ຄະນະສື່ມວນຊົນ ຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ

ໃນລະຫວ່າງວັນທີ 9-11 ກຸມພາ 2026, ຄະນະສື່ມວນຊົນ ນຳໂດຍ ທ່ານ ວັນຕຸລາ ຣັກນຸດ, ຫົວໜ້າເລຂາປະຈຳຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ສົມສັກ ສະກຸນຄຳ, ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເກັບກຳຂໍ້ມູນການຈັດຕັ້ງປະຕິບັດໂຄງການ ເປັນຕົ້ນແມ່ນ ດ້ານເສດຖະກິດ, ສຸຂະພາບ, ຄວາມປອດໄພ, ສິ່ງແວດລ້ອມ ແລະ ວຽກງານພັດທະນາສັງຄົມ ຢູ່ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກຄະນະບໍລິຫານງານບໍລິສັດ.

ໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນບ້ານຫ້ວຍຊາຍ ບໍລິສັດພູເບຍ ມາຍນິ້ງ ຈຳກັດ ຕັ້ງຢູ່ເມືອງລອງແຈ້ງ ແຂວງໄຊສົມບູນ ຫ່າງຈາກໂຄງການ ພູຄໍາ ປະມານ 25 ກິໂລແມັດ, ໂຄງການດັ່ງກ່າວໄດ້ເລີ່ມການຜະລິດໃນປີ 2012, ໂດຍນໍາໃຊ້ວິທີການຂຸດຄົ້ນແບບບໍ່ເທິງໜ້າດິນ ຊຶ່ງວິທີການຂຸດຄົ້ນທີ່ໄດ້ນໍາໃຊ້ຢ່າງກວ້າງຂວາງໃນວົງການອຸດສາຫະກຳບໍ່ແຮ່ ແລະ ປ້ອນແຮ່ເຂົ້າໂຮງງານຜະລິດປຸງແຕ່ງ ທີ່ນໍາໃຊ້ລະບົບຈັບແຮ່ດ້ວຍທາດກາກບອນ (CIL) ແລະ ໃຊ້ຕາໜ່າງແຍກແຮ່ ແບບແຮງໂນ້ມທ່ວງ (gravity).

ໂອກາດນີ້ທ່ານ ວາ ຢາງ ຫົວໜ້າຄຸມງານຫ້ອງຄວບຄຸມລະບົົບການຜະລິດຄຳ-ເງິນໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ມີຫ້ອງຄວບຄຸມລະບົບການຜະລິດຄຳ-ເງິນ ຊຶ່ງເປັນພະແນກໜຶ່ງທີ່ມີຄວາມສຳຄັນຫຼາຍຕໍ່ການດຳເນີນງານໃນການຄວບຄຸມການຜະລິດ, ເນື່ອງຈາກການເຄື່ອນໄຫວຈັດຕັ້ງປະຕິບັດພາຍໃນໂຮງງານແມ່ນດຳເນີນພາຍໃຕ້ລະບົບຄວບຄຸມຜ່ານລະບົບຄອມພິວເຕີ ໂດຍສະເພາະລະບົບການຂົນແຮ່ເຂົ້າສູ່ລະບົບການຜະລິດ ຊຶ່ງແຕ່ລະຈຸດຈະຕິດກ້ອງຕິດຕາມໃນການດຳເນີນງານ, ໃນນັ້ນລົົດທຸກຄັນກໍມີການຕິດຕັ້ງກ້ອງໄວ້ຫຼັງເບາະລົດ, ເມື່ອໃນກໍລະນີໃນເວລາໂຊເຟີລົດມີອາການງ່ວງນອນແມ່ນຈະມີລະບົບສັ່ນແຈ້ງເຕືອນສະຕິ, ໃນຂະນະດຽວກັນຂໍ້ມູນດັ່ງກ່າວຈະສົ່ງເຂົ້າມາຫາຜູ້ຄວບຄຸມຄຸມ ແລ້ວໄດ້ແຈ້ງໃຫ້ຜູ້ຮັບຜິດຊອບພາກສະໜາມໃຫ້ໂຊເຟີຜູ້ນັ້ນໄດ້ໄປຜັກຜ່ອນ, ໃນນັ້ນຍັງມີລະບົບຕິດຕາມສະພາບດິນເຈື່ອນ, ມີກ້ອງຕິດຕາມການເຮັດວຽກຂອງແຕ່ລະໜ່ວຍງານຢ່າງເປັນລະບົບຄົບຊຸດເພື່ອຄວາມປອດໄພຂອງທຸກຂົງເຂດວຽກງານ.

ທ່ານ ວາ ຢາງ ໃຫ້ຮູ້ຕື່ມວ່າ: ໃນຫ້ອງຄວບຄຸມດັ່ງກ່າວໄດ້ມີການຈັດສັນຄວາມຮັບຜິດຊອບໃຫ້ແຕ່ລະຄົນໃນການເຮັດວຽກດ້ວຍຄວາມຮັບຜິດຊອບສູງ ຊຶ່ງໄດ້ມີການມອບຄວາມຮັບຜິດຊອບໃຫ້ແຕ່ລະຄົນໃນການປະຕິບັດໜ້າທີ່ຢ່າງເປັນລະບົບ, ມື້ໜຶ່ງໄດ້ແບ່ງຄວາມຮັບຜິດຊອບເປັນສອງກະ (ກາງເວັນ ແລະ ກາງຄືນ), ກະລະສອງຄົນ ໂດຍມີການຕິດຕາມຕະຫຼອດ 24 ຊົ່ວໂມງ ແລະ ໃນການເຮັດວຽກໃນຫ້ອງຄວບຄຸມແມ່ນເຮັດວຽກ 14 ມື້ ແລະ ພັກ 7 ມື້, ໃນຄວາມຮັບຜິດຊອບໃນການເຮັດວຽກ ແມ່ນມີການສື່ສານກັບພາກສະໜາມໂດຍກົງໃນການຂົນສົ່ງແຮ່ເຂົ້າສູ່ໂຮງງານ ຊຶ່ງຕະຫຼອດໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາຈົນເຖິງປັດຈຸບັນແມ່ນຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ມີຄວາມປອດໄພເປັນຢ່າງດີ.