ບໍລິສັດ ພູເບ້ຍ ມາຍນິງ ຍ້ອງຍໍພະນັກງານທີ່ມີອາຍຸການເຮັດວຽກຍາວນານ ຈຳນວນ 308 ຄົນ ໃນຕົ້ນເດືອນນີ້, ເຊິ່ງເປັນອີກຫນຶ່ງຂີດໝາຍສໍາຄັນທີ່ສະທ້ອນໃຫ້ເຫັນເຖິງຄວາມມຸຸ້ງໝັ້ນ, ຄວາມຊື່ສັດ ແລະ ຈິດວິນຍານໃນການສືບຕໍ່ຂັບເຄື່ອນຄວາມສຳເລັດຂອງບໍລິສັດ ພູເບ້ຍ ມາຍນິງ. ພິທີສະເຫລີມສະຫລອງໄດ້ຖືກຈັດຂຶ້ນຢູ່ທີ່ໂຄງການ ພູຄຳ ໃນວັນທີ 02 ທັນວາ ແລະ ໂຄງການ ບ້ານຫ້ວຍຊາຍ ໃນວັນທີ 03 ທັນວາ ແລະ ຫ້ອງການວຽງຈັນ ວັນທີ 09 ທັນວາ. ໂດຍມີຜູ້ໄດ້ຮັບລາງວັນ 135 ຄົນ ແລະ 155 ຄົນ ໄດ້ຮັບລາງວັນພະນັກງານທີ່ມີອາຍຸການເຮັດວຽກຍາວນານ 10 ປີ ແລະ 15 ປີ ຕາມລຳດັບ. ບໍລິສັດ ມີຄວາມປິຕິຍິນດີເປັນພິເສດທີ່ໄດ້ມອບລາງວັນໃຫ້ແກ່ພະນັກງານ ຈຳນວນ 18 ຄົນ ທີ່ມີອາຍຸການເຮັດວຽກຍາວນານເຖິງ 20 ປີ ຕື່ມອີກ.
ປີນີ້ເປັນປີທີ 11 ຂອງການຈັດພິທີມອບ-ຮັບລາງວັນພະນັກງານທີ່ມີອາຍຸການເຮັດວຽກຍາວນານ. ແຜນງານດັ່ງກ່າວນີ້ຝັງເລິກຫລັກປັດຊະຍາ FAITH ຂອງກຸ່ມບໍລິສັດ ກວາງຕົງ ໄຣຊິ້ງ ໂຮນດິ້ງ ວ່າດ້ວຍການສຸມໃສ່, ການລົງມືປະຕິບັດ, ນະວັດຕະກຳ, ເຕັກໂນໂລຊີ ແລະ ເອົາຄົນເປັນທີ່ຕັ້ງ. ຫຼັກການເຫຼົ່ານີ້ເປັນແນວທາງໃນການເຕີບໂຕຂອງທຸລະກິດທີ່ມີຄວາມຫລາກຫລາຍທາງວັດທະນະທໍາ, ມີຄວາມຮັບຜິດຊອບ ຊຶ່ງໄດ້ໃຫ້ຄຸນຄ່າຢືນຍົງທົ່ວປະເທດລາວ ແລະ ໃນພາກພື້ນ.
ໃນຖານະທີ່ພວກເຮົາເປັນສ່ວນຫນຶ່ງຂອງບໍລິສັດ ແພນອອສ໌ ແລະ GDRH, ບໍລິສັດມີຄວາມເຊື່ອຫມັ້ນວ່າ ພະນັກງານແມ່ນກຳລັງສຳຄັນຂອງພວກເຮົາ. ຄວາມມຸ້ງຫມັ້ນ ແລະ ທັກສະຂອງພວກເຂົາແມ່ນເຮັດໃຫ້ບໍລິສັດສາມາດດໍາເນີນງານໄດ້ຢ່າງປອດໄພ ແລະ ມີປະສິດທິພາບ ແລະ ໄດ້ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນການພັດທະນາປະເທດຊາດ. ມາຮອດປັດຈຸບັນ, ບໍລິີສັດ ພູເບ້ຍ ມາຍນິງ ກໍ່ໄດ້ລົງທຶນຫຼາຍກວ່າ 1.1 ຕື້ໂດລາສະຫະລັດ ໃນທຶນກໍ່ສ້າງພື້ນຖານຢູ່ລາວ ແລະ ລາງວັນດັ່ງກ່າວນີ້ສະແດງໃຫ້ເຫັນເຖິງທັດສະນະຄະຕິທີ່ດີຂອງແຮງງານທີ່ຮັບຮູ້ການລົງທຶນເຂົ້າໃນການຝຶກອົບຮົມ, ອຸປະກອນ ແລະ ພື້ນຖານໂຄງລ່າງ ເຊັ່ນດຽວກັບການປະຕິບັດຕາມມາດຕະຖານດ້ານຄວາມປອດໄພລະດັບສາກົນ ເພື່ອສືບຕໍ່ເຮັດໃຫ້ບໍລິສັດ ພູເບ້ຍ ມາຍນິງ ‘ເປັນຜູ້ຈ້າງງານທີ່ເປັນທາງເລືອກ’ ຢູ່ລາວ.
