- ນ້ອມນະມັດສະການພະເຖຣະ, ນຸເຖຣະ
- ຮຽນບັນດາທ່ານ ການນໍາພັກ-ລັດ ທີ່ເຄົາຣົບນັບຖືຢ່າງສູງ !
- ບັນດາທ່ານ ຜູ້ບໍລິຫານການສຶກສາ, ຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ນັບຖືທັງຫຼາຍ !
ວັນທີ 7 ຕຸລາ ແມ່ນວັນທີ່ພວກເຮົາຊາວລາວທຸກຄົນ ໃຫ້ຄວາມສໍາຄັນເປັນພິເສດ, ເປັນໂອກາດໃນການສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນ ຕໍ່ຜູ້ທີ່ໄດ້ຖ່າຍທອດຄວາມຮູ້, ໄດ້ເສຍສະຫຼະ, ເພື່ອພາລະກິດສຶກສາ, ພາລະກິດສ້າງ ແລະພັດທະນາຊັບພະຍາກອນມະນຸດລາວ. ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ມາຍັງຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນ ໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສິດສອນ, ກໍ່ສ້າງລູກ-ຫຼານລາວ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ຮູ້ເຄົາລົບຮີບຄອງປະເພນີອັນດີງາມຂອງຊາດ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໃຫ້ກາຍເປັນກໍາລັງແຮງສັງລວມ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕະຫຼອດໄລຍະຜ່ານມາ.
ຄູເປັນແມ່ພິມຂອງຊາດ, ເປັນຜູ້ອຸທິດຕົນ, ເປັນພໍ່-ແມ່ ຜູ້ທີ່ສອງ ເຖິງວ່າຈະບໍ່ໄດ້ໃຫ້ກໍາເນີດໂດຍກົງ ແຕ່ເປັນຜູ້ບົ່ມສອນ, ຖ່າຍທອດສະຕິປັນຍາ, ຄວາມຮູ້ໃຫ້ນັກຮຽນ-ນັກສຶກ ໂດຍບໍ່ຫວັງສິ່ງໃດຕອບແທນ, ມີແຕ່ຄວາມປາດຖະໜາສິ່ງດຽວ ຄືໃຫ້ນັກຮຽນ-ນັກສຶກສາ ທີ່ໄດ້ຮໍ່າຮຽນ-ສຶກສາ ກາຍເປັນຄົນທີ່ດີ, ກາຍເປັນຊັບພະຍາກອນມະນຸດທີ່ລໍ້າຄ່າຂອງຊາດ ແລະປະສົບຜົນສໍາເລັດໃນໜ້າທີ່ ທີ່ຕົນຮັບຜິດຊອບເທົ່ານັ້ນ, ພໍ່-ແມ່ ເປັນຜູ້ໃຫ້ກໍາເນີດ ປຽບດັ່ງຜູ້ກ້າເບ້ຍ ແລະ ປູກຕົ້ນໄມ້, ຄູ-ອາຈານ ເປັນຜູ້ສິດສອນຄວາມຮູ້ ປຽບດັ່ງຜູ້ດູແລຮັກສາ, ບໍາລຸງໃສ່ຝຸ່ນ ໃຫ້ຕົ້ນໄມ້ໄດ້ຈະເລີນງອກງາມ. “ຄວາມຮູ້ ແມ່ນສິ່ງທີ່ປະເສີດ ແລະ ມີຄ່າທີ່ສຸດ ບໍ່ສາມາດປະເມີນຄ່າໄດ້ ແລະ ບໍ່ມີໃຜສາມາດຍາດມັນໄປຈາກເຮົາໄດ້” ມີແຕ່ການສຶກສາຮໍ່າຮຽນເທົ່າ ຈຶ່ງຈະເຮັດໃຫ້ຄົນເຮົາຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສາມາດປ່ຽນແປງໂຊກສະຕາຂອງຕົນ ແລະ ປະເທດຊາດໄດ້ ແຕ່ສໍາລັບຜູ້ທີ່ເປັນຄູ-ອາຈານທຸກໆໄລຍະ ແມ່ນພ້ອມທີ່ຈະຖ່າຍຖອດຄວາມຮູ້ໃຫ້ລູກສິດ, ນັກຮຽນ-ນັກສຶກສາ ເພື່ອຮໍ່າຮຽນເອົາຄວາມຮູ້ໃໝ່ໆ ມາພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.
