ເມືອງມຸນລະປາໂມກ ແຂວງຈໍາປາສັກ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ ໃນເທດສະບານເມືອງ

#ວັນທີ 18 ກຸມພາ 2026, ເມືອງມຸນລະປາໂມກ ແຂວງຈໍາປາສັກ ໄດ້ຈັດພິທີມອບ ແລະ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ ໃນເທດສະບານເມືອງ ໂດຍການເຂົ້າຮ່ວມຂອງທ່ານ ປະລິນຍາເອກ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພົນຈັດຕະວາ ວິລະຕູ ວໍລະຈິດ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຜູ້ຊີ້ນໍາວຽກງານຮອບດ້ານຢູ່ເມືອງມຸນລະປາໂມກ, ທ່ານ ວັນນະສັກ ຊາດຕະກຸນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສົມສັກ ເສົາວະລັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງາພັກເມືອງ, ບັນດາທ່ານການນໍາພະແນກການກ່ຽວຂ້ອງຂອງແຂວງ, ການນໍາຂອງເມືອງ, ຄະນະພັກຮາກຖານກຸ່ມ, ອົງການປົກຄອງບ້ານ, ຕາງໜ້າບໍລິສັດ ຜູ້ຮັບເໝົາກໍ່ສ້າງໂຄງການ ຕະຫຼອດພໍ່ແມ່ປະຊາຊົນບັນດາບ້ານໃນເທດສະບານເມືອງເຂົ້າຮ່ວມ.
#ໃນພິທີ, ທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງຕາຜ້າຜັງເມືອງ 5 ເສັ້ນ ໃນເທດສະບານເມືອງມຸນລະປາໂມກ ມີ 2 ໂຄງການ ເຊິ່ງເປັນການລົງທຶນຂອງລັດ ຂອງແຂວງຈໍາປາສັກ, ມີຄວາມຍາວ 4.050 ແມັດ, ມູນຄ່າລວມ 5 ຕື້ 826 ລ້ານກີບ. ໃນນັ້ນໂຄງການທີ 1 ມີ 4 ເສັ້ນ, ມີຄວາມຍາວ 3.200 ແມັດ, ມູນຄ່າ 4 ຕື້ 400 ລ້ານກີບ ໂດຍແມ່ນບໍລິສັດຄໍາເພັດ ດວງຈະເລີນ ກໍ່ສ້າງ ຂົວ - ທາງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດວຽກໂຄງການແຕ່ວັນທີ 20 ທັນວາ 2025 ເປັນຕົ້ນມາ; ໂຄງການທີ 2, ເສັ້ນທາງປູຢາງ 2 ຊັ້ນ ແຕ່ສາມແຍກ (ຄຸ້ມປ່າອ້ອຍ) ຫາ ທ່າບັກ ບ້ານເວີນແຄນ ມີຄວາມຍາວ 850 ແມັດ, ລວມມູນຄ່າ 1 ຕື້ 426 ລ້ານກີບ ໂດຍແມ່ນບໍລິສັດ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການແຕ່ເດືອນທັນວາ ປີ 2025 ທີ່ຜ່ານມາ. ຜ່ານການກວດກາພາກສະໜາມ ແລະ ການປະເມີນຕົວຈິງ ຂອງ 2 ໂຄງການ ເຫັນວ່າສະພາບໜ້າທາງ ແລະ ບັນດາໜ້າວຽກຕ່າງໆທີ່ໄດ້ປະຕິບັດໄປແລ້ວນັ້ນ ຖືກຕ້ອງຕາມມາດຕະຖານເດັກນິກ ຂອງວີຊາການ ແລະ ສາມາດຮັບຮອງການສັນຈອນໄປ - ມາໄດ້ຢ່າງສະດວກສະບາຍ. ໃນຕໍ່ໜ້ານີ້. ຄະນະພັກ - ອົງການປົກຄອງເມືອງ ຍັງຈະໄດ້ພ້ອມກັນສືບຕໍ່ການສ້ອມແປງ ແລະ ປັບປຸງຍົກລະດັບເສັ້ນທາງປູຢາງຊັ້ນ 1 ພາຍໃນຕາຜ້າເທດສະບານເມືອງ ຈໍານວນ 6 ເສັ້ນ, ມີຄວາມຍາວ 3.550 ແມັດ ຕື່ມອີກ.
