ກະຊວງ ວັດທະນະທຳ ແລະ ການ ທ່ອງທ່ຽວ (ວທ) ໄດ້ໄຂກອງປະຊຸມ ອົງຄະນະພັກກະຊວງ ວັດທະນະທຳ ແລະ ການ ທ່ອງທ່ຽວ ຄັ້ງທີ VI ໄຂຂຶ້ນໃນວັນທີ 25 ກັນຍາ 2025 ທີ່ຫໍວັດທະນະທໍາ, ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ວທ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ພ້ອມດ້ວຍຄະນະປະທານ ກອງປະຊຸມໃຫຍ່, ບັນດາສະຫາຍອາດີດການນຳຂັ້ນສູງ, ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຄະນະຈັດຕັ້ງ ສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ວທ ໄດ້ກ່າວໄຂກອງປະຊຸມບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ອົງຄະນະພັກກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງກັນຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ສຸມໃສ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຄັ້ງທີ V ໄປພ້ອມກັບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວ 5 ປີທ້າຍສະໄໝ ແລະ ທັງພ້ອມກັນສ້າງຜົນງານເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ແລະ ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງເປັນຂະບວນຟົດຟື້ນ.
ໂດຍປະຕິບັດຕາມມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ສະບັບເລກທີ 861/ຄລສພ, ລົງວັນທີ 23 ກັນຍາ 2025, ກອງປະຊຸມໃຫຍ່ໄດ້ດຳເນີນຂຶ້ນພາຍໃຕ້ຄຳຂັວນ “ບຸກຄະລາກອນເຂັ້ມແຂງ-ຄຸ້ມຄອງສັກສິດ ວັດທະນະທຳສີວິໄລ ທ່ອງທ່ຽວຍືນຍົງ ຫັນເປັນອຸດສາຫະກຳເທື່ອລະກ້າວ”
ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະພັກກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ ຜັນຂະຫຍາຍຈັດຕັ້ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ, ປະຕິບັດມະຕິກອງປະຊຸມໃຫຍ່ອົງ ຄະນະພັກກະຊວງ ຄັ້ງທີ V ກໍ່ຄືແຜນພັດທະນາວຽກງານ ວທ 5 ປີ ດ້ວຍຜົນສໍາເລັດຫຼາຍດ້ານ. ການຈັດຕັ້ງປະຕິບັດບັນດາມະຕິ ແລະ ແຜນພັດທະນາ ດັ່ງກ່າວ ໄດ້ດໍາເນີນໃນເງື່ອນໄຂທີ່ ສະພາບ ພາຍໃນປະເທດ, ພາກພື້ນ ແລະ ສາກົນ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ໜ້ອຍ ທີ່ ສົ່ງຜົນກະທົບໂດຍກົງຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກ ກໍຄືການຈັດຕັ້ງປະຕິບັດໜ້າທີ່ການເມືຶອງ ຂອງກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ; ແຕ່ພາຍໃຕ້ການຊີ້ນໍາ-ນໍາພາຂອງສູນກາງພັກ ແລະ ຄວາມຮັບຜິດຊອບຂອງຄະນະພັກກະຊວງ, ຄວາມເປັນເຈົ້າການຂອງບັນດາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດບັນດາມະຕິ, ແຜນພັດທະນາມີຜົນສໍາເລັດຫຼາຍດ້ານ.
ດັ່ງນັ້ນ, ກອງປະຊຸມໃຫຍ່ຂອງພວກເຮົາໃນມື້ນີ້ ຈະໄດ້ສຸມໃສ່ປະຕິບັດໜ້າທີ່ສຳຄັນ ດັ່ງນີ້: 1). ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານພັກ; 2).ພິຈາລະນາ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ; 3). ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາວຽກງານ ວທ ໃນໄລຍະ 5 ປີ ຕໍ່ໜ້າ; 4). ຄັດເລືອກເອົາຄະນະບໍລິຫານງານພັກກະຊວງ ສະໄໝທີ VI ແລະ ຄັດເລືອກເອົາຜູ້ແທນສົມບູນ-ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ. 5). ພິຈາລະນາຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ອົງຄະນະພັກກະຊວງ ວທ ຄັ້ງທີ VI.
ໃນໂອກາດນີ້, ຂ້າພະເຈົ້າຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນ ກອງປະ ຊຸມໃນຄັ້ງນີ້ຈົ່ງພ້ອມກັນ ສຸມສະຕິປັນຍາ, ໃຊ້ສິດປະຊາທິປະໄຕ ແລະ ຍົກສູງຄວາມຮັບຜິດຊອບ ຂອງຕົນ ເຂົ້າໃນການຄົ້ນ ຄວ້າພິຈາລະນາບັນດາບັນຫາຕ່າງໆທີ່ກ່າວມາຂ້າງເທິງຢ່າງເລິກເຊິ່ງ ແລະ ສ້າງສັນ, ມີວິທະຍາສາດ ແລະ ຕຶກຕອງຢ່າງຖືກຕ້ອງບົນທັດສະນະຂອງພັກ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຂອງພວກເຮົາປະສົບຜົນສຳເລັດຖາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.