
ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕາງຫນ້າລັດຖະບານ ຊີ້ແຈງຄໍາຊັກຖາມຂອງສະພາແຫ່ງຊາດ ຕໍ່ວຽກງານຄຸ້ມຄອງທີ່ດິນ ແລະ ວຽກງານການຂຶ້ນທະບຽນອອກໃບຕາດິນ ຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ 2025 ໃຫ້ຮູ້ວ່າ: ໃນທົ່ວປະເທດ ມີສໍາມະໂນຕອນດິນທັງໝົດ 3,000,632 ຕອນ, ມາຮອດປັດຈຸບັນ ສາມາດອອກໃບຕາດິນ ໄດ້ທັງໝົດ 2,266,414 ຕອນ ເທົ່າກັບ 75.5% ຂອງສໍາມະໂນຕອນດິນທັງໝົດ. ໃນນັ້ນ, ມີຂໍ້ມູນຕອນດິນດີຈີຕອນ ທີ່ຢູ່ໃນຖານຂໍ້ມູນ ລາວ ແລນ ເລັກ (Lao Land Reg) ຈໍານວນ 1,516,921 ຕອນ.
ສໍາລັບແຜນການ 5 ປີ (2021-2025) ໃນການຂຶ້ນໃບທະບຽນ ອອກໃບຕາດິນ ໃຫ້ສໍາເລັດ 1.6 ລ້ານຕອນ. ໃນນັ້ນ, ປະຕິບັດໄດ້ແລ້ວ 770,000 ຕອນ ເທົ່າກັບ 48% ຂອງແຜນການ. ພາຍຫຼັງທີ່ໂຮມ ເປັນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເພື່ອເຮັດໃຫ້ວຽກງານອອກໃບຕາດິນໄດ້ສືບຕໍ່ດໍາເນີນໄປຢ່າງຕໍ່ເນື່ອງ; ໄດ້ອອກແຈ້ງການ ໃຫ້ແຂວງ ແລະ ເມືອງ ເພື່ອໃຫ້ສືບຕໍ່ນໍາໃຊ້ ແບບພິມໃບທະບຽນ ແລະ ໃບຕາດິນ ແລະ ຕາປະທັບ ທີ່ຍັງເປັນຮູບແບບເດີມ ຂອງ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມກັນນີ້ ກໍຍັງໄດ້ສ້າງຕັ້ງໜ່ວຍງານຂຶ້ນທະບຽນອອກໃບຕາດິນ ຢູ່ 32 ເມືອງ ແລະ ສ້າງໃໝ່ເພີ່ມຕື່ມອີກ 18 ເມືອງ.
ທ່ານ ປອ. ລິນຄໍາ ດວງສະຫວັນໃຫ້ຮູ້ຕື່ມວ່າ: ສະເພາະໃນປີ 2025, 10 ເດືອນ ຜ່ານມາ ອອກໃບຕາດິນໄດ້ 136,456 ຕອນ ເທົ່າ 45.5% ແລະ ຄາດຄະເນໝົດປີ ຈະໄດ້ປະມານ 219,906 ຕອນ ເທົ່າກັບ 73.3% ຂອງແຜນການທີ່ສະພາແຫ່ງຊາດ ຮັບຮອງ (300,000 ຕອນ). ນອກນີ້, ສໍາເລັດການຂຶ້ນບັນຊີດິນລັດ ທັງໝົດ ຂອງ 11 ກະຊວງ (ຂັ້ນກະຊວງ) ມີຈໍານວນ 166 ຕອນ ເນື້ອທີ່ 999.3 ເຮັກຕາ ແລະ ຈະສືບຕໍ່ຂຶ້ນທະບຽນອອກໃບຕາດິນລັດ ໃຫ້ກັບຂະແໜງການທີ່ໄດ້ນໍາໃຊ້ທີ່ດິນຂອງລັດ ທີ່ບໍ່ທັນໄດ້ ມີໃບຕາດິນລັດ ໃຫ້ສໍາເລັດ (ຂັ້ນແຂວງ, ເມືອງ ແລະ ບ້ານ) ໃນຂອບເຂດທົ່ວປະເທດ.
ໂດຍ: ສາວລາວໃຕ້