ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້; ທີ່ພັດຕາຄານເຊັນພິລາ, ນະຄອນ ຫຼວງວຽງຈັນ ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະ ບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ຫົວໜ້າຄະ ນະປະຕິຮູບ; ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ; ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ); ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ; ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍ ການ ທພບ ໄດ້ລາຍງານວ່າ: ທພບ ແມ່ນການຫັນປ່ຽນຈາກທະນາ ຄານນະ ໂຍບາຍ (ທນບ) ຊຶ່ງໄດ້ເປີດເປັນທາງການໃນປີ 2007, ມີພາລະບົດບາດໜ້າທີ່ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ແຜນການ ຂອງລັດຖະບານ ໃນການແກ້ໄຂຄວາມທຸກ ຍາກ ໃຫ້ແກ່ປະຊາຊົນບັນດາເຜົ່າ ດ້ວຍການສະໜອງສິນເຊື່ອ ໃຫ້ປະຊາຊົນຜູ້ທຸກຍາກ ໃນຕະຫຼອດ 18 ປີຜ່ານມາ ໄດ້ປະກອບສ່ວນແຫຼ່ງທຶນຊຸກຍູ້ການຜະ ລິດສິນຄ້າ ໃນເມືອງທຸກ ຍາກ, ຈຸດສຸມ ຂອງລັດ ຖະບານ - ທ້ອງຖິ່ນ ແລະ ບ້ານ 3 ສ້າງ ນໍາໃຊ້ເຂົ້າໃນເປົ້າໝາຍຕ່າງໆ ເປັນຕົ້ນປູກຝັງ - ລ້ຽງ ສັດ, ຫັດຖະກຳ, ອຸດສາ ຫະກຳປຸງແຕ່ງ, ອຸປະ ກອນ - ພາຫະນະການຜະລິດ, ເກັບຊື້ຜົນຜະ ລິດກະສິກໍາ ແລະ ບໍລິ ການ ສາມາດພັດທະນາຄອບຄົວ ໃຫ້ມີວຽກເຮັດງານທໍາ, ມີລາຍໄດ້ຍົກລະດັບຊີວິດການເປັນຢູ່ດີຂຶ້ນ ແລະ ຫຼຸດພົ້ນຈາກຄວາມທຸກ ຍາກເທື່ອລະກ້າວ.

ທ່ານ ຜູ້ອຳນວຍການ ຍັງຊີ້ໃຫ້ເຫັນການຫັນເປັນ ທພບ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ປະ ກອບສ່ວນນໍາເອົາປະ ເທດຊາດ ຫຼຸດພົ້ນອອກຈາກດ້ອຍພັດທະນາໃນປີ 2026; ການ​ຫັນ​ເປັນ ທພບ ແມ່ນຫັນປ່ຽນ ຈາກທະນາຄານສະ ເພາະກິດ ໄປເປັນທະນາ ຄານທຸລະກິດສະເພາະ ເພື່ອເປັນການ​ຮັກ​ສາ ທະ​ນາ​ຄານ ເຊີ່ງເປັນ​ສະ​ຖາ​ບັນ​ການ​ເງິນຂອງລັດ ທີ່​ມີ​ບົດ​ບາດ​ປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາ​ຍ​ ຂອງ​ ພັກ - ລັດໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແກ້​ໄຂ​ຄວາມ​ທຸກ​ຍາກຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ຍືນ​ຍົງ ຕາມກົນໄກໄລ່ລຽງເສດຖະກິດ ໂດຍມີ ການ​ປັບ​ປຸງປ່ຽນ​ຊື່​ທະ​ນາ​ຄານ, ​ທີ່ຕັ້ງ​ ແລະ ບົດ​ບາດ, ບັນ​ດາ​ລະ​ບຽບການ, ນິ​ຕິ​ກຳ​ຄຸ້ມ​ຄອງ, ​ກົງ​ຈັກ​ການ​ຈັດ​ຕັ້ງ​-ບຸກ​ຄະ​ລາ​ກອນ, ​ປັບ​ປຸງ​ຖາ​ນະ​ການ​ເງິນ, ກົນໄກ ແລະ ຮູບແບບການເຄື່ອນໄຫວທຸລະ ກິດ ໃຫ້ມີຄວາມຫຼາກຫຼາຍ, ມີຄວາມຄ່ອງຕົວ ແລະ ສາມາດກຸ້ມຕົນ ເອງ ໂດຍຕັ້ງເປົ້າໝາຍ ທພບ ຄື:

ດ້ານວິໄສທັດ: (Vision) ສ້າງ ທພບ ໃຫ້ເປັນທະນາຄານແຖວໜ້າ ທີ່ໃຫ້ການບໍລິການທາງການເງິນ; ສະໜັບສະໜູນການພັດທະນາຊົນນະບົດ ແບບທົ່ວເຖິງ ເຊີ່ງເປັນຮາກຖານໃນລະບົບເສດຖະກິດ ຂອງປະ ເທດໃຫ້ມີຄວາມຍືນຍົງ.

