
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ນີ້, ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສຸນທອນພົດເປີດກອງປະຊຸມຢ່າງເປັນທາງການວ່າ: ຕາມມາດຕາ 57 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ເປັນກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດ ຊຸດທີ IX, ຊຶ່ງຕະລອດໄລຍະ 5 ປີທີ່ຜ່ານມາ ເຖິງວ່າສະພາບ ແວດລ້ອມຂອງພາກພື້ນ ແລະ ສາກົນ ໄດ້ຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ ຍາກ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ບັນດາປະເທດໃນໂລກ ລວມທັງປະເທດພວກເຮົາ, ບວກກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ພາຍໃນປະເທດທີ່ແກ່ຍາວມາຫຼາຍປີ ທີ່ສົ່ງຜົນກະທົບຕໍ່ການ ພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດ ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ. ແຕ່ດ້ວຍຄວາມເອົາໃຈໃສ່ປະສານສົມທົບວຽກງານຮ່ວມກັນຢ່າງໃກ້ຊິດ ແລະ ມີຄວາມ ເປັນເອກະພາບສູງ ລະຫວ່າງສະພາແຫ່ງຊາດ, ພັກ, ລັດຖະບານ, ອົງການກວດກາແຫ່ງລັດ, ອົງການກວດ ສອບແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ການຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ ເປັນອັນລະອຽດເຂົ້າໃນການສ້າງ ແລະປັບປຸງກົດໝາຍ ມີຄວາມເລິກເຊິ່ງ, ສອດຄ່ອງກັບສະພາບຕົວຈິງຫຼາຍຂຶ້ນ, ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ມີຄວາມສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ບັນດາມະຕິກອງປະຊຸມ ສະພາແຫ່ງຊາດ ໄດ້ເປັນນິຕິກຳສໍາຄັນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ນັບມື້ມີ ຄວາມສັກສິດ ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນລາວບັນດາເຜົ່າ; ການຕິດຕາມກວດກາ ຂອງສະພາແຫ່ງຊາດ ໄດ້ສ້າງສະຕິເຄົາລົບກົດໝາຍໃຫ້ແກ່ ອົງການລັດຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມງວດ, ການຄຸ້ມຄອງບໍລິຫານລັດມີຄວາມໂປ່ງໃສ, ໜັກແໜ້ນ ແລະ ມີປະສິດທິຜົນ.
ໂດຍປະຕິບັດຕາມ ລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ດັ່ງນີ້: 1) ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈໍາປີ 2025, ການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ປະຈໍາປີ 2026, ຮ່າງແຜນ ງົບປະມານແຫ່ງລັດ 5 ປີ (2026-2030), ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການ ດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024. 2) ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ - ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ. 3) ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ. 4) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດສອບ ແຫ່ງລັດ; ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ. 5) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດກາ ແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ. 6) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈຳປີ 2026 ຂອງສານປະຊາຊົນສູງສຸດ. 7) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການໄອຍະການ ປະຊາຊົນສູງສຸດ. 8) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາແຫ່ງ ຊາດ ຊຸດທີ X. 9) ບົດລາຍງານການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. 10) ມອບໃບຢັ້ງຢືນການສໍາເລັດໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ສະມາຊິກສະພາແຫ່ງຊາດ ຊຸດທີ IX. ນອກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງຂອງ ສະມາຊິກລັດຖະບານ ແລະ ພາກ ສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.
ເພື່ອຮັບປະກັນເຮັດໃຫ້ການຕົກລົງຂອງກອງປະຊຸມມີຄຸນນະພາບ, ມີປະສິດ ທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງທຸກ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມພຽງເປັນຈິດໜຶ່ງໃຈດຽວ, ທຸ່ມເທເຫື່ອແຮງສະຕິປັນຍາ ເຂົ້າໃນການດໍາເນີນ ກອງປະຊຸມສະພາແຫ່ງຊາດໃຫ້ມີຜົນສໍາເລັດ ເປັນຕົ້ນ ການສະໜອງຂໍ້ມູນ, ການຄົ້ນຄວ້າ, ວິເຄາະວິໄຈບັນຫາ ຕ່າງໆໃຫ້ລະອຽດຈະແຈ້ງ ເພື່ອເຮັດໃຫ້ການພິຈາລະນາຮັບຮອງ ບັນຫາສໍາຄັນຂອງຊາດ ມີຄວາມສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ນຳຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ກໍຄືປະ ຊາຊົນບັນດາເຜົ່າ; ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິ ປະໄຕ ໃນກອບລັດຖະທຳມະນູນ ແລະ ກົດໝາຍ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມ ຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາ ເຫັນຕໍ່ບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ ສອດຄ່ອງກັບແນວທາງປ່ຽນ ແປງໃໝ່ຂອງພັກ, ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະ ເທດເຮົາໃນປັດຈຸບັນ ພ້ອມກັນ ຊອກຫາວິທີການ, ມາດຕະການ, ວິທີການແກ້ໄຂທີ່ແທດເໝາະກັບສະພາບຕົວຈິງ ແລະ ມີຂໍ້ສະເໜີ ຕໍ່ລັດຖະ ບານ ເພື່ອຊອກວິທີແກ້ໄຂບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ເຊິ່ງປະຊາຊົນຍັງມີຄວາມເປັນຫ່ວງເປັນ ໄຍ ແລະ ຄ່ອງຄອຍການແກ້ໄຂບັນຫາຕ່າງໆໃຫ້ເປັນຮູບປະທໍາດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍ່ເພື່ອສ້າງຄວາມ ເປັນເອກະພາບສູງ ຕໍ່ບັນດາເນື້ອໃນທີ່ນໍາມາຄົ້ນຄ້ວາ, ພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສາມາດຮັບຮອງອອກເປັນມະຕິ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.
ສໍາລັບກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະດໍາເນີນໄປຮອດວັນທີ 21 ພະຈິກ 2025 ຈຶ່ງຈະສຳເລັດ.
ຂ່າວ: ສາວລາວໃຕ້