ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ໄດ້ສໍາເລັດຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 25- 26 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ ນວ, ເປັນກຽດໃນພິທີ ໂດຍສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາສະຫາຍຜູ້ແທນສົມບູນ ຈໍານວນ 373 ສະຫາຍ, ບັນດານັກປະຕິວັດອາວຸໂສບຳນານ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ນັກຮຽນຮູ້ປັນຍາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນໄດ້ລົງປະຊາມະຕິຢ່າງເປັນເອກະສັນ ຮັບຮອງເອົາບັນດາເນື້ອໃນສໍາຄັນ ຄື:ຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນ ພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ສະໄໝທີ VII; ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ໃນການ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະໄໝທີ VII ຂອງອົງຄະນະພັກ ນວໄລຍະ 5 ປີຜ່ານມາ; ພ້ອມທັງ ເປັນເອກະສັນຮັບຮອງເອົາທິດທາງແຜນການ, ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ມີເນື້ອໃນຕົ້ນຕໍຄື: ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ໃຫ້ກາຍເປັນ ແຜນຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມ ເສີມຂະຫຍາຍມູນເຊື້ອ ແລະ ທ່າແຮງຂອງນະຄອນຫຼວງວຽງຈັນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ມີ ປະຊາທິປະໄຕ ແລະ ຍຸຕິທຳ, ສືບຕໍ່ປະຕິບັດນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ ໃນພື້ນທີ່ນະຄອນຫຼວງວຽງຈັນ; ສົມທົບກັບທຸກພາກສ່ວນ ໃນສັງຄົມ ເພື່ອແກ້ໄຂບັນຫາ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ການຄ້າ-ຂາຍຢາເສບຕິດ, ບຳລຸງ, ຝຶກອົບຮົມສີ ລະປະຍຸດ, ຍຸດທະວິທີ ແລະ ປະກອບອາວຸດ ແລະ ເຄື່ອງມືທີ່ທັນສະໄໝ ໃຫ້ແກ່ກຳລັງປະກອບອາວຸດ, ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ, ເພີ່ມທະວີວຽກງານສຶກສາອົບຮົມ ການ ເມືອງ-ແນວຄິດ ຂອງພັກ ໃນໄລຍະໃໝ່, ຖືເອົາທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນແນວທາງ ແລະ ທິດຊີ້ນໍາ ຢ່າງສະເໝີຕົ້ນສະເໝີປາຍ; ເດັດດ່ຽວແກ້ໄຂທຸກການກະທຳທີ່ລະເມີດ ກົດລະບຽບ ຂອງພັກ ແລະ ຕອບຕ້ານທຸກຖ້ອຍທຳນອງໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ຕໍ່ການນໍາພາຂອງພັກ, ປັບປຸງການຈັດຕັ້ງຮາກຖານພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງແທ້ຈິງ, ເສີມຂະຫຍາຍບົດບາດເປັນແກນນໍາໃນລະບົບການເມືອງຢູ່ຮາກຖານ, ເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນການ ຄຸ້ມຄອງພະນັກ ງານ-ສະມາຊິກພັກ, ເດັດດ່ຽວເອົາຜູ້ທີ່ເສຍທາດຂາດຄູນເອົາອອກຈາກການຈັດຕັ້ງພັກ, ຍູ້ແຮງ ການຂະຫຍາຍພັກ ຖືຄຸນນະພາບເປັນກົກ ທີ່ມີຕົ້ນກຳເນີດມາຈາກຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ, ປັນຍາຊົນ ແລະ ອົງການຈັດຕັ້ງມະຫາຊົນ ຂອງພັກ, ຕັ້ງໜ້າປະຕິບັດອັດຕາການເຕີບໂຕ ໃນລະດັບ 8%, ລວມຍອດຜະລິດຕະພັນ ຮອດປີ 2030 ບັນລຸໄດ້ 153,292.02 ຕື້ກີບ, ລວມຍອດ ຜະລິດຕະພັນພາຍໃນຕໍ່ຫົວຄົນ 134.24 ລ້ານກີບ, ສ່ວນໂຄງປະກອບເສດຖະກິດ ຂະແໜງກະສິກຳ ຂະຫຍາຍຕົວ ກວມເອົາ 11.5%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ ກວມເອົາ 47,5% ແລະ ຂະແໜງບໍລິການ ຂະຫຍາຍຕົວ ກວມເອົາ 41% ຂອງ GDP, ປະຕິບັດຍຸດທະສາດການສຶກສາແຫ່ງຊາດ ຮັບປະກັນ 3 ລັກສະນະ 5 ຫຼັກມູນ, ຈັດຕັ້ງປະຕິບັດການ ຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນ, ຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ຮັກສາບົດບາດເປັນສູນກາງທາງ ດ້ານການສຶກສາຂອງປະເທດ; ປັບປຸງການບໍລິການປິ່ນປົວທີ່ມີຄຸນນະພາບໃຫ້ທົ່ວເຖິງ, ສ້າງຄວາມເຂັ້ມແຂງການ ເຝົ້າລະວັງ ແລະ ຄວບຄຸມພະຍາດລະບາດ, ສ້າງນະຄອນຫຼວງວຽງຈັນ ກາຍເປັນຕົວເມືອງແຫ່ງສຸຂະພາບ; ຮັກສາ ແລະ ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງຊາດ, ຂອງເຜົ່າ; ສ້າງຄອບຄົວ, ບ້ານ, ຕາແສງ, ເມືອງ, ກົມກອງ ວັດທະ ນາທໍາ ຕົວແບບ, ສ້າງນິຕິກຳຄຸ້ມຄອງການໂຄສະນາດ້ວຍປ້າຍ ແລະ ວຽກງານອື່ນໆ.