#ໃນທີ່ຜ່ານມາ, ມີຫຼາຍບ້ານພາຍໃນເມືອງ ທີ່ໄດ້ຈັດຕັ້ງປະຕິບັດວຽກງານກໍ່ສ້າງພື່ນຖານໂຄງລ່າງ ໂດຍການປຸກລະດົມປະຊາຊົນ ແລະ ສັງຄົມຫຼາຍພາກສ່ວນປະກອບສ່ວນທຶນຮອນ ໃນການກໍ່ສ້າງເສັ້ນທາງເບຕົງເຂົ້າບ້ານຂອງຕົນ, ໃນປີ 2025 - 2026 ໃນທົ່ວເມືອງ ມີ 8 ບ້ານ, ມີ 11 ເສັ້ນ, ມີຄວາມຍາວ 3.350 ແມັດ, ມູນຄ່າ 1,5 ຕື້ກວ່າກີບ ເຊິ່ງເປັນທຶນຂອງປະຊາຊົນ + ສັງຄົມ, ເມືອງກໍໄດ້ສົມທົບຊ່ວຍບ້ານ 100 ລ້ານກີບ.
#ຕໍ່ມາ, ທ່ານ ພົນຈັດຕະວາ ວິລະຕູ ວໍລະຈິດ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາວຽກງານຮອບດ້ານຢູ່ເມືອງມຸນລະປາໂມກ ກໍມີຄໍາເຫັນວ່າ: ການຈັດຕັ້ງປະຕິບັດໂຄງການຍົກລະດັບ ແລະ ສ້ອມແປງເສັ້ນທາງຕາຜ້າຜັງເມືອງ ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ເປັນພື້ນຖານເຮັດໃຫ້ມີການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍສະເພາະແມານການນໍາພາຊຸກຍູ້, ປຸກລະດົມປະຊາຊົນ ແລະ ສັງຄົມຫຼາຍພາກສ່ວນ ປະກອບສ່ວນທຶນຮອນ ເຂົ້າໃນການກໍ່ສ້າງເສັ້ນທາງເບຕົງເຂົ້າບ້ານຂອງຕົນ ໃນປີທີ່ຜ່ານມາ. ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ຄະນະພັກ - ອົງການປົກຄອງເມືອງ ກໍຍັງມີຫຼາຍອັນທີ່ຍັງບໍ່ທັນສາມາດເຮັດໄດ້ດີເທົ່າທີ່ຄວນທັງເປັນສິ່ງທ້າທາຍ ທີ່ເປັນພື້ນຖານສໍາຄັນ ໃຫ້ແກ່ການປະຕິບັດວຽກຕ່າງໆ. ຍ້ອນແນວນັ້ນ, ໃນຕໍ່ໜ້າ ຕ້ອງໄດ້ປຸກລະດົມຊຸກຍູ້ໃຫ້ປະຊາຊົນເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການຜະລິດ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ; ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ສຶບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມທິດນໍາແຕ່ລະໄລຍະ ໂດຍຕິດພັນກັບການສ້າງຕັ້ງຕາແສງ; ກະກຽມດ້ານບຸກຄາລາກອນ, ສໍານັກງານ, ງົບປະມານ ແລະ ອື່ນໆທີ່ຈຳເປັນ ຕາມທິດນໍາຂອງສູນກາງ ແລະ ຂະແໜງການທີ່ກຽວຂ້ອງ ຂັ້ນທ້ອງຖິ່ນ; ຈາກນັ້ນ ໃຫ້ຖືສໍາຄັນຕໍ່ວຽກງານ 3 ສ້າງ ໂດຍສືບຕໍ່ຕິດຕາມຊຸກຍູ້ບັນດາມາດຖານ ແລະ ຕົວຊີ້ວັດຕ່າງໆ ທີ່ໄດ້ຮັບຮອງແລ້ວ ເພື່ອໃຫ້ເຂົ້າສູ່ລວງເລີກ, ເຂັ້ມແຂງ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ.ນອກນີ້, ກໍມອບໃຫ້ຄະນະພັກ - ອົງການປົກຄອງເມືອງ ສືບຕໍ່ຈັດຕັ້ງປະຕິບັດໂຄງການສ້ອມແປງ ແລະ ປັບປຸງຍົກລະດັບເສັ້ນທາງປູຢາງ 1 ຊັ້ນ ພາຍໃນຕາຜ້າເທດສະບານ ເມືອງ ຈໍານວນ 6 ເສັ້ນ, ມີຄວາມຍາວ 3.550 ແມັດ ໃຫ້ສໍາເລັດຕາມຄາດໝາຍ.
#ຕອນທ້າຍ, ທ່ານ ປະລິນຍາເອກ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ກໍໄດ້ຮ່ວມກັບການນໍາແຂວງ, ການນໍາເມືອງ ແລະ ບໍລິສັດ ທີ່ຮັບເໝົາກໍ່ສ້າງເສັ້ນທາງ ຕັດແຖບຜ້າ, ເປີດປ້າຍ ເປີດນໍາໃຊ້ເສັ້ນທາງ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ແລະ ເປັນນີມິດໝາຍອັນດີໃຫ້ແກ່ການເປີດງານນໍາໃຊ້ເສັ້ນທາງດັ່ງກ່າວ.
ຂ່າວ-ພາບ: ທູນທອງໃຈ