ຜາຖີ່ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ

  ແຂວງຫົວພັນເປັນໜຶ່ງໃນບັນດາແຂວງພາກເໜືອຂອງລາວທີ່ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ, ຫ້ວຍນໍ້າລໍາທານ ແລະພູຜາທີ່ສູງຊັນສະຫຼັບສັບ ຊ້ອນເປັນຖັນເປັນແຖວກັນໄປທີ່ປົກຄຸມຫຸ້ມໄປດ້ວຍປ່າໄມ້ອັນດົກໜາ ແລະຂຽວງາມຕະຫຼອດປີທີ່ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ, ປະ ຫວັດສາດ, ວັດທະນະທໍາອັນດີງາມ ແລະວິຖີດໍາລົງຊີວິດແບບດັ້ງເດີມເປັນຕົ້ນ: ຫີນຕັ້ງ, ຕາດສະເຫຼີ້ຍ, ຕາດນ້ຳນົ່ວ, ນ້ຳຕົກຕາດຜາຫວ່າງ, ຖ້ຳຊ້າງລອດ,  ບ້ານຫັດຖະກຳຕ່ຳຫູກບ້ານຊຳໃຕ້, ຖໍ້າທ່ານຜູ້ນໍາ, ຜາຖີ.

 ຜາຖີ່ແຫ່ງນີ້ໃນເມື່ອກ່ອນໄດ້ເປັນສະຖານທີ່ຕັ້ງເລດ້າຂອງພວກຈັກກະພັດອາເມລິກາເພື່ອບັນຊາໃນການຖິ້ມລະເບີດໃສ່ເຂດປົດປ່ອຍຢ່າງໂຫດຮ້ອຍປ່າເຖື່ອນ ແຕ່ໃນທີ່ສຸດກໍໄດ້ຮັບການປົດປ່ອຍຢ່າງອົງອາດກ້າຫານຂອງກໍາລັງການປະຕິວັດລາວຊຶ່ງປະຈຸບັນໄດ້ພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ທ່ຽວຊົມທໍາມະຊາດທີ່ແສນສວຍສົດງົດງາມທີ່ສຸດຢູ່ດິນແດນເມືອງຊໍາເໜືອ ແລະ ສຶກສາຄົ້ນຄວ້າທາງ ປະຫວັດສາດ ແລະທໍາມະຊາດປ່າໄມ້ທີ່ດົກໜາໃນດິນແດນແຫ່ງນີ້.

  ຜາຖີ່ຕັ້ງຢູ່ເຂດບ້ານເມືອງຊອນຊຶ່ງຫ່າງຈາກຕົວເມືອງຊໍາເໜືອ ໄປປະມານ 60 ກິໂລແມັດ. ສໍາລັບນັກທ່ອງທ່ຽວທີ່ຢາກຈະໄປທ່ຽວໄປຊົມກໍສາມາດໄປກັນໄດ້ຕາມອັດທະຍາໃສສະຖານທີ່ແມ່ນຢູ່ບໍ່ໄກ.

ພາບຂ່າວ:

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