດ້ສະໜັບສະໜູນ ສປປ ລາວ ຜ່ານຂອບການຮ່ວມມືລາວ-ອີຢູ ໃນໄລຍະຜ່ານມາ.

ໃນໄລຍະການໄປຍື່ນສານຕາຕັ້ງຄັ້ງນີ້, ທ່ານທູດ ດາວວີ ວົງໄຊ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອານບອກ (H.E.Ian Borg) ຮອງນາຍົກລັດຖະມົນຕີີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະການທ່ອງທ່ຽວ ແຫ່ງ ສາທາລະນະລັດມານຕາ ແລະ ທ່ານ ອັງກຣູ ຟາຣູເກຍ (Honorable Anġlu Farrugia), ປະທານລັດຖະສະພາ ແຫ່ງ ສາທາລະນະລັດມານຕາ. ການເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງຂອງມານຕາດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນແລະ ພອນໄຊອັນປະເສີດຈາກ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຖິງຄູ່ຮ່ວມຕໍາແໜ່ງທັງສອງທ່ານ ແລະໄດ້ແຈ້ງໃຫ້ການນໍາຂັ້ນສູງຂອງມານຕາ ຊາບກ່ຽວກັບເຫດການສໍາຄັນຂອງ ສປປ ລາວ ໂດຍສະເພາະແມ່ນການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ການເປັນປະທານກອງປະຊຸມທົບທວນຄືນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ທີ່ຈະຈັດຂຶ້ນໃນວັນທີ 14-18 ກັນຍາ 2026 ທີ່ນະຄອນຫລວງວຽງຈັນ.

ນອກຈາກນັ້ນ, ທ່ານທູດ ດາວວີ ວົງໄຊ ຍັງໄດ້ພົບປະສອງຝ່າຍກັບບັນດາຫົວໜ້າກົມທີ່ຮັບຜິດ ຊອບການພົວພັນສອງຝ່າຍ ແລະ ຫລາຍຝ່າຍ ເພື່ອປຶກສາຫາລືກ່ຽວກັບນະໂຍບາຍ ແລະ ກາລະໂອ ກາດໃນການເສີມຂະຫຍາຍການຮ່ວມມືສອງຝ່າຍ, ການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ.

ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດມານຕາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 13 ມັງກອນ 2011, ໄລຍະຜ່ານມາ ສອງປະເທດໄດ້ມີສາຍພົວພັນການທູດທີ່ດີ ແລະ ໄດ້ມີການແລກປ່ຽນສານອວຍພອນວັນຊາດ ແລະ ສານຊົມເຊີຍ ໃນໂອກາດສຳຄັນຕ່າງໆລະຫວ່າງການນຳຂັ້ນສູງຂອງທັງສອງປະເທ ດຢ່າງເປັນປົກກະຕິ.

ພາບ: Office of the President of Malta.