ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການສູນກາງພັກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ປອ ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກປະຈໍາພັກ-ຄະນະບໍລິຫານງານພັກກະຊວງ, ສະມາຊິກພັກ, ອະດີດການນໍາຜູ້ອາວຸໂສບໍານານ, ຕາງໜ້າຄະນະຈັດຕັັ້ງ, ຄະນະກວດກາ, ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 368 ສະຫາຍ, ຍິງ 110 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງກະຊວງສຶກສາທິການ ແລະ ກິລາ, ເປັນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ ເພື່ອສ້າງບາດລ້ຽວຫັນປ່ຽນໃໝ່ທີ່ໜັກແໜ້ນ ແລະ ເຂັ້ມແຂງ ໃນຂົງເຂດການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ-ລັດໃນໄລຍະໃໝ່. ພ້ອມນັ້ນ, ໃນນກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາວຽກງານສໍາຄັນຈຳນວນໜຶ່ງ ຄື: ຮັບຟັງການຜ່ານຮ່າງລາຍງານການເມືອງ ສະໄໝທີ X ແລະ ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ (ໄລຍະ 2026-2030); ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX; ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ເພື່ອເປັນຄັນທຸງສືບຕໍ່ນໍາພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃຫ້ປະກົດຜົນເປັນຈິງ; ພິເສດກອງປະຊຸມໃຫຍ່ຂອງພວກເຮົາຍັງຈະໄດ້ຮັບກຽດຟັງການໂອ້ລົມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງຈະເປັນທິດຊີ້ນຳອັນສຳຄັນໃຫ້ແກ່ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ. ພ້ອມມີຄວາມເຊື່ອໝັ້ນວ່າ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນສຸມທຸກສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ປຶກສາຫາລື ເພື່ອຮັບຮອງເອົາບັນດາບັນຫາຕ່າງໆ ທີ່ກອງປະຊຸມໃຫຍ່ຄັ້ງນີ້ຍົກຂຶ້ນ ແນໃສ່ເຮັດໃຫ້ກອງປະຊຸມໃຫຍ່ຂອງພວກເຮົາ ດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີຜົນສໍາເລັດຢ່າງສະຫງ່າງາມ.
ສຳລັບກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ແມ່ນຈະດໍາເນີນໄປຮອດວັນທີ 26 ກັນຍາ 2025 ຈຶ່ງຈະສຳເລັດ ຊຶ່ງບັນດາຜູ້ແທນທີ່ເຂົ້າຮ່ວມຈະໄດ້ຮັບຟັງການຜ່ານຮ່າງແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໄລຍະ 5 ປີ (2026-2030); ປັບປຸງວຽກງານການສຶກສາອົບຮົມການເມືອງແນວຄິດໃ
ອົງການຈັດຕັ້ງມະຫາຊົນຂອງກະຊວງໃນເງື່ອນໄຂໃໝ່; ການພັດທະນາຄູໃຫ້ສອດຄ່ອງກັບສະພາບການໃໝ່; ຫັນປ່ຽນວຽກງານການສຶກສາຊັ້ນສູງໃນຍຸກອຸດສະຫະກຳ 4.0; ສົ່ງເສີມວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ການພັດທະນາກິລາ-ກາຍະກຳ ຂອງ ສປປ ລາວ ແລະ ຜ່ານຮ່າງບົດສຳຫຼວດການໍາພາລວມຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IX ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່.
ພາບຂ່າວ: ບົວລະພາ, ສົງການ ພັນແພງດີ