ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII ທີ່ດຳເນີນໄປພາຍໃຕ້ຄຳຂວັນ ເພີ່ມທະວີຄວາມສາມັກຄີນຳພາທີ່ເຂັ້ມແຂງ ຂອງຄະນະພັກແຕ່ລະຂັ້ນ, ເສີມຂະຫຍາຍຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມເປັນເຈົ້າຕົນເອງ ເພື່ອພັດທະນາຕາມທິດສີຂຽວ ແລະ ຍືນຍົງ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 6 ຕຸລາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຜູ້ແທນສົມບູນ ແລະ ອະດີດການນຳແຂວງ, ສະມາຊິກພັກອາວຸໂສບຳນານ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບຟັງການສະເໜີຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030). ພ້ອມທັງຜ່ານຮ່າງບົດສຳຫລວດການນຳພາລວມ ແລະ ຮັບຟັງການປະກອບຄໍາເຫັນຈາກຜູ້ແທນສົມບູນ ຕໍ່ຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X. ນອກນັ້ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງບໍ່ແກ້ວ ຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ ຖືກຕ້ອງຕາມມາດຖານ ແລະເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີ ຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 37 ສະຫາຍ, ຍິງ 8 ສະຫາຍ, ເລືອກໄດ້ 33 ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ສະໄໝທີ VII ໄດ້ເປັນເອກະສັນເລືອກເອົາ ຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພົຈວ ສຸກພະຈັນ ສີລາເພັດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄໍາແຍງ ຄອນໄຊຍະກິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ເລືອກເອົາ ສະຫາຍ ສົມຄິດ ວົງປັນຍາ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ໜໍ່ຄໍາ ນົງສຸວັນ ເປັນຮອງປະທານຄະນະກວດກາພັກແຂວງ, ສະຫາຍ ເປົາແກ້ວ ພູມສະຫວັນ ເປັນຮອງປະທານຄະນະກວດກາພັກແຂວງ, ສະຫາຍ ສົມຄິດ ວັນນະຈອມຈັນເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນີ້, ກອງປະຊຸມໄດ້ປ່ອນບັດເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈໍານວນ 17 ສະຫາຍ, ຍິງ 4 ສະຫາຍ, ຜູແທນສຳຮອງ 3 ສະຫາຍ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ທົ່ວອົງຄະນະພັກແຂວງ ປະຕິບັດໄດ້ໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ໄດ້ເນັ້ນໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກແຖວໜ້າ ໄປພ້ອມກັບການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ກຳແໜ້ນປະຊາຊົນ ແລະ ຊັ້ນຄົນຕ່າງໆ ທັງຢູ່ໃນຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກ ເປັນຕົ້ນ ຢູ່ລຽບຕາມຊາຍແດນ ແລະ ບໍລິເວນທີ່ມີຄວາມຫລໍ່ແຫລມ, ພ້ອມທັງສຸມໃສ່ແກ້ໄຂສະພາບການຫຍໍ້ທໍ້ຕ່າງໆໃນສັງຄົມ; ເອົາການພັດທະນາເສດຖະກິດ-ສັງຄົມ ຖືເອົາເປັນໜ້າທີ່ໃຈກາງ ໂດຍສຸມໃສ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງແຂວງ, ຮັກສາຈັງຫວະການຂະຫຍາຍຕົວທາງເສດຖະ ກິດໃຫ້ໜັກແໜ້ນ, ຂຸດຄົ້ນ ແລະ ສ້າງຖານລາຍຮັບທີ່ໝັ້ນທ່ຽງ; ເອົາການພັດທະນາຊັບພະຍາກອນມະນຸດ ເປັນວຽກງານແຖວໜ້າ, ອັນສໍາຄັນແມ່ນສືບຕໍ່ເຮັດໃຫ້ລະບົບການສຶກສາໃຫ້ມີຄວາມເຂັ້ມແຂງທົ່ວເຖິງ; ຖືເອົາການປັບປຸງລະບົບການເມືອງ ແລະ ວຽກງານປັບປຸງກໍ່ສ້າງພັກ-ພະນັກງານເປັນບັນຫາຕັດສິນ, ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງຄະນະພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ ຕໍ່ທຸກຂົງເຂດວຽກງານ, ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ແບບແຜນນໍາພາວິທີເຮັດວຽກ ໃຫ້ມີຄຸນນະພາບ ແລະ ເຂົ້າສູ່ລວງເລິກ, ເຮັດໃຫ້ຮາກຖານພັກແຕ່ລະຂັ້ນມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທີ່ມີຄຸນນະພາບສູງ ແລະ ສືບຕໍ່ກໍາແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຢ່າງຖືກຕ້ອງ ແລະ ເປັນເຈົ້າການ, ຮັບປະກັນຄວາມໝັ້ນຄົງ ແລະສະຖຽນລະພາບທາງດ້ານການເມືອງ, ປະຕິບັດການພົວພັນຮ່ວມມື ກັບຕ່າງປະເທດໃຫ້ດີ, ຮັກສາ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບປະເທດໃກ້ຄຽງ, ສ້າງເງື່ອນໄຂ, ສະພາບແວດລ້ອມທີ່ດີ ເພື່ອດຶງດູດເອົາການ ລົງທຶນຂອງຕ່າງປະເທດ ມາລົງທຶນຢູ່ແຂວງບໍ່ແກ້ວ ໃຫ້ນັບມື້ຫລາຍຂຶ້ນ.
ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຍັງເນັ້ນອີກວ່າ: ບັນດາສະຫາຍຄະນະບໍລິຫານງານພັກແຂວງຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ ຂອງຜູ້ແທນກອງປະຊຸມ ກໍຄືຂອງຖັນແຖວສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງບໍ່ແກ້ວ ຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ແລະ ສ້າງເປັນນິຕິກຳລະອຽດ ເລີ່ມຈາກການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກແຂວງ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຢູ່ບັນດາເມືອງ, ຂະແໜງ ການ ແລະ ຮາກຖານຕ່າງໆ ກໍຄື ປະຊາຊົນບັນ ດາເຜົ່າໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນ ທາງດ້ານທັດສະນະ ແລະ ການກະທຳຕົວຈິງ, ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນຕໍ່ທິດທາງ, ແຜນນະໂຍບາຍ, ຄາດໝາຍ ສູ້ຊົນຕ່າງໆ ແລະ ມີຄວາມຕື່ນຕົວເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເປັນຂະບວນແຂງແຮງ, ຕໍ່ເນື່ອງ, ມີປະສິດທິຜົນ.
ພາຍຫລັງສໍາເລັດກອງປະຊຸມນີ້ແລ້ວ ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງໃຫ້ແຕ່ລະສະຫາຍໃຫ້ລະອຽດ, ຈະແຈ້ງ, ບໍ່ວ່າວຽກນັ້ນຈະແມ່ນຂະແໜງການໃດ, ຂົງເຂດ ຫລື ທ້ອງຖິ່ນໃດ ເມື່ອໝູ່ຄະນະ, ການຈັດຕັ້ງ ກໍຄື ຂັ້ນເທິງມອບໝາຍໃຫ້ຮັບຜິດ ຊອບຕ້ອງເຊີດຊູຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງ; ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫລັກ ການ, ລະບອບແບບແຜນວິທີນຳພາ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ອັນທີ່ຄວນເອົາໃຈໃສ່ທີ່ສຸດ ແມ່ນຕ້ອງເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫລວງ; ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງ ປະຊາຊົນ ຕໍ່ການນໍາພາ ຂອງພັກ ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນຳໜ້າ ດ້ານຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດສຸດ ຕໍ່ອຸດົມຄະດີຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ມີທັດສະນະທີ່ຖືກຕ້ອງຕາມແນວທາງ ແລະ ລະບຽບກົດໝາຍ.
ຂ່າວ: ຈ. ຈັນທະລິດ