ເນື່ອງຈາກບໍລິສັດ ພູເບ້ຍ ມາຍນິງ ມີພະນັກງານຫຼາຍກວ່າ 3,500 ຄົນ ໂດຍ 93 ສ່ວນຮ້ອຍແມ່ນຄົນລາວ, ແລະ ຍັງມີພະນັກງານຜູ້ຮັບເໝົາຫຼາຍກວ່າ 1,000 ຄົນ. ນອກເໜືອຈາກການຂຸດຄົ້ນແຮ່, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນທາງກົງຫຼາຍກວ່າ 1.18 ຕື້ໂດລາສະຫະລັດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະຍັງສ້າງຜົນປະໂຫຍດດ້ານເສດຖະກິດທາງອ້ອມເພີ່ມຕື່ມອີກ 3.5 ຕື້ໂດລາສະຫະລັດ ຜ່ານຜູ້ສະໜອງທ້ອງຖິ່ນ, ຜູ້ຮັບເໝົາ, ທຶນພັດທະນາຊຸມຊົນ, ການບໍາລຸງຮັກສາເສັ້ນທາງຫຼວງ ແລະ ໂຄງການອື່ນໆ. ການປະກອບສ່ວນເຫຼົ່ານີ້ ເປັນການເນັ້ນຢ້ຳເຖິງຄວາມມຸ້ງມັ້ນອັນຍາວນານຂອງບໍລິສັດ ໃນການສະໜັບສະໜຸນການເຕີບໂຕທາງເສດຖະກິດ ແລະ ການສ້າງໂອກາດທີ່ຍືນຍົງ ບໍ່ແມ່ນພຽງແຕ່ຢູ່ໃກ້ເຂດດໍາເນີນງານຂອງພວກເຮົາເທົ່ານັ້ນ ແຕ່ຍັງກວມເອົາໄປທົ່ວປະເທດລາວ. ບໍລິສັດ ພູເບ້ຍ ມາຍນິງ ຍັງຄົງມຸ້ງໝັ້ນໃນການສ້າງສະຖານທີ່ເຮັດວຽກທີ່ໃຫ້ກໍາລັງໃຈ, ເປີດໂອກາດ ແລະ ເປັນມືອາຊີບສູງ ເພື່ອໃຫ້ທຸກຄົນສາມາດສ້າງອາຊີບທີ່ຍາວນານ ແລະ ມີຄຸ້ມຄ່າໄດ້.
ທ່ານ ເດວິດ ຣີດ (David Reid), ຜູ້ອໍານວຍການບໍລິສັດ ພູເບ້ຍ ມາຍນິງ, ຊຶ່ງກໍ່ເປັນຜູ້ທີ່ໄດ້ຮັບລາງວັນພະນັກງານທີ່ມີອາຍຸການເຮັດວຽກເຖິງ 20 ປີ ໃນປີນີ້ເຊັ່ນດຽວກັນ, ໄດ້ກ່າວວ່າ ການສະເລີມສະຫຼອງຄັ້ງນີ້ແມ່ນເຫດການທີ່ເຕັມໄປດ້ວຍຄວາມພາກພູມໃຈສໍາລັບບໍລິສັດ. “ການບັນລຸຂີດໝາຍສໍາຄັນເຫຼົ່ານີ້ແມ່ນຄວາມສໍາເລັດທີ່ໂດດເດັ່ນ. ມັນສະທ້ອນໃຫ້ເຫັນບໍ່ພຽງແຕ່ຄວາມມຸ້ງໝັ້ນສ່ວນບຸກຄົນ ແຕ່ຍັງລວມເຖິງວັດທະນະທໍາອັນເຂັ້ມແຂງທີ່ພວກເຮົາຮ່ວມກັນສ້າງຂຶ້ນມາ. ຂ້ອຍຮູ້ສຶກເປັນກຽດທີ່ໄດ້ຢືນຄຽງຂ້າງເພື່ອນຮ່ວມງານຈໍານວນຫຼາຍ ເຊິ່ງເປັນຜູ້ທີ່ໄດ້ອຸທິດສ່ວນໜຶ່ງອັນສໍາຄັນຂອງອາຊີບຂອງພວກເຂົາໃຫ້ແກ່ບໍລິສັດ ພູເບ້ຍ ມາຍນິງ. ອາຍຸການເຮັດວຽກຂອງພວກເຂົາເຮັດໃຫ້ທຸລະກິດຂອງພວກເຮົາເຂັ້ມແຂງຂຶ້ນ ແລະ ສ້າງແບບຢ່າງອໃຫ້ແກ່ພະນັກງານລຸ້ນຕໍ່ໄປ.”
ບໍລິສັດ ພູເບ້ຍ ມາຍນິງ ຂໍສະແດງຄວາມຍິນດີ ແລະ ຂອບໃຈ ກັບຜູ້ທີ່ໄດ້ຮັບລາງວັນພະນັກງານທີ່ມີອາຍຸການເຮັດວຽກຍາວນານທຸກທ່ານ! ພວກເຮົາຫວັງເປັນຢ່າງຍິ່ງວ່າຈະໄດ້ສະເຫລີມສະຫລອງການບັນລຸຂີດໝາຍສໍາຄັນໃນອີກ 10, 15 ແລະ 20 ປີ ໃນປີ 2026 ແລະ ປີຕໍ່ໆໄປ.