
ພິທີມອບ-ຮັບໜ້າທີ່ລະຫວ່າງ ເຈົ້າແຂວງວຽງຈັນ ແລະ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ຈັດຂຶ້ນໃນວັນທີ 24 ທັນວາ 2025 ຢູ່ແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນ ກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີ ທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ມີຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບໍານານ ແລະ ພະແນກການກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາພັນ ສິດທິດໍາພາ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ຕະ ຫລອດໄລຍະຜ່ານມາ ທີ່ໄດ້ຖືກມອບໝາຍໜ້າທີ່ ເປັນເຈົ້າແຂວງວຽງຈັນ. ຈາກນັ້ນ, ທ່ານ ຕ໋ອງ ພູມມີພັນ ກໍາມະ ການພັກ, ຫົວໜ້າກົມກວດກາ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລັກທີ 33/ກມສພ, ລົງວັນທີ 10 ພະຈິກ 2025 ແລະ ດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 810/ນຍ, ລົງວັນທີ 9 ທັນວາ 2025 ວ່າດ້ວຍການອະນຸມັດໃຫ້ ທ່ານ ຄຳພັນ ສິດທິດຳພາ ອອກພັກການ-ຮັບ ອຸດໝູນບຳນານ ແລະ ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 806/ນຍ, ລົງວັນທີ 8 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ພູວົງ ບຸນຊູ ເປັນປະທານຄະນະກຳມະການປົກຄອງແຂວງວຽງຈັນ. ຈາກນັ້ນ, ກໍໄດ້ມີ ພິທີເຊັນມອບ-ຮັບໜ້າທີ່ ລະຫວ່າງເຈົ້າແຂວງວຽງຈັນ ແລະ ປະທານຄະນະກຳມະການປົກຄອງແຂວງວຽງຈັນ.
ໂອກາດນີ້, ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນງານ ທີ່ທົ່ວອົງຄະນະພັກແຂວງວຽງຈັນ ສາມາດປະຕິບັດໄດ້ໃນໄລຍະຜ່ານມາ, ພ້ອມທັງມີຄໍາເຫັນຊີ້ນຳໃຫ້ ຄະນະພັກ, ຄະນະນໍາຂອງແຂວງ ເປັນຕົ້ນ ໃຫ້ບັນດາສະຫາຍໃນຄະນະພັກ-ຄະນະນໍາແຕ່ລະຂັ້ນ ຈົ່ງເປັນເຈົ້າການນໍາພາ ເສີມ ຂະຫຍາຍມູນເຊື້ອອັນດີງາມຂອງແຂວງ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ໃຫ້ເປັນປຶກແຜ່ນ; ເອົາໃຈໃສ່ກໍາສະພາບແນວຄິດຂອງສະມາຊິກພັກ ທົ່ວອົງຄະນະພັກ ໃຫ້ແໜ້ນ ໄປຄຽງຄູ່ກັບການນໍາພາສຶກສາອົບ ຮົມການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເຊື່ອມຊຶມ, ກຳແໜ້ນແນວທາງ ກໍຄື ມະຕິ, ຄໍາສັ່ງຕ່າງໆຂອງສູນກາງພັກວາງອອກໃນແຕ່ລະໄລຍະ, ນໍາພາແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະ ກິດ-ຊີວິດການເປັນຢູ່ ຂອງປະຊາຊົນ ຕະຫລອດຮອດສະມາຊິກພັກ, ພະນັກງງານ-ລັດຖະກອນ ໃຫ້ດີຂຶ້ນເທື່ອລະ ກ້າວ ແລະ ມີຈິດໃຈຫ້າວຫັນ, ບຸກບືນ, ສູ້ຊົນຢ່າງສຸດຂີດ ໃນການປະຕິບັດວຽກງານຂົງເຂດຕົນຮັບຜິດຊອບ ໃຫ້ມີ ຜົນສໍາເລັດສູງຂຶ້ນກວ່າເກົ່າ; ເອົາໃຈໃສ່ໃນການນໍາພາຝຶກອົບຮົມວິຊາຊີບ ແລະ ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ນັບມື້ນັບຫລາຍຂຶ້ນ, ເປັນເຈົ້າການປົກປັກຮັກສາ ແລະ ພັດທະນາແຫລ່ງທ່ອງທ່ຽວ ຕິດພັນກັບການບໍລິການດ້ານ ຕ່າງໆ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນ; ເອົາໃຈໃສ່ໃນການນໍາພາ-ຊີ້ນໍາບັນ ດາໜ່ວຍພັກຮາກຖານຕາແສງ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງສອດ ຄ່ອງ ຕາມ 5 ຫລັກການ ແລະ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ, ຮັບປະກັນສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງແທ້ຈິງ; ຄຸ້ມຄອງ ແລະ ນໍາໃຊ້ເຕັກໂນໂລຊີ, ນະວັດຕະກຳທັນສະໄໝ ເປັນເຄື່ອງມື ຊ່ວຍໃນການເຄື່ອນໄຫວວຽກງານຢູ່ແຕ່ລະພະແນກການ ໃຫ້ຮັບປະກັນມີຂໍ້ມູນທີ່ຈະແຈ້ງ ຊັດເຈນ, ຮັບປະກັນມີ ປະສິດພາບ ແລະ ປະສິດທິຜົນສູງກວ່າເກົ່າ.