ດ້ານພາລະກິດ: (Mission) ແມ່ນພັດ ທະນາຜະລິດຕະພັນ ແລະ ການບໍລິການການເງິນຄົບວົງຈອນ ແລະ ທັນສະໄໝ ເພື່ອໃຫ້ສາມາດແຂ່ງຂັນ ແລະ ເຕີບໂຕຢ່າງຍືນຍົງ; ພັດ ທະນາຄວາມສາມາດຂອງອົງກອນ ແລະ ບຸກຄະລາກອນ ໃຫ້ມີປະ ສິດທິພາບ; ການດໍາເນີນງານ ດ້ວຍລະບົບເຕັກໂນໂລຊີທີ່ທັນສະ ໄໝແລະພັດທະນາໂຄງສ້າງພື້ນຖານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ(MIS), ຖານຂໍ້ມູນ ແລະ ນະວັດຕະກໍາຕ່າງໆ ເພື່ອພັດທະ ນາຜະລິດຕະພັນທາງ ການເງິນທາງເອເລັກໂຕຣນິກອອກສູ່ສັງຄົມ; ປັບປ່ຽນວັດທະນະທໍາ ຂອງ ທພບ, ສ້າງຮູບແບບການດໍາເນີນວຽກ ງານ ຢ່າງປະດິດສ້າງ, ມີໂຄງສ້າງເປົ້າໝາຍຕົວຊີ້ວັດຂອງອົງກອນ ແລະ ບຸກຄົນ (OKRs & KPI); ປັບປຸງ ແລະ ເພີ່ມຜົນຕອບແທນໃຫ້ແກ່ພະນັກງານ ໃນທົ່ວລະບົບເປັນແຕ່ລະປີ ໂດຍຖືເອົ​າຜົນຂອງການດໍາເນີນທຸລະກິດແຕ່ລະປີ ເປັນຕົວຊີ້ວັດ; ສ້າງ ແລະ ພັດທະນາລະບົບການບໍລິຫານແຫຼ່ງທຶນໃຫ້ພຽງພໍ, ສາມາດລະດົມທຶນ ດ້ວຍການຮັບຝາກເງິນ ຈາກສັງ ຄົມ ແລະ ລະດົມຈາກແຫຼ່ງທຶນອື່ນ ໄດ້ດ້ວຍຕົ້ນທຶນທີ່ຕໍ່າ; ສ້າງຫຼັກ ການ ໃນການຄຸ້ມຄອງບໍລິຫານທຸລະກິດ ທີ່ດີ, ມີຄວາມຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດ ລ້ອມ ເພື່ອຄວາມໝັ້ນຄົງ ແລະ ຍືນຍົງ.

ປ່ອຍ​ສິນ​ເຊື່ອດອກ​ເບ້ຍ​ສົ່ງ​ເສີມ​ການ​ຜະ​ລິດ, ການ​ຄ້າ ແລະ ການ​ບໍ​ລິ​ການ ເພື່ອ​ພັດ​ທະ​ນາ​ຊົນ​ນະ​ບົດ ແກ້​ໄຂ​ຄວາມ​ທຸກ​ຍາກ ເປັນ​ຕົ້ນ​ຕໍ; ເຄື່ອນ​ໄຫວ​ທຸ​ລະ​ກຳ ຊື້​ເງິນ​ຕາ​ຕ່າງ​ປະ​ເທດ​ ໃນ​ຂອບ​ເຂດ​ທີ່ ທ​ຫລ ​ອະ​ນຸ​ຍາດ ແລະ ກຳ​ນົດ​ໃຫ້; ສ້າງເງື່ອນ ໄຂສະດວກ ກະທັດຮັດ, ມີມາດຕະຖານ ແລະ ຂັ້ນຕອນແບບມືອາຊີບ; ສ້າງຜະລິດຕະ ພັນ ແລະ ການບໍລິການຫຼາກຫຼາຍ; ຫັນເປັນທັນ ສະໄໝ ທາງດ້ານການດຳເນີນງານ, ເຊື່ອມໂຍງລະບົບເຂົ້າກັບລະບົບທະນາຄານພາກພື້ນ ແລະ ສາກົນ.

