ໄຟໄໝ້ເຮືອນປະຊາຊົນບ້ານໂພນແພງເຫຼືອພຽງເຄື່ອງນຸ່ງຄາຄີງ

  ເວລາປະມານ 15:00 ໂມງຂອງວັນທີ 27 ເມສາຜ່ານມາ, ໄດ້ເກີດໄຟໄໝ້ເຮືອນ1 ຫຼັງ ພ້ອມເລົ້າເຂົ້າຂອງປະຊາຊົນບ້ານໂພນແພງ ເມືອງອາດສະພອນ ແຂວງສະຫວັນນະເຂດ, ຊຶ່ງເປັນເຮືອນຂອງທ້າວ ຄິດ ອາຍຸ 31 ປີ, ເຮືອນດັ່ງກ່າວເປັນເຮືອນໄມ້, ມຸງສັງກະສີ,ຕິດກັບເຮືອນຄົວມຸງດ້ວຍຫຍ້າ,ສ່ວນເລົ້າເຂົ້າແມ່ນມຸງດ້ວຍຫຍ້າເຊັ່ນກັນ,ຈາກການສອບຖາມຜູ້ເຫັນເຫດການກໍ່ຄືເຮືອນໃກ້ຄຽງຊາບວ່າ: ໄຟໄດ້ລຸກໄໝ້ຈາກເຮືອນຄົວທີ່ດ້ວຍມຸງຫຍ້າແລ້ວລາມໃສ່ເຮືອນໃຫຍ່ ແລະເລົ້າເຂົ້າ, ຍ້ອນສະພາບອາກາດທີ່ຮ້ອນເອົ້າໄຟຈຶ່ງໄດ້ລຸກໄໝ້ຢ່າງໄວ, ເຮັດໃຫ້ຊັບສິນພາຍໃນເຮືອນຖືກເຜົາໄປພ້ອມແປວໄຟ.

  ທ້າວ ຄິດ ໄດ້ໃຫ້ສຳພາດວ່າ: ຊັບສິນທີ່ມີຄ່າໃນເຮືອນປະກອບມີ: ສາຍຄໍຄຳ 1 ບາດ, ຕ້າງຄຳ 2 ອັນ, ເງິນກີບ 6,5 ລ້ານກວ່າກີບ, ເງິນບາດ 55 ພັນບາດ, ລົດຈັກ 1 ຄັນ ພ້ອມດ້ວຍເຄື່ອງໃຊ້ຕ່າງໆໃນເຮືອນລວມມູນຄ່າເສຍຫາຍທັງໝົດ 100 ລ້ານກວ່າກີບ, ຊຶ່ງຕອນເກີດເຫດ ທ້າວ ຄິດ ພ້ອມເມຍ ແລະລູກຊາຍ 3 ຄົນ ແມ່ນອອກໄປເຮັດວຽກຢູ່ນາ.

  ມາໃນວັນທີ 29 ເມສາ 2019 ທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງອາດສະພອນ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວດັ່ງກ່າວ, ຊຶ່ງເຄື່ອງທີ່ນຳໄປມອບໃນຄັ້ງນີ້ປະກອບມີ: ເກືອ, ເສື້ອຜ້າ, ຜ້າຫົ່ມ, ມຸ້ງ, ໝອນ, ສາດ, ຖ້ວຍ-ຈານ ພ້ອມດ້ວຍເງິນກອງທຶນຊ່ວ ຍເຫຼືອຜູ້ປະສົບອັກຄີໄພຈຳນວນ 1,19 ລ້ານກີບ, ໂອກາດນີ້, ທ່ານເຈົ້າເມືອງກໍ່ຍັງໄດ້ສະແດງຄວາມເສຍໃຈນຳຄອບຄົວທ້າວ ຄິດ ພ້ອມທັງໃຫ້ກຳລັງໃຈຄອ ບຄົວດັ່ງກ່າວ, ຊຶ່ງເຄື່ອງທີ່ນຳມາຊ່ວຍເຫຼືອໃນມື້ນີ້ ເຖິງແມ່ນວ່າເປັນຈຳນວນບໍ່ຫຼາຍ ແຕ່ກໍ່ ຫວັງວ່າມັນຈະຊ່ວຍແບ່ງເບົາຄວາມທຸກໂສກຂອງຄວບຄົວ, ນອກນີ້,ອຳນາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນພາຍໃນບ້ານໂພນແພງກໍ່ຍັງໄດ້ຮ່ວມກັນນຳເຄື່ອງໃຊ້ທີ່ຈຳເປັນໃນຄົວເຮືອນມາຊ່ວຍເຫຼືອຄອບຄົວທ້າວ ຄິດຕື່ມອີກ.

ພາບຂ່າວ

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