ສວນວັດທະນະທຳຊຽງຄວນ ສະຫຼອງວັນກຳມະກອນສາກົນ

 ວັນທີ 1 ພຶດສະພາ ສວນວັດທະນະທຳຊຽງຄວນໄດ້ຈັດງານສະເຫຼີມສະຫຼອງວັນກຳມະກອນສາກົນວັນທີ 1 ພຶດສະພາ ຄົບຮອບ 133 ປີ ໂດຍການເຂົ້າຮ່ວມຂອງທ່ານ ແກ່ນ ວໍລະສານ ຮອງເຈົ້າເມືອງຫາດຊາຍຟອງ, ທ່ານ ບົວໃສ ລຸນວົງສາ ຫົວໜ້າຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ທ່ານ ນາງ ສ້ອຍສຸດາອິນເມືອງໄຊ ປະທານສວນວັດທະນະທຳຊຽງຄວນບັນດາແຂກທີ່ຖືກເຊີນ ແລະນັກທ່ອງທ່ຽວເຂົ້າຮ່ວມຢ່າງຄຶກຄື້ນ.

  ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ໄດ້ກ່າວວ່າ: ພາຍຫຼັງບໍລິສັດທ່ອງທ່ຽວ ແລະການລົງທຶນສາກົນລາວຈຳກັດຂອງເຮົາໄດ້ມາສຳປະທານໃນເນື້ອທີ່ທັງໝົດ 21 ພັນຕາແມັດ ຊຶ່ງກໍໄດ້ມີການພັດທະນາປັບປຸງຫຼາຍຢ່າງເພື່ອສ້າງຄວາມແປກໃໝ່ໃຫ້ຜູ້ທີ່ເຄີຍເຫັນແລ້ວຕ້ອງໄດ້ໄປເບິ່ງອີກເປັນຕົ້ນແມ່ນສ້າງປະຕູໂຂງ ແລະກຳແພງອ້ອມສວນທີ່ເປັນເອກະລັກດ້ານວັດທະນະທຳ, ປະຕິສັງຂອນພະພຸດທະຮູບວັດຖຸບູຮານໃຫ້ມີຄວາມສວຍງາມຕາມສະພາບເດີມ, ກໍ່ສ້າງເສັ້ນທາງ

ພາຍໃນສວນຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ເວທີສະແດງ ແລະໄດ້ກໍ່ສ້າງສິ່ງອຳນວຍຄວາມສະດວກອື່ນໆປະຈຸບັນດ້ານນັກທ່ອງທ່ຽວທີ່ເຂົ້າມາທ່ອງ ທ່ຽວຊົມລວມທັງພາຍໃນ ແລະ ຕ່າງປະເທດສັງເກດເຫັນວ່າມື້ໜຶ່ງປະມານ 800 ກວ່າຄົນ ສວນໃຫຍ່ແລ້ວແມ່ນນັກທ່ອງທ່ຽວມາຈາກປະເທດຫວຽດນາມ, ຈີນ, ເກົາຫຼີ, ຝຣັ່ງ ແລະ ໄທນອກນັ້ນກຳລັງຂະຫຍາຍບຸກເບີກກໍ່ສ້າງຮ້ານອາຫານບໍລິເວນແຄມຂອງເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມບັນຍາກາດໄດ້ສະດວກສະບາຍຂຶ້ນ.

  ເນື່ອງໃນໂອກາດວັນກຳມະກອນສາກົນວັນທີ 1 ພຶດສະພາ ຄົບຮອບ 133 ປີ ເປັນວັນພັກຜ່ອນພະນັກງານກຳມະກອນທຸກຊົນຊັ້ນສວນວັດທະນະທຳຊຽງຄວນຂອງເຮົາໄດ້ຖືເອົາວັນຄວາມໝາຍສຳຄັນນີ້ຈັດງານສະເຫຼີມສະຫຼອງທີ່ຕິດພັນປີທ່ອງທ່ຽວລາວ-ຈີນ ເພື່ອເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ມາທ່ຽວຊົມໂດຍມີກິດຈະກຳສະແດງຄອນເສີດໄດ້ມີສິລະປິນນັກຮ້ອງຊື່ດັ່ງມາຮ່ວມນຳອີກດ້ວຍໃນນັ້ນແມ່ນໜຸ່ມຫງ່າ ແສງອຳພອນ ເຈົ້າຂອງເພງງາມແທ້ເມືອງລາວ, ເກດລະສິນ, ປຸກກີ້ເງິນລ້ານ ແລະ ມີນັກຮ້ອງອີກຫຼາຍໆວົງໄດ້ມາສະແດງກິດຈະກຳແຈກຂອງຂວັນລາງວັນຢ່າງມ່ວນຊື່ນສວນລາຍໄດ້ທັງໝົດໃນການຈັດງານຄັ້ງນີ້ແມ່ນຈະໄປກໍ່ສ້າງກຳແພງໂຮງຮຽນປະຖົມສົມບູນບ້ານຊຽງຄວນ.

ພາບຂ່າວ:

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