ເຊກອງ ປະເມີນການເຮັດທົດລອງ ມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະກວດກາໄລ່ລຽງອາກອນ

ໃນວັນທີ 13 ພະຈິກ 2025 ນີ້ ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ໄດ້ຈັດກອງປະຊຸມປະເມີນການເຮັດທົດລອງ ມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.

ທ່ານ ສຸກັນ ວໍລະປັນໄຊ ຮອງຫົວໜ້າພະແນກການເງິນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດຈັດເກັບລາຍຮັບງົບປະມານແຫ່ງລັດ ໄລຍະ 10 ເດືອນ ຕົ້ນປີ ແລະ ຄາດຄະເນ 2 ເດືອນທ້າຍປີ 2025 ຊຶ່ງຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 378,73 ຕື້ກີບ, ເທົ່າກັບ 61,38% ຂອງແຜນການປີ ໃນນັ້ນ ມີລາຍຮັບພູດສູນກາງ ມາປະຕິບັດຢູ່ທ້ອງຖິ່ນ 102,72 ຕື້ກີບ ເທົ່າກັບ 107,79%, ລາຍຮັບພູດຂອງແຂວງ 276,01 ຕື້ກີບ ເທົ່າກັບ 52,91%, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 148,29 ຕື້ກີບ ເທົ່າກັບ 33,03% ແລະລາຍຮັບຄຸ້ມຄອງຊັບສິນແຫ່ງລັດ ປະຕິບັດໄດ້ 127,72 ຕື້ກີບ ເທົ່າກັບ 175,66%; ສ່ວນການອະນຸມັດລາຍຈ່າຍງົບປະມານຂອງລັດ ໄດ້ທັງໝົດ 544,86 ຕື້ກີບ ເທົ່າກັບ 82,97%; ຄຽງຄູ່ກັນນີ້ ກໍມີລາຍຮັບຈາກຫົວໜ່ວຍວິສະຫາກິດສູນກາງ ມອບໃຫ້ແຂວງຄຸ້ມຄອງ ແຕ່ປີ 2023-2025 ໂດຍແຂວງເຊກອງ ໄດ້ຮັບແຜນຈັດເກັບລາຍຮັບ ຈຳນວນ 709,61 ຕື້ກີບ ໂດຍປີ 2023 ເກັບໄດ້ຈຳນວນ 121,06 ຕື້ກີບ ເຊິ່ງໄດ້ຈາກອາກອນ 58,71 ຕື້ກີບ, ຈາກ ຊັບສິນ 62,35 ຕື້ກີບ, ໃນປີ 2024 ເກັບໄດ້ຈຳນວນ 170,46 ຕື້ກີບ ເຊິ່ງໄດ້ຈາກອາກອນ 101,19 ຕື້ກີບ, ຈາກຊັບສິນ 69,27 ຕື້ກີບ ແລະ ປີ 2025 ພຽງ 10 ເດືອນ ຈັດເກັບໄດ້ຈຳນວນ 418,09 ຕື້ກີບ, ໄດ້ຈາກອາກອນ 345,38 ຕື້ກີບ, ໄດ້ຈາກຊັບສິນ 72,71 ຕື້ກີບ, ຈາກນັ້ນ, ຄະນະກຳມະການປະເມີນ ໄດ້ພ້ອມກັນມີຄຳເຫັນຕໍ່ການຄຸ້ມຄອງ ແລະການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອໃຫ້ໄດ້ດີຂຶ້ນກວ່າເກົ່າ.

ໂອກາດນີ້, ທ່ານ ຄຳຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ມີຄຳເຫັນຮຽກຮ້ອງໃຫ້ຄະນະກຳມະການຮັບຜິດຊອບການປະເມີນ ແລະຂະແໜງກ່ຽວຂ້ອງ ຈົ່ງພ້ອມກັນຕິດຕາມຊຸກຍູ້, ເກັບກຳຂໍ້ມູນຢ່າງລະອຽດບັນດາຫົວໜ່ວຍວິສະຫາກິດພາຍໃນແຂວງ ເພື່ອເຮັດໃຫ້ການຄຸ້ມຄອງ ເຂົ້າສູ່ລະບົບ ສອດຄ່ອງຕາມລະບຽບການ ແລະການເກັບລາຍຮັບບັນລຸໄດ້ຕາມແຜນ.
.....
ຂ່າວ: ອັດສະວິນ