ຈໍາປາສັກ ເດີນໜ້າຮ່ວມມື KLICEA ຜັກດັນສູນພາສາ–ສາຍການບິນ ປາກເຊ–ອິນຊອນ

ວັນທີ 12 ມັງກອນ 2026, ທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກໍາມະການ ປົກຄອງແຂວງຈໍາປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ SAM MAENG ປະທານ ສະມາຄົມອຸດສະຫະກໍາ ແລະ ແລກປ່ຽນທາງວັດທະນະທໍາ ( KLICEA) ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກທີ່ແຂວງຈໍາປາສັກ ໃນວັນທີ 12 ມັງກອນ 2026 ທີ່ຫ້ອງວ່າການແຂວງຈໍາປາສັກ.
ໃນໂອກາດດັ່ງກ່າວ, ທ່ານ SAM MAENG ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມລາຍງານໃຫ້ຊາບເຖິງສະພາບການເຄື່ອນໄຫວ ວຽກງານ ແລະ ຜົນສໍາເລັດ ບັນດາໂຄງການຕ່າງຂອງ ລາວ, ສະມາຄົມເກົາຫຼີ-ລາວ ໃນໄລຍະຜ່ານມາຂອງອົງການ ( KLICEA) ເຊິ່ງເປັນ ອົງການ ສົ່ງເສີມການຮ່ວມມືທາງດ້ານ ເສດຖະກິດ ແລະ ວັດທະນະທໍາ ເກົາຫຼີ-ລາວ, ພ້ອມທັງກ່າວໃຫ້ຮູ້ຈຸດປະສົງ ຂອງການມາເຮັດວຽກທີ່ແຂວງຈໍາປາສັກໃນຄັ້ງນີ້ ເພື່ອກະກຽມການດໍາເນີນ ສ້າງຕັ້ງ ສູນຝຶກພາສາເກົາຫຼີ KING SEJONG ທີ່ແຂວງຈໍາປາສັກ ເພື່ອເປີດໂອກາດໃຫ້ໄວໜຸ່ມລາວ ໄດ້ຮໍ່າຮຽນພາສາ ແລະ ແລກປ່ຽນທາງດ້ານວັດທະນະທໍາລະຫວ່າງສອງຊາດ ລາວ-ເກົາຫຼີ ເພື່ອສ້າງເງື່ອນໄຂການຊອກວຽກເຮັດງານທໍາ ຫຼາຍສາຂາອາຊີບໃນປະເທດເກົາຫຼີ , ນອກຈາກນັ້ນ ອົງການ ( KLICEA) ຍັງມີຄວາມມຸ່ງຫວັງ ໃນການຮ່ວມມືຊຸກຍູ້ ທາງດ້ານອຸດສະຫະກໍາ, ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ໃນ ການຂະຫຍາຍ ສາຍການບິນເສັ້ນ ປາກເຊ-ອິນຊອນ ຕື່ມອີກ.
ການພົບປະຄັ້ງນີ້, ທ່ານ ຮອງປະທານຄະນະກໍາມະການປົກຄອງແຂວງ ກໍ່ໄດ້ກ່າວຍິນດີຕ້ອນຮັບ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງຫຍີ່ງຕໍ່ການຊ່ວຍເຫຼືອຂອງລັດຖະບານເກົາຫຼີຫຼາຍໆໂຄງການ ໃນໄລຍະທີ່ຜ່ານມາ, ໂດຍສະເພາະກໍ່ຄື ອົງການ ( KLICEA) ທີ່ໄດ້ຄັດເລືອກເອົາແຂວງຈໍາປາສັກເປັນ ເລີ່ມຕົ້ນໃນການສ້າງສູນພາສາເກົາຫຼີ ຢູ່ໃນພາກໃຕ້ລາວ, ລວມທັງ ການຂະຫຍາຍເສັ້ນທາງ ສາຍການບິນກະຕຸ້ນການທ່ອງທ່ຽວ ອັນເປັນຄວາມມຸ່ງຫວັງສໍາຄັນ ຂອງ ແຂວງຈໍາປາສັກ ເຊີ່ງ ຄະນະພັກ-ຄະນະນໍາໃຫ້ຄວາມສໍາຄັນຢ່າງຫຍິ່ງ ເພື່ອຍົກລະດັບການຮ່ວມມືລະຫວ່າງ ລາວ-ເກົາຫຼີ ກໍ່ຄືແຂວງຈໍາປາສັກ ແລະ ອົງການ( KLICEA) .
ໃນການພົບປະຄັ້ງນີ້ ທັງສອງຝ່າຍ, ຕີລາຄາສູງ ຕໍ່ແຜນການຮ່ວມມື ບັນດາຂໍ້ສະເໜີຕ່າງໆ ອັນສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ, ຕົກລົງ ເຫັນດີກະກຽມຄວາມພ້ອມໃນແຕ່ລະດ້ານ ເພື່ອເຮັດໃຫ້ໂຄງການການຮ່ວມມື ດັ່ງກ່າວ ປະກົດຜົນເປັນຈິງ ຢ່າງມີປະສິດທິພາບສູງສຸດ.
ຂ່າວ-ພາບ: ພູທິບສະຫວັນ ຫ້ອງວ່າການແຂວງ