ທູດ ແຫ່ງ ສປປ ລາວ ຖວາຍສານຕາຕັ້ງຕໍ່ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ

ໃນວັນທີ 11 ກຸມພາ 2025 ທີ່ພະບໍລົມມະຫາຣາຊະວັງອໍາພອນ, ທ່ານ ສີສະຫວາດ ອິນພະຈັນ ໄດ້ ເຂົ້າເຝົ້າ ພະບາດສົມເດັດ ມະຫາວະຊິລາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະບໍລົມຣາຊິນີ ແຫ່ງ ຣາຊະອານາຈັກໄທ ເພື່ອຖວາຍສານຕາຕັ້ງດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມປິຕິຍິນດີ ແລະ ເປັນກຽດຢ່າງສູງ ທີ່ໄດ້ເຂົ້າເຝົ້າ ຖວາຍສານຕາຕັ້ງ ຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນຈິງໃຈ ແລະ ຄໍາອວຍພອນໄຊອັນປະເສີດ ຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ພະບາດສົມເດັດ, ພະບໍລົມຣາຊິນີ ແລະ ພະບໍລົມວົງສານຸວົງທຸກພະອົງ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄວາມເສົ້າສະຫລົດໃຈ ຈາກທ່ານປະທານປະເທດ ຕໍ່ການສິ້ນພະຊົນຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມ ຣາຊິນີນາດ ພະບໍລົມຣາດຊົນນະນີພັນປີຫລວງ ເຖິງພະບາດສົມເດັດ, ພະບໍລົມຣາຊິນີ ແລະ ພະບໍລົມວົງສານຸວົງທຸກພະອົງ ແຫ່ງ ຣາຊະອານາຈັກໄທ.

ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາ ຊົນສອງຊາດ ລາວ-ໄທ ໃນຖານະບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ, ຊຶ່ງໃນປີ 2025 ຜ່ານມາ ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ໄທ ໄດ້ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດ, ພົ້ນເດັ່ນແມ່ນ ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໂດຍການເປັນ ປະທານຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະບາດສົມເດັດ ມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 25 ທັນວາ 2025 ຜ່ານມາ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ລາຍງານໃຫ້ຊາບວ່າ ປະຊາຊົນລາວ ກໍາລັງກະກຽມຄວາມພ້ອມຮອບດ້ານ ຕ້ອນຮັບ ພະບາດສົມເດັດ ແລະ ພະບໍລົມລາຊິນີ ສະເດັດຢ້ຽມຢາມທາງລັດຖະກິດທີ່ ສປປ ລາວ, ຊຶ່ງຈະກາຍເປັນນິມິດ ໝາຍສໍາຄັນທາງດ້ານປະຫວັດສາດຂອງການພົວພັນຮ່ວມມື ລາວ-ໄທ ໃນຮອບ 32 ປີ. ນອກຈາກນີ້, ທ່ານເອກອັກຄະ ລັດຖະທູດ ຍັງໄດ້ຢໍ້າວ່າ ໃນໄລຍະດໍາລົງຕໍາແໜ່ງນີ້, ຈະໃຊ້ທຸກຄວາມສາມາດຂອງຕົນເຂົ້າໃນການຊຸກຍູ້ ແລະ ສົ່ງເສີມ ການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ ທີ່ມີພື້ນຖານອັນດີຢູ່ແລ້ວ ໃຫ້ສືບຕໍ່ແຕກດອກອອກຜົນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ໃນໂອກາດນີ້, ພະບາດສົມເດັດ ມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ສີສະຫວາດ ອິນພະຈັນ ທີ່ໄດ້ຮັບແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ, ໄດ້ສະແດງຄວາມຂອບໃຈ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ມີໄມຕິຈິດມິດຕະພາບຕໍ່ ພະອົງ, ພະບໍລົມວົງສານຸວົງ ແລະ ປະຊາຊົນໄທ ແລະ ໄດ້ຢໍ້າວ່າ ປະຊາຊົນລາວ ແລະ ໄທ ມີການພົວພັນແບບຍາດພີ່ນ້ອງ, ເຄົາລົບ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ, ພ້ອມທັງ ແຈ້ງໃຫ້ຊາບວ່າ ພະອົງ ແລະ ພະຣາຊິນີ ມີຄວາມພ້ອມຈະສະເດັດຢ້ຽມຢາມລັດຖະກິດທີ່ ສປປ ລາວ ໃນອະນາຄົດອັນ ໃກ້ນີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ອວຍພອນ ໃຫ້ ທ່ານເອກອັກຄະລັດຖະທູດ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ຣາຊະອານາຈັກໄທ.