ໃນໄລຍະທີ່ປະເທດຂອງພວກເຮົາ ຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານຢ່າງໜັກໜ່ວງນັ້ນ ຜູ້ເປັນຄູ ກໍໄດ້ຮ່ວມກັບພັກ-ລັດ ແລະ ປະຊົນລາວບັນດາເຜົ່າ ເຮັດທັງສອງໜ້າທີ່ໄປພ້ອມກັນ ທັງຕໍ່ສູ້ກູ້ຊາດ ທັງເຮັດໜ້າທີ່ສິດສອນ ລູກຫຼານລາວ ບໍ່ວ່າສະຖານະການໃນເວລານັ້ນ ຈະຫຍຸ້ງຍາກພຽງໃດ ແຕ່ຜູ້ເປັນຄູ ບໍ່ເຄີຍທໍ້ຖອຍ, ງໍ້ງ່ຽງ ໃນການປະຕິບັດໜ້າທີ່ຂອງຕົນ, ທັງຫຼົບລີ້ຈາກລູກກະສຸນ, ລູກລະເບີດ ການກວດລ້າງທຳລາຍຂອງສັດຕູ ຜູ້ບໍ່ຫວັງດີ ແຕ່ກໍ່ຍັງບໍ່ຫຼົງລືມພາລະ, ໜ້າທີ່ໃນການສິດສອນ, ບໍ່່ວ່າຈະເປັນກາງເວັນ ຫຼື ກາງຄືນ, ຢູ່ໃນປ່າດົງ ຫຼືຢູ່ໃນຖໍ້າ, ຂຸມຄອງຕ່າງໆ ກໍຍາດແຍ່ງທຸກໂອກາດໃຫ້ລູກຫຼານລາວ ໄດ້ຮໍ່າຮຽນໜັງສື ຫາຄວາມຮູ້ໃຫ້ແກ່ຕົນເອງ ແລະ ເພື່ອພັດທະນາປະເທດຊາດໃນອະນາຄົດ. ມາຮອດໄລຍະປັດຈຸບັນ, ປະເທດຊາດຂອງພວກເຮົາ ພວມຢູ່ໃນໄລຍະພັດທະນາສ້າງສາ ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ຍິ່ງມີຄວາມຕ້ອງການກຳລັງແຮງຂອງຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດຫຼັກແຫຼມ ເພື່ອເປັນສິ່ງຊຸກດັນ ໃຫ້ການພັດທະນາປະເທດ ທ່ຽມທັນກັບພາກພື້ນ ແລະ ສາກົນ, ຍ້ອນແນວນັ້ນ, ຄູ-ອາຈານ ໃນຍຸກປັດຈຸບັນ ທັງພາກລັດ ແລະ ເອກະຊົນ ຕ້ອງຮູ້ຈັກສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຄູປະຕິວັດ ໃນເມື່ອກ່ອນ ແລະຮູ້ໝູນໃຊ້ເຂົ້າໃນຍຸກຂອງການເຊື່ອມໂຍງ, ຍຸກຂອງການແຂ່ງຂັນ ເພື່ອສ້າງລູກ-ຫຼານລາວ ໃຫ້ເປັນຄົນທີ່ມີຄວາມຮູ້, ມີຄວາມສາມາດ ແລະມີສິນທໍາປະຕິວັດ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ບັນດາຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນ ຈະສືບຕໍ່ພັດທະນາຕົນເອງ, ຍົກສູງນໍ້າໃຈເສຍສະຫຼະ ທີ່ເປັນມູນເຊື້ອ ແລະຄວາມເປັນແບບຢ່າງ ໃຫ້ນັກຮຽນ-ນັກສຶກສາ ໄດ້ຮໍ່າຮຽນ ແລະ ປະຕິບັດຕາມ, ເສີມຂະຫຍາຍຫົວຄິດປະດິດສ້າງ, ປັບປຸງວິທີການຮຽນການສອນ ໃຫ້ສາມາດດູດດຶງ ຄວາມສົນໃຈຈາກນັກຮຽນ-ນັກສຶກສາ ດ້ວຍຫຼາຍວິທີ ທີ່ສອດຄ່ອງເໝາະສົມ ເພື່ອສ້າງຜູ້ທີ່ເປັນອະນາຄົດຂອງຊາດ ໃຫ້ກາຍເປັນຊັບພະຍາກອນມະນຸດອັນລໍ້າຄ່າ ຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ລະບອບໃໝ່ຂອງພວກເຮົາຢ່າງແທ້ຈິງ.
ຕາງໜ້າໃຫ້ທົ່ວຂະແໜງສຶກສາ ເວົ້າລວມ, ເວົ້າສະເພາະແມ່ນກະຊວງສຶກສາທິການ ແລະ ກິລາ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພັກ-ລັດຖະບານ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ-ສັງຄົມ, ຜູ້ປະກອບການ, ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດຍຸດທະສາດ, ບັນດາຄູ່ຮ່ວມພັດທະນາ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອວຽກງານສຶກສາ ທາງດ້ານວັດຖຸ ແລະ ຈິດໃຈ ເຮັດໃຫ້ວຽກງານພັດທະນາການສຶກສາຂອງລາວເຮົາ ນັບມື້ນັບໄດ້ຮັບການພັດທະນາ ທ່ຽມທັນກັບພາກພື້ນ ແລະ ສາກົນ.
ຂໍຂອບໃຈ ແລະ ອວຍພອນໄຊ ອັນປະເສີດມາຍັງຄູ-ອາຈານ, ຜູ້ປະຕິບັດໜ້າທີ່ສິດສອນ, ຜູ້ບໍລິຫານການສຶກສາ ແຕ່ລະຂັ້ນ ທັງພາກລັດ ແລະເອກະຊົນ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ອັນມີກຽດຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ ຂໍໃຫ້ທຸກໆທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ແລະ ມີຄວາມສຸກ ຄວາມສົມຫວັງ ທຸກປະການ.
ນໍ້າໃຈວັນຄູ ທີ 7 ຕຸລາ ໝັ້ນຍືນ !