ກອງປະຊຸມໃຫຍ່ໄດ້ເປັນເອກະພາບໃນລະດັບສູງເລືອກຕັ້ງເອົາຄະນະບໍລິຫານງານພັກ ນວ ຊຸດໃໝ່ ທີ່ປະກອບດ້ວຍ 3 ຮຸ່ນ ຄື: ອາຍຸກະສຽນ, ເພດ, ເຜົ່າ, ທີ່ໄດ້ຜ່ານພຶດຕິກໍາ, ມີບົດຮຽນໃນການນໍາພາ, ປະກອບມີທັງຄົນຮຸ່ນໜຸ່ມ ຜູ້ສືບທອດທີ່ມີຄວາມຮູ້, ຄວາມສາມາດ, ເຫື່ອແຮງ ແລະ ສະຕິປັນຍາ ເພື່ອປ່ຽນແທນ ແລະ ຮັບປະກັນໃຫ້ແກ່ການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ໃຫ້ໄດ້ຮັບໝາກຜົນສໍາລັດຕາມຄາດໝາຍທີ່ໄດ້ວາງໄວ້, ທັງເປັນຫຼັກແຫຼ່ງແກ່ນສານ ໃຫ້ແກ່ການເຕົ້າໂຮມຄວາມສາມັກຄີ ເປັນເອກະພາບຢ່າງໜັກແໜ້ນພາຍໃນອົງຄະນະພັກ, ກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ຊຶ່ງມີຜູ້ລົງຮັບສະໝັກ ຈໍານວນ 46 ສະຫາຍ, ເລືອກເອົາ 41 ສະຫາຍ ຍິງ 8 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ຕົກລົງຢ່າງເປັນເອກະສັນ ເລືອກເອົາສະຫາຍ ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ ນວ, ສະຫາຍ ອາດສະພັງທອງ ສີພັນດອນ ເປັນຮອງເລຂາຄະນະບໍລິຫານງານພັກ ນວ, ສະຫາຍ ສີລິລາດທົງສິນ ທອງເພັງ ເປັນຮອງເລຂາຄະນະບໍລິຫານງານພັກ ນວ, ສະຫາຍ ບຸນເພັງ ສີນະວົງພອນ ເປັນປະທານຄະນະກວດກພັກ ນວ.
ໂອກາດທີ່ສະຫງ່າລາສີນີ້ ສະຫາຍ ທອງລຸນ ສີສຸລິດ ຕາງໜ້າໃຫ້ພັກ-ລັດ ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ ທີ່ຄະນະພັກ-ຄະນະນໍານວ ຍາດມາໄດ້ ຕະຫຼອດໄລຍະ 5 ປີຜ່ານມາ, ຊຶ່ງເປັນການສະແດງເຖິງ ການນໍາພາ-ຊີ້ນໍາ ອັນເຂັ້ມແຂງ, ສຸມສະຕິປັນຍາ ເຊີດຊູຄວາມຮັບຜິດຊອບ, ຄວາມຮູ້, ຄວາມສາມາດ ແລະ ເຫື່ອແຮງ ຂອງອົງຄະນະພັກ ນວ ກໍ່ຄືຊາວ ນວ ແລະ ຍັງຮຽກຮ້ອງ ໃຫ້ບັນດາສະຫາຍ ຈົ່ງສືບຕໍ່ເອົາໃຈໃສ່ປັບປຸງ, ກໍ່ສ້າງພັກ, ກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງຮອບດ້ານ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ພັດທະນາ ນວ, ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຢ່າງບໍ່ຫວັ່ນໄຫວ. ສະນັ້ນ ການກຳນົດທິດທາງ, ໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ແຕ່ລະດ້ານ, ໃນອີກ 5 ປີຕໍ່ໜ້າ ແມ່ນມີຄວາມສໍາຄັນທີ່ສຸດ ມີບາງຄໍາເຫັນເນັ້ນໜັກຕື່ມ ຄື: ໃຫ້ບັດດາສະຫາຍ ສືບຕໍ່ເອົາໃຈໃສ່ ດ້ານການເມືອງແນວຄິດ, ໃຫ້ຖືເອົາການສຶກສາອົບຮົມ ການເມືອງ-ແນວຄິດ ເປັນກົກ, ຕ້ອງເຮັດໃຫ້ເລິກເຊິ່ງກວ່າເກົ່າ ທັງເຮັດໃຫ້ຖືກກັບເປົ້າໝາຍ ທີ່ຢາກແກ້ໄຂ ດ້ວຍຫຼາຍວິທີການ ແລະ ຫຼາຍມາດຕະການ, ສັງຄົມ ທົ່ວປວງຊົນ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາ ແລະ ກົດໝາຍຂອງລັດ ຢ່າງເປັນຂະບວນກວ້າງຂວາງກວ່າເກົ່າ, ພັດທະນາເສດຖະກິດ ນະຄອນຫຼວງວຽງຈັນ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຂັ້ມແຂງ ແລະ ເປັນເອກະລາດ ເປັນເຈົ້າຕົນເອງ, ໂຄງປະກອບເສດຖະກິດ ກະສິກຳ, ອຸດສາຫະກຳ ແລະ ບໍລິການ ຂະຫຍາຍຕົວຢ່າງກົມກຽວ ແລະ ຖືກທິດ ຖືກທາງ ຕາມກົນໄກຕະຫຼາດທີ່ມີການດັດສົມຂອງລັດ ແລະ ວຽກງານອື່ນໆ ແລະ ຍັງໄດ້ເນັ້ນໜັກຕື່ມ ຕໍ່ບັນດາສະຫາຍຄະນະພັກຊຸດໃໝ່ ໃຫ້ສືບຕໍ່ນໍາພາຊີ້ນໍາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ໃນການຈັດຕັ້ງປະຕິບັດ, ໂດຍເລີ່ມຈາກການເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກ ລົງໄປເຖິງຮາກຖານພັກ ແຕ່ລະຂັ້ນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈເປັນເອກະພາບກັນທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ມີຄວາມເປັນເຈົ້າການຮ່ວມກັນ ໃນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເປັນຂະບວນ ຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ, ໃຫ້ຮີບຮ້ອນແບ່ງວຽກ-ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈຳພັກ ໃຫ້ລະອຽດ, ຈະແຈ້ງ ເຮັດໃຫ້ນະຄອນຫຼວງວຽງຈັນ ກາຍເປັນ ນະຄອນຫໜ້າຢູ່, ຢືນຍົງ ແລະ ທັນສະໄໝ ຕາມຄໍາຂັວນ ທີ່ບັນດາສະຫາຍໄດ້ກຳນົດອອກ, ຄະນະບໍລິຫານພັກ ນະຄອນຫຼວງ ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບແຜນວິທີນຳພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ ຜົນເສຍຂອງວຽກງານ ທີ່ຖືກມອບໝາຍ, ເດັດຂາດແກ້ໄຂຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄູນ; ສ້າງໄດ້ຄວາມເຊື່ອໝັ້ນຈາກມະຫາຊົນ, ຕ້ອງສືບຕໍ່ຕັ້ງໜ້າ ເຝິກຝົນຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ ເປັນແບບຢ່າງນໍາໜ້າ ດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ມີຄວາມສາມັກຄີ ຮັກແພງ ແລະ ມີຄວາມຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ; ດໍາລົງຊີວິດແບບປອດໃສ ຂາວສະອາດ, ດຸໝັ່ນ ຊື່ສັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບດ້ານຕ່າງໆ ຂອງຕົນ ໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ,
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນວ ຄັ້ງທີ VIII ໄດ້ສໍາເລັດຕາມຈຸດປະສົງ ລະດັບຄາດໝາຍ, ແຕ່ພາລະໜ້າທີ່ໃນການນໍາພາຊີ້ນໍາບັນດາ ນັບແຕ່ນີ້ໄປ ແລະ ໃນຊຸມປີຕໍ່ໜ້າ ແມ່ນຈະໜັກໜ່ວງ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອຄວາມສາມັກຄີ ເປັນເອກະພາບ ພາຍໃນອົງຄະນະພັກ ນວ ຕິດພັນກັບແບບແຜນວິທີນຳພາ, ຕາມຫຼັກການລວມສູນປະຊາທິປະໄຕຂອງ ພັກ, ບັນດາສະຫາຍ ຈະນໍາເອົາເນື້ອໃນຈິດໃຈ ຂອງມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ໄປຈັດຕັ້ງປະຕິບັດ ຍາດໄດ້ຜົນງານ ແລະ ໄຊຊະນະໃໝ່ ໃຫຍ່ຫຼວງກວ່າເກົ່າ, ນໍາເອົາ “ນະຄອນຫຼວງວຽງຈັນ ກ້າວເຂົ້າສູ່ ການເປັນເມືອງໜ້າຢູ່, ຍືນຍົງ ແລະ ທັນສະໄໝ” ເຮັດສໍາ ເລັດໜ້າທີ່ການເມືອງ ອັນມີກຽດ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຂະບວນ ການກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງໜັກແໜ້ນ. ຂໍອວຍພອນບັນດາສະຫາຍ ຄະນະບໍລິຫານງານພັກ ຊຸດໃໝ່, ບັນດາສະຫາຍຜູ້ແທນ ແລະ ແຂກທີ່ ເຂົ້າຮ່ວມກອງປະຊຸມ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມຜາສຸກ ໃນຊີວິດ, ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ. (ຂ່າວ: ສາວລາວ)