ປີ​ 2025​ ແຂວງອັດຕະ​ປື​ ພັດທະນາສີມືແຮງ​ງານໄດ້ຫຼາຍກວ່າ 4​ ພັນຄົນ

ທ່ານ​ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກ​ແຮງງານ​ ແລະ​ ສະຫວັດດີການສັງຄົມແຂວງ​ອັດຕະປື​ ໄດ້ລາຍງານຕໍ່ກອງປະຊຸມສະ​ຫຼຸບປະຈໍາປີ 2025​ ເມື່ອວັນທີ​ 19​ ກຸມພາ​ 2026​ ນີ້ໃຫ້ຮູ້ວ່າ: ປີ​ 2025​ ຜ່ານມາ ແຂວງອັດຕະປື​ ກໍ່ຄື​ພະແນກ​ແຮງ​ງານ​ ແລະ​ ສະຫວັດດີການສັງຄົມແຂວງ​ ໄດ້ເອົາໃຈໃສ່ຝຶກພັດ​ທະນາສີມືແຮງງານ ແລະ ຊຸກຍູ້ຫົວ​ໜ່ວຍແຮງງານ​ ໃຫ້ມີສ່ວນຮ່ວມໃນການຝຶກ, ຍົກລະດັບ, ທົດ​ສອບ ແລະ ອອກໃບຢັ້ງຢືນສີມືແຮງງານໃຫ້ແກ່ກຸ່ມເປົ້າໝາຍຜູ້ເຂົ້າຝຶກສີມືແຮງງານ​ ລວມໄດ້ທັງໝົດ 4,038 ຄົນ, ຍິງ 1,​840 ຄົນ, ທຽບໃສ່​ແຜນການ​ ເທົ່າ​ກັບ 115.​37% ແຜນການ (3,500ຄົນ/ປີ). ໃນນີ້​ ຂົງເຂດຂະແໜງບໍລິການ​ ມີ 142 ຄົນ ຍິງ 109 ຄົນ,​ ຂະແໜງອຸດສະ​ຫະກຳ​ ມີ 293 ຄົນ,​ ຍິງ 128 ຄົນ​ ແລະ ຂະ​ແໜງກະສິກຳ​ ມີ 3,603 ຄົນ​ ຍິງ 1,603 ຄົນ.​ ສູນພັດທະນາສີມືແຮງງານຝຶກໄດ້ 481 ຄົນ, ຍິງ 245 ຄົນ, ຝຶກໃນສູນ 358 ຄົນ ຍິງ 197 ຄົນ, ຝຶກທົດສອບຕາມມາດຕະຖານສີມືແຮງ​ງານແຫ່ງຊາດ 30 ຄົນ, ຝຶກເຄື່ອນທີ່ 93 ຄົນ ຍິງ 48 ຄົນ ແລະ ບັນດາຫົວໜ່ວຍແຮງ​ງານຝຶກ​ ມີ 3,587 ຄົນ, ຍິງ 1,595 ຄົນ.​
 
ພ້ອມ​ນັ້ນໃນປີຜ່ານມາ​ ຍັງໄດ້ສົ່ງ​ເສີມຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍ​ໃນໄດ້ທັງໝົດ 3,675 ຄົນ, ຍິງ 1,402 ຄົນ ທຽບໃສ່ແຜນປີ ເທົ່າກັບ 656% (ແຜນປີ 650 ຄົນ).​ ໄດ້ຮັບໂກຕາແຮງງານຈາກກົມຈັດຫາງານອະນຸມັດ 33 ຫົວໜ່ວຍ ລວມມີ​ 1,075 ຄົນ, ຍິງ 0 ຄົນ,​ ຂຶ້ນທະບຽນ ແລະ ອອກບັດແຮງ​ງານຕ່າງປະເທດທັງໝົດ 1,340 ຄົນ, ຍິງ 184 ຄົນ, ໃນນັ້ນ: ຂົງເຂດບໍລິການ 172 ຄົນ, ຍິງ 60 ຄົນ, ຂົງເຂດກະສິກຳ 650 ຄົນ, ຍິງ 81 ຄົນ ແລະ ຂົງເຂດອຸດສະຫະກຳ 518 ຄົນ, ຍິງ 43 ຄົນ.​
 
ທ່ານ​ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະ​ແນກ​ ແຮງງານ​ ແລະ​ ສະຫວັດດີການສັງຄົມແຂວງ​ ໄດ້ລາຍ​ງານໃຫ້ຮູ້ອີກວ່າ: ປີຜ່ານມາ​ພະ​ແນກ​ແຮງງານ​ ແລະ​ ສະຫວັດດີການສັງ​ຄົມແຂວງ ຍັງໄດ້ຖືສໍາຄັນວຽກຄຸ້ມ​ຄອງແຮງງານ,​ ໂດຍໄດ້ລົງກວດກາ,​ ເຜີຍແຜ່ນິຕິກຳ, ກົດໝາຍ ແລະ ລະ​ບຽບການຕ່າງໆຕາມກົດໝາຍແຮງ​ງານ ຈໍານວນ 98 ເທື່ອຄັ້ງ, ທຽບໃສ່ແຜນເທົ່າກັບ 140% (ແຜນການປີ 70​ ຄັ້ງ),​ ມີແຮງ​ງານທັງໝົດ 6,081 ຄົນ, ຍິງ 1,645 ຄົນ, ໃນນັ້ນ​ ມີແຮງງານລາວ ຈໍານວນ 5,330 ຍິງ 1,545 ຄົນ, ແຮງງານຕ່າງປະເທດ 751 ຄົນ,​ ໄດ້ຕິດຕາມສູນກວດສຸ​ຂະພາບແຮງງານພາຍໃນ ແລະ ຕ່າງປະເທດປະຈຳປີ ແລະ ສຸຂະພາບຄວາມສ່ຽງຈໍານວນ 2 ບໍລິສັດ ທັງ​ໝົດ 4,587 ຄົນ, ຍິງ 212 ຄົນ.​
ຂ່າວ: ພອນປະເສີດ