
ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຮອງເລຂາຄະນະບໍລິຫານງານພັກກອງບັນຊາການທະຫານຊາຍແດນ, ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ກໍຄືສະມາຊິກພັກ, ນາຍ ແລະ ພົນທະຫານທົ່ວກໍາລັງທະຫານຊາຍແດນໃນທົ່ວປະເທດ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ສຸດທີ່ມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງສູງ ຕໍ່ຜົນສໍາເລັດອັນສະຫງ່າງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງກ້າວຂຶ້ນສັງຄົມນິຍົມ” ເປັນກອງປະຊຸມໃຫຍ່ຄັ້ງປະຫວັດສາດ ທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງພັກປະຊາຊົນປະຕິວັດລາວ.
ກອງປະຊຸມໄດ້ກໍານົດແນວທາງແຜນນະໂຍບາຍ, ວິໄສທັດຮອດປີ 2055, ຍຸດທະສາດພັດທະນາ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ (2026-2030) ຂອງລັດ ເຊີ່ງທັງໝົດນັ້ນຈະເປັນເນື້ອໃນ, ເຂັມທິດເຍືອງທາງໃຫ້ທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າຈັດຕັ້ງປະຕິບັດເຮັດສໍາເລັດສອງໜ້າທີ່ຍຸດສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາໃຫ້ຈະເລີນຮັ່ງມີເຂັ້ມແຂງ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງແທ້ຈິງ.
ສໍາລັບກອງບັນຊາການທະຫານຊາຍແດນພວກເຮົາ ໃນນາມອົງການຊີ້ນໍາບັນຊາສູງສຸດຂອງເຫຼົ່າຮົບທະຫານຊາຍແດນກໍຄື: ກໍາລັງທະຫານຊາຍແດນໃນທົ່ວປະເທດຈະນໍາເອົາເນື້ອໃນຈິດໃຈ ແລະ ມະຕິຂອງກອງປະຊຸມນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບສະພາບຈຸດພິເສດ, ໜ້າທີ່ການເມືອງ ແລະ ຂະແໜງການວິຊາສະເພາະຂອງຕົນທີ່ໄດ້ຮັບມອບໝາຍໂດຍສະເພາແມ່ນຮັບປະກັນເຮັດໃຫ້ບໍລິເວນຊາຍແດນມີສະຖຽນລະພາບທາງດ້ານການເມືອງ, ຊາຍແດນມີຄວາມໝັ້ນຄົງ, ມີຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ, ປົກປັກຮັກສາຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ຫຼີກລ້ຽງການທະເລາະວິວາດກັນຕາມບໍລິເວນຊາຍແດນບົນພື້ນຖານຫຼັກການສືບທອດສິດໃນຄວາມເປັນເອກະລາດບົນດິນແດນຂອງຕົນທີ່ພວກລ່າເມືອງຂຶ້ນປະໄວ້, ປະກອບສ່ວນເຮັດໃຫ້ຊາຍແດນແຫ່ງຊາດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຍືນຍົງ ສ້າງເງື່ອນໄຂໃຫ້ປະຊາຊົນທີ່ອາໄສຢູ່ຕາມບໍລິເວນຊາຍແດນມີການພັດທະນາທາງດ້ານເສດຖະກິດ-ສັງຄົມໃຫ້ນັບມື້ຂະຫຍາຍຕົວ ແລະ ຮັ່ງມີເຂັ້ມແຂງ. ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍພັກ ແລະ ລັດຖະບານແຫ່ງ ສປປ ລາວ ກໍໄດ້ໃຫ້ຄວາມສໍາຄັນ ແລະ ຖືເປັນບູລິມະສິດໃນການກໍານົດເສັ້ນຊາຍແດນກັບບັນດາປະເທດອ້ອມຂ້າງ. ພ້ອມນັ້ນ ດ້ວຍຄວາມເປັນຫ່ວງ ເປັນໃຍ ຄວາມເອົາໃຈໃສ່ຂອງພັກ-ລັດ, ກະຊວງປ້ອງກັນປະເທດ ເຫັນໄດ້ເຖິງຄວາມຈໍາເປັນຂອງວຽກງານຄຸ້ມຄອງປ້ອງກັນຊາຍແດນແຫ່ງຊາດໃນສະພາບການໃໝ່ເຫຼົ່າຮົບທະຫານຊາຍແດນຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ມາຮອດເວລານີ້ກໍໄດ້ 13 ປີ ກວ່າ ແລະ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ໃນເມື່ອກ່ອນກໍໄດ້ຮັບການຍົກລະດັບ ແລະ ສ້າງຕັ້ງເປັນກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ຢ່າງເປັນທາງການ ຕາມດໍາລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 387/ນຍ, ລົງວັນທີ 25 ທັນວາ 2023 ມາຮອດເວລານີ້ກໍເປັນ 2 ປີ ກວ່າ, ຕະຫຼອດໄລຍະເວລາທີ່ຜ່ານມານັ້ນ ກອງບັນຊາການທະຫານຊາຍແດນກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນ ຄະນະພັກ-ຄະນະບັນຊາພວກເຮົາໄດ້ສຸມໃສ່ນໍາພາ-ຊີ້ນໍາ ບັນຊາເຫຼົ່າຮົບທະຫານຊາຍແດນ ປະຕິບັດໜ້າທີ່ການເມືອງຂອງຕົນບົນພື້ນຖານປິ່ນອ້ອມຂອງ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກເປັນຕົ້ນ: ສຸມໃສ່ວຽກງານຮັບປະກັນໃຫ້ບໍລິເວນຊາຍແດນແຫ່ງຊາດໃຫ້ມີຄວາມໝັ້ນຄົງ, ມີຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ; ປັບປຸງກໍ່ສ້າງກຳລັງຊາຍແດນທາງດ້ານການເມືອງແນວຄິດໃຫ້ສະມາຊິກພັກພະນັກງານ-ນັກຮົບໃນທົ່ວອົງກອນ ແລະ ເຫຼົ່າຮົບໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມບໍລິສຸດສັດຊື່ ແລະ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ປັບປຸງບູລະນະລະບົບການຈັດຕັ້ງ ແລະ ການປະກອບຂອງກໍາລັງທະຫານຊາຍແດນໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ; ປັບປຸງກໍ່ສ້າງລະບົບຄ້າຍຄູ, ບັນດາປ້ອມຊາຍແດນຢູ່ບໍລິເວນຊາຍແດນທິດຕາເວັນຕົກ ແລະ ທິດໃຕ້ໃຫ້ສໍາເລັດຕາມແຜນການ. ພ້ອມນັ້ນ, ຄະນະພັກ-ຄະນະບັນຊາພວກເຮົາຍັງໄດ້ເປັນເຈົ້າການ ແລະ ຍູ້ແຮງວຽກງານການພົວພັນຮ່ວມມືກັບສາກົນບົນພື້ນຖານປະຕິບັດຕາມແນວທາງການຕ່າງປະເທດຂອງພັກ ກໍຄື ທິດຊີ້ນຳຂອງກະຊວງປ້ອງກັນປະເທດ ບົນຫຼັກການເພີ່ມມິດຫລຸດຜ່ອນສັດຕູ ດູດດຶງຍາດແຍ່ງເອົາການຊ່ວຍເຫຼືອສະໜັບສະໜູນຈາກບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອສ້າງເງື່ອນໄຂສະພາບແວດລ້ອມທີ່ດີໃຫ້ແກ່ກຳລັງທະຫານຊາຍແດນໃນການເຄື່ອນໄຫວປະຕິບັດໜ້າທີ່ຄຸ້ມຄອງປ້ອງກັນຊາຍແດນ, ຫຼັກໝາຍຊາຍແດນ ຮັບປະກັນເຮັດໃຫ້ຊາຍແດນມີຄວາມໝັ້ນຄົງມີຄວາມສະຫງົບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຕາມສົນທິສັນຍາ ແລະ ລະບຽບການຊາຍແດນທີ່ ສປປ ລາວ ເປັນພາຄີ, ທັງເປັນການສ້າງເງື່ອນໄຂໃຫ້ປະຊາຊົນຊາຍແດນໄດ້ໄປມາຫາສູ່ກັນ, ຮ່ວມກັນສ້າງສາພັດທະນາບໍລິເວນຊາຍແດນໃຫ້ມີຄວາມເຂັ້ມແຂງ ແລະ ອຸດົມຮັ່ງມີ.