ໃນໂອກາດນີ້; ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະ ຊວງການເງິນ, ປະທານສະພາບໍລິຫານ ທພບ
ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທຫລ, ຮອງປະທານສະພາບໍລິຫານ ທພບ ຕ່າງກໍ່ພັດປ່ຽນກັນ ມີຄໍາເຫັນ ໂດຍລວມ ໄດ້ຕີລາຄາສູງຕໍ່ການເຄື່ອນ ໄຫວຂອງ ທນບ; ສໍາລັບການຫັນເປັນ ທພບ, ເປັນທະນາຄານທຸລະ ກິດສະເພາະ ທີ່ໃຫ້ບໍລິ ການສະໜອງສິນເຊື່ອ, ບໍລິການຮັບຝາກເງິນ ແລະ ຜະລິດຕະພັນທະນາຄານອື່ນໆໃຫ້ແກ່ການພັດທະນາ ແລະ ຊຸກຍູ້ການຜະລິດສິນຄ້າໃນຊົນນະບົດ ຕ້ອງເອົາ ໃຈໃສ່ສົ່ງເສີມການພັດ ທະນາເສດຖະກິດ ໃນຊົນນະບົດ ໃຫ້ເຕີບໂຕຢ່າງມີຄຸນນະພາບ; ໃຫ້ບໍລິການທາງດ້ານການເງິນ ແລະ ສະໜອງແຫຼ່ງທຶນໃຫ້ແກ່ການຜະລິດ ແລະ ການຄ້າ ຂອງປະຊາຊົນ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ; ຊ່ວຍຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ຝຶກອົບຮົມໃຫ້ຄວາມຮູ້ ໃນການນໍາໃຊ້ເງິນກູ້, ເຕັກນິກການປູກ - ການລ້ຽງໃຫ້ໄປຕາມຄວາມຕ້ອງການ ແລະ ເງື່ອນໄຂ ຂອງຕະຫຼາດ ພ້ອມທັງສ້າງໃຫ້ ເປັນຕ່ອງໂສ້ການຜະລິດ, ການຈຳໜ່າຍຈໍ ລະຈອນແລກປ່ຽນສິນ ຄ້າ ໃຫ້ກົມກຽວ ແລະ ເພື່ອຮັບປະກັນຄວາມຍືນຍົງ;

ພ້ອມນັ້ນ; ຕ້ອງຮັກສາຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເຄື່ອນໄຫວວຽກງານຂອງຕົນ ຕາມລະບຽບການພາຍໃນ ທີ່ສະພາບໍລິຫານຮັບຮອງໃນແຕ່ ລະໄລຍະ; ມີຈັນຍາບັນ ແລະ ໂປ່ງໃສ ໃນການເຄື່ອນໄຫວ ຕາມທີ່ຕັ້ງ ແລະ ພາລະບົດບາດ ຂອງຕົນ ແລະ ຕ້ອງຮັບປະກັນການບໍລິ ຫານແຫຼ່ງທຶນ ແລະ ຊັບ ສິນ ທີ່ລັດຖະບານ, ອົງ ການຈັດຕັ້ງຕ່າງໆ, ບຸກ ຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະ ເທດປະກອບໃຫ້ ຫຼື ໃຫ້ການສະໜັບສະໜູນ ລວມທັງແຫຼ່ງທຶນເງິນຝາກ ທີ່ລະດົມມາຈາກສັງຄົມ ໃຫ້ຖືກເປົ້າ ໝາຍ, ມີປະສິດທິຜົນບັນລຸ ຕາມລະດັບຄາດ ໝາຍ ແລະ ຍືນຍົງ.

ຈາກນັ້ນ; ທ່ານຮອງນາຍົກລັດຖະມົນຕີ; ທ່ານລັດຖະມົນຕີກະ ຊວງການເງິນ, ທ່ານຜູ້ວ່າການ ທຫລ, ທ່ານຜູ້ອຳນວຍການ ທພບ ແລະ ແຂກຜູ້ມີກຽດທັງຫຼາຍ ກໍ່ໄດ້ພ້ອມກັນຕັດແຖບຜ້າ ເພື່ອເປັນສິຣິມຸງຄຸນ ແລະ ເປັນສັກຂີພະຍານ ໃນພິທີປະກາດການສ້າງຕັ້ງ ທພບ.
# ຂ່າວ: ຣັດສະໝີ ດວງສັດຈະ.