
ໃນວັນທີ 12 ພະຈິກ 2025, ກົມໃຫຍ່ການເມືອງກະຊວງ ປກສ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼືນະຄອນຫຼວງວຽງຈັນ ເກມ,ທີ່ຈະໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 15- 25 ພະຈິກ 2025, ໂດຍການເປັນປະທານ ຂອງ ພົຈວ ຊາຍຄອງ ເພັດຊະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຫົວໜ້າຄະນະຮັບຜິດຊອບວຽກງານປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຂອງກົມໃຫຍ່ການເມືອງ ປກສ,ມີຄະນະຮັບຜິດຊອບວຽກງານປ້ອງກັນງານມະຫາກຳກິລາແຫ່ງຊາດ ທີ່ຂຶ້ນກັບກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.
ໃນພິທີ, ພັອ ນີວອນ ບຸນວັນມາ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ ຄະນະຮັບຜິດຊອບວຽກງານປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຂອງກົມໃຫຍ່ການເມືອງ ປກສ ໄດ້ຜ່ານແຜນປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ເຊິ່ງທ່ານໄດ້ກ່າວ ວ່າ: ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແມ່ນຂະບວນການໜຶ່ງທີ່ມີຄວາມໝາຍ, ຄວາມສໍາຄັນຂອງຊາດ ລາວເຮົາ ແນໃສ່ເຕົ້າ ໂຮມຄວາມສາມັກຄີລວມທົ່ວປວງຊົນລາວບັນດາເຜົ່າໃຫ້ແໜ້ນແຟ້ນ; ເພື່ອປະຕິບັດຕາມແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ປະກົດຜົນເປັນຈິງ, ສຸມໃສ່ປຸກລະດົມຂົນຂວາຍທຸກພາກສ່ວນໃນສັງຄົມເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຄັ້ງນີ້ໃຫ້ເປັນຂະບວນກວ້າງຂວາງ,ທັງເປັນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເພື່ອຮັບປະກັນໃຫ້ງານກິ ລາແຫ່ງຊາດຄັ້ງນີ້ ມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນນີ້ ຖືສໍາຄັນເປັນບັ້ນຮົບໜຶ່ງ ໂດຍນໍາເອົາຜົນສໍາເລັດ, ຈຸດດີ-ຈຸດຄົງຄ້າງໃນທຸກໆບັ້ນປ້ອງກັນມາເປັນບົດຮຽນ ໃນການຍົກລະດັບການເມືອງນໍາພາແນວຄິດ, ການຈັດຕັ້ງນໍາພາ-ບັນຊາ ແລະ ວິຊາສະເພາະປ້ອງກັນຄວາມສະຫງົບ ໃຫ້ສູງຂຶ້ນຕື່ມອີກບາດກ້າວໜຶ່ງ, ຮັບປະ ກັນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ທຸກພາກສ່ວນ, ທຸກຊັ້ນຄົນ, ມະຫາຊົນ ຕ້ອງໄດ້ເຂົ້າຮ່ວມຢ່າງກວ້າງຂວາງ; ທຸກພາກ ສ່ວນໄດ້ມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນ, ຮັກສາໄດ້ຄວາມສາມັກຄີ ແລະ ສ້າງບັນຍາກາດອັນດີ ໃນໄລຍະການກະກຽມ ແລະ ດໍາເນີນການປ້ອງກັນງານມະຫາກຳກິລາແຫ່ງຊາດຄັ້ງນີ້.
ໃນໂອກາດນີ້, ພົຈວ ຊາຍຄອງ ເພັດຊະວົງ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຍົກສູງຄວາມຮັບຜິດຊອບ ແລະເປັນເຈົ້າການໃນການປະຕິບັດໜ້າທີ່ໆໄດ້ຮັບມອບໝາຍ ໂດຍສະເພາະສຸມໃສ່ປ້ອງກັນເວນຍາມສຳນັກງານອົງການ,ປະຈຳການຄອຍເຫດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອງໃຫ້ມີຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້, ຮັບປະກັນຄວາມສະຫງົບ-ປອດໄພ 100%.