ສໍາລັບ ທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາພວກເຮົາຈະສຸມໃສ່ນໍາພາ-ຊີ້ນໍາດັ່ງນີ້: ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນທະຫານໃນທົ່ວອົງການ ກໍຄື ທົ່ວເຫຼົ່າຮົບທະຫານຊາຍແດນໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມອຸ່ນອຽງທຸ່ນທ່ຽງ ແລະ ຫ້າວຫັນເຮັດສໍາເລັດໜ້າທີ່ຂອງຕົນ, ສືບຕໍ່ປັບປຸງຍົກລະດັບກໍາລັງທະຫານຊາຍແດນຕາມແຜນຍຸດທະສາດຂອງກະຊວງປ້ອງກັນປະເທດ ແນໃສ່ຮັບປະກັນເຮັດໃຫ້ສະພາບຕາມບໍລິເວນຊາຍແດນມີຄວາມສະຫງົບປອດໄພ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕາມຊາຍແດນໂດຍສະເພາະແມ່ນບັນຫາການລັກລອບເຂົ້າ-ອອກເມືອງ, ບັນຫາຢາເສບຕິດ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ຈັດຕັ້ງ, ຊັບຊ້ອນ, ຈັດວາງ ແລະ ນໍາໃຊ້ກໍາລັງທະຫານຊາຍແດນເຂົ້າໃນການຄຸ້ມຄອງປ້ອງກັນຊາຍແດນ ແລະ ການກໍາຂ່າວໃນແຕ່ລະອາທິດຄືນໃໝ່ໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງ, ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າປະຕິບັດຕາມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຊາຍແດນໃຫ້ມີປະສິດທິຜົນກວ່າເກົ່າ, ຈັດຕັ້ງເຝິກແອບຮໍ່າຮຽນການເມືອງ, ການທະຫານ, ວິຊາສະເພາະ ແລະ ການພົວພັນຕ່າງປະເທດເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານສີລະປະຍຸດ, ຍຸດທະວີທີ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ສົ່ງເສີມການພົວພັນຮ່ວມມືກັບກໍາລັງປ້ອງກັນຊາຍແດນຂອງບັນດາປະເທດໃກ້ຄຽງ, ຊີ້ນໍາກົມກອງທະຫານຊາຍແດນ ເພີ່ມທະວີການສ້າງເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງກົມກອງລວມໝູ່ ກໍຄື: ພະນັກງານ-ນັກຮົບຕາມຄໍາຂວັນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/01/1949-20/01/2026), ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຕາງໜ້າໃຫ້ພະນັກງານ-ນັກຮົບໃນທົ່ວອົງການກອງບັນຊາການທະຫາານຊາຍແດນ ກໍຄື ທົ່ວເຫຼົ່າຮົບທະຊາຍແດນ, ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງການນໍາ ພັກ-ລັດຖະບານ ກະຊວງປ້ອງກັນປະເທດ, ອົງການປົກຄອງທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ເຂົ້າຮ່ວມວຽກງານຄຸ້ມຄອງປ້ອງກັນຊາຍແດນແຫ່ງຊາດຕະຫຼອດມາ, ຂໍອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ກໍຄື ຄະນະນຳບັນດາກົມໃຫຍ່ ຈົ່ງມີສຸຂະພາບແຂງແຮງ ມີຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງຕົນ ແລະ ນໍາພາ-ຊີ້ນໍາ ກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກຳລັງທະຫານຊາຍແດນ ກອງທັບປະຊາຊົນລາວ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ,ອວຍພອນໃຫ້ພະນັກງານນັກຮົບໃນທົ່ວອົງການກອງບັນຊາການ ແລະ ທົ່ວເຫຼົ່າຮົບທະຫານຊາຍແດນຈົ່ງມີສຸຂະພາບແຂງແຮງ ເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ຂັ້ນເທິງມອບໝາຍໃຫ້.
ຂ່າວ: ໜັງສືພິມກອງທັບ