ຮ້ອຍລ້ານບຸບເຟ້ທະເລສົດ ເນັ້ນອາຫານທີ່ສົດບໍລິການລູກຄ້າ

   ຮ້ານ 100 ລ້ານບຸບເຟ້ທະເລສົດບໍລິການອາຫານບຸບເຟ້ທີ່ເຕັມໄປດ້ວຍອາຫານທຸກຮູບແບບລວມທັງປະເພດປີ້ງ, ອາຫານ ຫວານ, ຊີ້ນດາດ, ປູກ້າມໃຫຍ່, ປາມຶກ ແລະອາຫານທະເລມີທຸກຮູບແບບແມ່ນເຮັດຈາກວັດຖຸດິບທີ່ມີຄຸນນະພາບປອດສານພິດແລະຖືກຫຼັກອະນາໄມເມນູອາຫານດັ່ງກ່າວ

ແມ່ນນຳເອົາຍີ່ຫໍ້ຈາກຮ້ານຈັດໜັກບຸບເຟ້ທະເລສົດທີ່ເປັນຮ້ານທີ່ລູກຄ້ານິຍົມມັກເຂົ້າໃຊ້ບໍລິການໜາແໜ້ນທຸກມື້.

   ທ່ານນາງເມກຂະຫຼາພອນສະຫວັນເຈົ້າຂອງຮ້ານ 100 ລ້ານບຸບເຟ້ທະເລສົດໃຫ້ສຳພາດວ່າ: ກ່ອນຈະໄດ້ເປີດຮ້ານອາຫານບຸບເຟ້ 100 ລ້ານແມ່ນໄດ້ແຮງບັນດານໃຈຈາກຮ້ານຈັດໜັກບຸບເຟ້ທະເລສົດຊຶ່ງເປັນຮ້ານສາຂາທຳອິດທີ່ໄດ້ເປີດທຸລະກິດກ່ຽວກັບຮ້ານອາຫານອີກ

ຢ່າງຈັດໜັກບຸບເຟ້ທະເລສົດເປັນຮ້ານທີ່ມີລູກຄ້າໃຫ້ຄວາມສົນໃຈຫຼາຍມີແຂກເຂົ້າໃຊ້ບໍລິການໜາແໜ້ນທຸກມື້ເລີຍໄດ້ເປີດສາຂາທີສອງ

ເພື່ອໃຫ້ຄວາມສະດວກສະບາຍ ແລະຮອງຮັບໃຫ້ແກ່ລູກຄ້າຈຸດເດັ່ນຂອງຮ້ານເຮົາແມ່ນໄດ້ເນັ້ນວັດຖຸດິບທີ່ມີຄຸນນະພາບຄື: ກະປູກ້າມໃຫຍ່, ຊີ້ນ, ສະເຕັກ, ປາແຊວມອນ, ຫອຍ, ກຸ້ງທະເລທີ່ຍັງສົດໂຕເປັນໆທີ່ຖືກຫຼັກອະນາໄມເຂົ້າໃນການປຸງແຕ່ອາຫານ.

   ນອກນັ້ນ ຍັງມີແຈ່ວຊີຟູດທີ່ໄດ້ປຸງແຕ່ງຈາກສູດຮ້ານຈັດໜັກບຸບເຟ້ທະເລສົດແລະມີອາຫານຕາມສັ່ງບໍ່ວ່າຈະເປັນອາຫານຫວານ, ສະເຕັກແຊວມອນ, ສະເຕັກສັນຄໍ ແລະອາຫານຜັດສົດໝາກໄມ້ຂອງຫວານອື່ນໆພ້ອມນັ້ນຍັງມີຫ້ອງໄວ້ໃຫ້ລູກໆຫຼານໆລູກຄ້າແລ່ນຫຼິ້ນໄດ້ແບບສະດວກສະບາຍໃຈເວລາຮັບ

ປະທານອາຫານໂດຍຈະໃຫ້ບໍລິການທີ່ມາພ້ອມແບບຈັກໜັກຈັດເຕັມບໍ່ອີ່ມຫ້າມກັບບ້ານຖ້າຫາກລູກຄ້າທ່ານໃດໄດ້ເຂົ້າຊີມສຳພັດຄວາມ

ແຊບແລ້ວຮັບຮອງວ່າຈະປະທັບໃຈຢ່າງແນ່ນອນຊຶ່ງທັງໝົດນີ້ແມ່ນມີລາຄາ 99 ພັນກີບຕໍ່ຄົນສຳລັບເດັກນ້ອຍມີລວງສູງ 120-130 ຊັງຕີແມັດແມ່ນລາຄາ 59 ພັນກີບ, ເດັກນ້ອຍ 100-120 ຊັງຕີແມັດ 39 ພັນກີບແລະເດັກຕໍ່າກວ່າ 1 ແມັດແມ່ນບໍ່ໄດ້ເສຍຄ່າ.

   ທັງໝົດນີ້ແມ່ນໄດ້ມາຈາກຮ້ານຈັດໜັກບຸບເຟ້ທະເລສົດຊຶ່ງສາຂາເປັນທີ່ໜຶ່ງເປັນທຸລະກິດຈຸດເລີ່ມຕົ້ນໂດຍເອົາໃຈໃສ່ບໍລິການລູກ

ຄ້າດ້ວຍໃຈຈົນເຮັດໃຫ້ສັງຄົມໄດ້ ເຂົ້າມາໃຊ້ບໍລິການເພີ່ມຂຶ້ນເກີນຄາດໝາຍແລະໄດ້ຂະຫຍາຍມາເປີດສາຂາທີສອງເປັນຮ້ານ 100 ລ້ານບຸບເຟ້ທະເລສົດເພື່ອຮອງຮັບຖານລູກຄ້າສຳລັບສາຂາທີສອງນີ້ ຊຶ່ງຈະເນັ້ນປະເພດປາແຊວມອນ, ກຸ້ງ, ປູທະເລ, ອາຫານຄົວຮ້ອນພ້ອມໃຫ້ບໍລິການເສີບສະຖານທີ່ຈອດລົດຕະຫຼອດການຮັບປະທານແບບຄຸມສຸດໆບໍ່ຈຳກັດເວລາ.

   ສຳລັບທ່ານໃດຢາກຈັດງານລ້ຽງ, ງານວັນເກີດ ຫຼື ຢາກກິນເຂົ້າແບບຄອບຄົວທີ່ມີອາຫານທະເລສົດໆໂດຍລາຄາຖືກແບບກຸ້ມຄ່າຢ່າງຈັດໜັກຈັດເຕັມກໍ່ສາມາດໄປຫາທັງສອງສາຂາ

ໄດ້ທີ່ສາຂາທີໜຶ່ງຮ້ານຈັດໜັກບຸບເຟ້ທະເລສົດຕັ້ງຢູ່ບ້ານໂພນປ່າເປົ້າກົງກັນຂ້າມກັບ ປກສ ນະຄອນຫຼວງວຽງຈັນ, ສາຂາທີສອງຕັ້ງຢູ່ບ້ານໂພນທັນ ຕິດກັບສູນການຄ້າລາວ-ໄອເຕັກ ເຟສບຸກ: 100 ລ້ານບຸບເຟ້ທະເລສົດໂທລະສັບ: 02077979995.