ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ປະກອບສ່ວນ 14.1 ລ້ານໂດລາສະຫະລັດ ໃຫ້ອໍານາດການປົກຄອງແຂວງໄຊສົມບູນ

ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ມີຄວາມຍິນດີທີ່ໄດ້ປະກາດໃຫ້ຊາບກ່ຽວກັບການມອບພັນທະໃຫ້ອໍານາດການປົກຄອງແຂວງໄຊສົມບູນ ຫຼາຍກວ່າ 14 ລ້ານໂດລາສະຫະລັດ ໃນພິທີມອບ-ຮັບ ຊຶ່ງຈັດຂຶ້ນຢູ່ທີ່ຫ້ອງວ່າການແຂວງໄຊສົມບູນ ໃນວັນທີ 7 ມັງກອນ 2026. ການມອບພັນທະໃນຄັ້ງນີ້ປະກອບມີເງິນອາກອນກໍາໄລລ່ວງໜ້າສໍາລັບ 6 ເດືອນທ້າຍຂອງປີ 2025 ຈໍານວນ 7 ລ້ານໂດລາສະຫະລັດ ແລະ ຄ່າຊັບພະຍາກອນແຮ່ທາດໄຕມາດສຸດທ້າຍປະຈໍາປີ 2025 ຈໍານວນ 7.1 ລ້ານໂດລາສະຫະລັດ.

ນີ້ແມ່ນໜຶ່ງໃນຫຼາຍການເງິນອາກອນຕ່າງໆທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບໃຫ້ອໍານາດການປົກຄອງແຂວງໄຊສົມບູນ ຕາມກໍານົດ ແລະ ເປັນປະຈຳ ຈາກການດໍາເນີນງານຂອງພວກເຮົາໃນແຕ່ລະປີ. ກ່ອນໜ້ານີ້ໃນປີທີ່ຜ່ານມາ, ໃນເດືອນກໍລະກົດ, ບໍລິສັດໄດ້ມອບເງິນອາກອນກຳໄລລ່ວງໜ້າ 6 ເດືອນຕົ້ນປີ 2025 ຈຳນວນ 6 ລ້ານໂດລາສະຫະລັດ. ນອກຈາກນີ້, ຫຼັງຈາກສໍາເລັດການກວດສອບບັນຊີຢ່າງສົມບູນ ສຳລັບອາກອນກຳໄລປີ 2025 ແລ້ວ, ຈະມີການມອບເງິນອາກອນອີກໃຫ້ອໍານາດການປົກຄອງແຂວງໄຊສົມບູນ ໃນທ້າຍເດືອນມີນາ 2026 ເມື່ອສໍາເລັດການກວດສອບບັນຊີປະຈຳປີ. ການມອບຄ່າຊັບພະຍາກອນແຮ່ທາດໃຫ້ແກ່ລັດຖະບານ ຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ ໃນປີ 2025 ແມ່ນຫຼາຍກວ່າ 35 ລ້ານໂດລາສະຫະລັດ.

ທ່ານ ປອ ທອງພະເສີດ ໄຊຍະລາດ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນກ່າວວ່າ ລາຍຮັບຈາກບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ໃຫ້ແຂວງໄຊສົມບູນ ແມ່ນຫຼາຍກວ່າ 80 ສ່ວນຮ້ອຍ ຂອງລາຍຮັບທັງໝົດປະຈຳປີຂອງແຂວງ, ເຊິ່ງມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊສົມບູນ.

ທ່ານ ຈັນເພັງ ບຸນນະຜົນ, ທີ່ປຶກສາອາວຸໂສ ຂອງບໍລິສັດ ພູເບ້ຍ ມາຍນິງ, ໃຫ້ຮູ້ວ່າ ຜົນການດໍາເນີນງານທີ່ເຂັ້ມແຂງຂອງບໍລິສັດໃນປີ 2025 ສະແດງໃຫ້ເຫັນເຖິງຄວາມສໍາພັນທີ່ເລິກເຊິງ ແລະ ເຂັ້ມແຂງ, ທ່ານກ່າວວ່າ “ຄວາມສຳເລັດຂອງບໍລິສັດ ພູເບ້ຍ ມາຍນິງ ຖືກສ້າງຂຶ້ນຈາກສາຍພົວພັນທີ່ເຂັ້ມແຂງຂອງບໍລິສັດ ກັບ ອໍານາດການປົກຄອງແຂວງໄຊສົມບູນ, ຊຸມຊົນເຈົ້າພາບ, ພະນັກງານ, ຜູ້ສະໜອງ, ບໍລິສັດໃນຂະແໜງດຽວກັນ ແລະ ຄູ່ຮ່ວມງານ.”

ທ່ານ ນາງ ມະນີລັດ ອະຣຸນລັງສີ, ຜູ້ຈັດການຂັ້ນສູງຝ່າຍປະສານງານພາຍນອກຂອງບໍລິສັດ ພູເບ້ຍ ມາຍນິງ, ໄດ້ໃຫ້ຮູ້ຕື່ມອີກວ່າ ຄວາມໜ້າເຊື່ອຖື, ຄວາມໂປ່ງໃສ ແລະ ການສື່ສານຢ່າງສະໝໍ່າສະເໝີ ແມ່ນເປັນພື້ນຖານຂອງສາຍພົວພັນເຫຼົ່ານັ້ນ ແລະ ຈະຍັງຄົງເປັນໃຈກາງຂອງແນວທາງການປະຕິບັດຂອງບໍລິສັດ. ທ່ານໄດ້ອະທິບາຍວ່າ: “ສາຍພົວພັນທີ່ສຳຄັນຫຼາຍລະຫວ່າງອໍານາດການປົກຄອງແຂວງໄຊສົມບູນ ແລະ ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ນີ້ ຖືກສ້າງຂຶ້ນຈາກຄວາມໜ້າເຊື່ອຖື ແລະ ການສື່ສານທີ່ເປີດເຜີຍ, ສະໝໍ່າສະເໝີ. ນີ້ແມ່ນສິ່ງທີ່ຂັບເຄື່ອນໃຫ້ບໍລິສັດ ພູເບ້ຍ ມາຍນິງ ປະສົບຄວາມສຳເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວ ແລະ ຈະສືບຕໍ່ເປັນທິດທາງຈຸດສຸມຂອງພວກເຮົາຕະຫຼອດປີ 2026.”